ທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ປະກອບຄໍາເຫັນ ຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ທິດທາງແຜນການ 2025 ຜ່ານມາວ່າ: ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສົ່ງເສີມການທ່ອງທ່ຽວ 2024, ໄດ້ເປີດຫົວຂໍ້ແຂ່ງຂັນຍ້ອງຍໍຄື: ການນໍາພາເຂັ້ມແຂງ, ການຄຸ້ມຄອງສັກສິດ, ຂ່າວສານທັນສະໄໝ, ວັດທະນະທໍາສີວິໄລ, ທ່ອງທ່ຽວຍືນຍົງ ໃນຂະນະດຽວກັນວຽກງານຖະແຫຼງຂ່າວເປັນຂະແໜງການທີ່ມີຄວາມສຳຄັນປຽບເໝືອນອາວຸດທີ່ແຫຼມຄົມ ເປັນກະບອກສຽງຂອງສັງຄົມເປັນບ່ອນສື່ສານທຸກເຫດການທີ່ເກີດຂຶ້ນໃນແຕ່ລະວິນາທີ ໃນແຕ່ລະພາກພື້ນ, ໃນໂລກ ແລະ ພາຍໃນປະເທດ ເຮັດໃຫ້ສັງຄົມໄດ້ຮັບຊາບຂໍ້ມູນຂ່າວສານຢ່າງທັນການ ເອົາໃຈໃສ່ໂຄສະນາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ,ສະພາບການຕ່າງໆໃນຊີວິດປະຈຳວັນ ກ່ຽວກັບດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ວຽກງານ 3 ສ້າງ , ວຽກງານຈຸດສຸມຂອງລັດຖະບານ, ໂຄສະນາວັນສໍາຄັນຕ່າງໆ ຂອງຊາດ ແລະ ສາກົນ.

ໃນນັ້ນ, ດ້ານວັດທະນະທຳກໍເປັນໃຈກາງສື່ສານຄວາມສຳພັນຂອງບັນດາປະເທດໃນເວທີຕ່າງໆຂອງພາກພື້ນ ແລະ ສາກົນ ໃນຂະບວນການອະນຸລັກຮັກສາ ແລະ ສົ່ງເສີມວິຖີຊີວິດວັດທະນະທຳ ຂອງມວນມະນຸດໃນໂລກ ທີ່ມີຄວາມຫຼາກຫຼາຍທາງເຊື້ອຊາດ, ຄວາມເຊື່ອຖື, ສາສະໜາ, ຮີດຄອງປະເພນີ, ເອກະລັກຂອງແຕ່ລະປະເທດ ແລະ ອື່ນໆ ບົນພື້ນຖານການເຄົາລົບນັບຖືອະທິປະໄຕຂອງແຕ່ລະຊາດ, ຊຸກຍູ້ສົ່ງເສີມຂະບວນການສິລະປະ-ວັນນະຄະດີ ທັງອາຊີບແລະ ສະໝັກຫຼິ້ນນັບແຕ່ຂັ້ນສູນກາງລົງເຖິງຮາກຖານ ພ້ອມທັງນຳພາບັນດາກອງສະແດງເຄື່ອນໄຫວສະແດງຮັບໃຊ້ງານສຳຄັນຕ່າງໆ ຂອງຊາດ ແລະ ສາກົນ, ນໍາພາ-ຊີ້ນໍາ ບັນດາກອງສະແດງ ຮັບໃຊ້ວັນສໍາຄັນຕ່າງໆ ຂອງພັກຂອງຊາດ ແລະ ບັນດາການນໍາຂັ້ນສູງ ຕ່າງປະເທດ ທີ່ມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ແລະ ສະແດງແລກປ່ຽນສິລະປະວັດທະນະທໍາຢູ່ພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ສົ່ງເສີມກິດຈະກຳວັດທະນະທຳຢູ່ບ້ານວັດທະນະທຳຢູ່ຮາກຖານຢ່າງເປັນປົກກະຕິ ແລະ ຢັ້ງຢືນຄອບຄົວ, ບ້ານວັດທະນະທໍາ, ສະຖິຕິການສ້າງຄອບຄົວ-ບ້ານວັດທະນະທໍາ ໂຕເລກສະສົມນັບແຕ່ປີ 1997 ຈົນຮອດ ວັນທີ 16 ທັນວາ 2024 ໄດ້ສ້າງຄອບຄົວວັດທະນະທຳໄດ້ 1,082,714 ຄອບຄົວ ເທົ່າກັບ 78.49% ຂອງຄອບຄົວ ໃນທົ່ວປະເທດ, ສ້າງບ້ານວັດທະນະທຳ ໄດ້ 7,242 ບ້ານ ເທົ່າກັບ 86.11% ຂອງບ້ານໃນທົ່ວປະເທດ, ສ້າງ ກອງວັດທະນະທຳໄດ້ 353 ກອງ ໃນທົ່ວປະເທດ, ໃນໄລຍະ 1 ປີ ສາມາດສ້າງຄອບຄົວວັດທະນະທໍາໄດ້ 24,528 ຄອບຄົວ ເທົ່າກັບ 94.34% ທຽບໃສ່ແຜນປີ (ມະຕິສະພາ 26,000 ຄອບຄົວ) ຫຼຸດຄາດໝາຍ 1,472 ຄອບຄົວ, ສ້າງບ້ານວັດທະນະທໍາ 198 ບ້ານ ເທົ່າກັບ 132.00% ທຽບໃສ່ແຜນປີ (ມະຕິສະພາ 150 ບ້ານ) ລື່ນຄາດໝາຍ 48 ບ້ານ.

