Home ຂ່າວພາຍໃນ ພິທີເປີດຕາຫຼັງຜ່າຕັດພະຍາດແກ່ນຕາຂຸ້ນ

ພິທີເປີດຕາຫຼັງຜ່າຕັດພະຍາດແກ່ນຕາຂຸ້ນ

0
22

ພິທີເປີດຕາຫຼັງຜ່າຕັດພະຍາດແກ່ນຕາຂຸ້ນ ໃນໂຄງການຜ່າຕັດພະຍາດແກ່ນຕາຂຸ້ນ ໂດຍການຮ່ວມມືທາງດ້ານວິຊາການປິ່ນປົວ ແລະ ສະໜັບສະໜູນຈາກມູນນິທິພົງສະຫວັນ ສປປ ລາວ ຮ່ວມກັບອົງການ A New Vision ປະເທດສິງກະໂປ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາຜ່ານມາ ທີ່ໂຮງໝໍມະໂຫສົດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ສຸເດັດ ມາເນຍ (H.E Sudes Maniar) ເອກອັກຄະລັດຖະທູດສິງກະໂປ ປະຈຳ ສປປ ລາວ, ມີຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດກິດຈະກໍາຜ່າຕັດພະຍາດແກ່ນຕາຂຸ້ນທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4/2/2025 ທາງມູນນິທິພົງສະຫວັນ ແລະ ອົງການ A New Vision ປະເທດສິງກະໂປຮ່ວມກັບທີມງານແພດຊ່ຽວຊານຈາກສະຖາບັນພະຍາດຕາປະເທດເນປານ ແລະ ທີມງານຄະນະຮັບຜິດຊອບໂຮງໝໍມະໂຫສົດໄດ້ເລີ່ມກວດຄັດກອງຄົນເຈັບ ແລະ ຈັດພິທີເປີດກິດຈະກໍາໂຄງການຜ່າຕັດພະຍາດແກ່ນຕາຂຸ້ນ. ໃນນັ້ນ, ມີຄົນເຈັບລົງ ທະບຽນກວດທັງໝົດຈໍານວນ 405 ຄົນ, ກວດພົບຜູ້ເປັນພະຍາດແກ່ນຕາຂຸ້ນຈໍານວນ 305 ກໍລະນີ, ເປົ້າ ໝາຍຜ່າຕັດຄັ້ງນີ້ແມ່ນ 250 ກໍລະນີ, ມີຄົນເຈັບເກີນເປົ້າໝາຍ ແລະ ວັນທີ 5/2/2025 ໄດ້ຜ່າຕັດຄົນເຈັບຈໍານວນ 100 ກໍລະນີ; ໃນວັນທີ 6-7/2/2025 ຜ່າຕັດຈໍານວນ 150 ກໍລະນີ; ໄດ້ຜ່າຕັດເພີ່ມພິເສດອີກ 11 ກໍລະນີ, ວັນທີ 7/2/2025 ແມ່ນໄດ້ຈັດພິທີເປີດຕາຄົນເຈັບ ແລະ ສືບຕໍ່ຜ່າຕັດຄົນເຈັບເພື່ອໃຫ້ສໍາເລັດຕາມເປົ້າໝາຍຈໍານວນ 250 ກໍລະນີ ແລະ ອີກ 11 ກໍລະນີ ລວມທັງໝົດ 261 ກໍລະນີ.