ສຳລັບລວຽກງານທ່ອງທ່ຽວລັດຖະບານໄດ້ສົ່ງເສີມວຽກງານທ່ອງທ່ຽວ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ມີຄວາມຍືນຍົງ, ຊຸກຍູ້ໃຫ້ປະຊາຊົນມີສ່ວນຮ່ວມໃນການທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ, ສົ່ງເສີມຜະລິດຕະພັນການທ່ອງທ່ຽວ, ແຫຼ່ງທ່ອງທ່ຽວໃຫ້ມີລັກສະນະເພີ່ມຂຶ້ນ, ສົ່ງເສີມຜະລິດຕະພັນຫັດຖະກໍາທີ່ເປັນເອກະລັກທ້ອງຖິ່ນ, ປັບປຸງຮ້ານອາຫານ, ໂຮງແຮມ, ຣີສອດ, ເຮືອນພັກໃຫ້ມີຄຸນນະພາບ, ຖືເອົາຂະແໜງທ່ອງທ່ຽວ ເປັນຂະແໜງການທີ່ມີບົດບາດສຳຄັນໃນການຂັບເຄື່ອນຂະແໜງການອື່ນໆໃຫ້ມີການພັດທະນາ, ນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ 2024 ໂຕເລກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວ ສປປ ລາວ ແມ່ນລື່ນຄາດໝາຍ ຖ້າທຽບໃສ່ໄລຍະດຽວກັນ ຂອງ ປີ 2023. ຈໍານວນນັກທ່ອງທ່ຽວພາຍໃນ ມີ 3,334,011 ເທື່ອຄົນ ເພີ່ມຂຶ້ນເຖິງ 90% ທຽບໃສ່ປີ 2023 ມີ 1,749,645 ເທື່ອຄົນ ສາມາດສ້າງລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 540,109,782 ໂດລາ. ສໍາລັບນັກທ່ອງທ່ຽວຕ່າງປະເທດ ໃນປີ 2024 ມີ 3,755,800 ເທື່ອຄົນ: ເພີ່ມຂຶ້ນ 36% ຖ້າທຽບໃສ່ ປີ 2023 ມີ 3,088,323 ເທື່ອຄົນ ສາມາດສ້າງລາຍຮັບໄດ້ເຖິງ 1,138,003,848 ໂດລາ.

ນອກນີ້, ກະຊວງ ຖວທ ກໍໄດ້ປັບປຸງກົດໝາຍວ່າດ້ວຍການທ່ອງທ່ຽວ ປັດຈຸບັັນແມ່ນລໍຖ້າການປະກາດໃຊ້, ອອກຂໍ້ຕົກລົງວ່າດ້ວຍທຸລະກິດສົ່ງເສີມສຸຂະພາບ, ປັບປຸງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວ ແລະ ດໍາລັດວ່າດ້ວຍການບັນເທີງ; ສ້າງຄູ່ມືມາດຕະຖານ, ເຄື່ອງມືໂຄສະນາທາງສື່ສັງຄົມອອນລາຍ ແລະ ໄດ້ຊຸກຍູ້ພາກທຸລະກິດໃຫ້ໄດ້ຮັບລາງວັນອາຊຽນ ທັງໜົດ 72 ລາງວັນ; ຈັດລະດັບ ມາດຕະຖານສະຖານທີ່ພັກແຮມ ຈໍານວນ 9 ແຫ່ງ, ໃນນີ້ມີ ລະດັບ 5 ດາວ 7 ແຫ່ງ ແລະ 4 ດາວ 2 ແຫ່ງ. ປະເມີນບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ພາກສ່ວນຕ່າງໆ ເພື່ອກຽມສະເໜີຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ປະຈໍາປີ 2025 ຈໍານວນ 28 ລາງວັນ; ຄົ້ນຄວ້າເອກະສານການຂໍລົງທຶນພັດທະນາແຫຼ່ງທ່ອງທ່ຽວ ຈໍານວນ 39 ໂຄງການ; ອອກອະນຸຍາດດໍາເນີນທຸລະກິດການທ່ອງທ່ຽວ ເຊັ່ນ: ສະຖານທີ່ພັກແຮມ ຈໍານວນ 24 ແຫ່ງ, ຮ້ານອາຫານ 42 ແຫ່ງ, ພັດຕະຄານ 1 ແຫ່ງ, ຮ້ານບັນເທີງ 5 ແຫ່ງ, ຄາຣາໂອເກະ 1 ແຫ່ງ, ຮ້ານນວດ ແລະ ສະປາ 5 ແຫ່ງ, ບໍລິສັດນຳທ່ຽວ 148 ບໍລິສັດ, ເປີດສາຂາ ບໍລິສັດນໍາທ່ຽວ 2 ສາຂາ, ອອກບັດພະນັກງານນໍາທ່ຽວລະດັບຊາດ 83 ບັດ ແລະ ຕໍ່ບັດນໍາທ່ຽວ 60 ບັດ, ຕໍ່ໃບອະນຸຍາດດໍາເນີນທຸລະກິດທີ່ພັກແຮມ 18 ແຫ່ງ, ຮ້ານອາຫານ 40 ແຫ່ງ, ຮ້ານບັນເທີງ 4 ແຫ່ງ, ບໍລິສັດນຳທ່ຽວ 4 ບໍລິສັດ, ຍົກເລີກ ຫຼື ປິດ ຮ້ານອາຫານ 5 ແຫ່ງ, ຮ້ານບັນເທີງ 2 ແຫ່ງ.
ໂດຍ: ສຳນານ ພົມພັກດີ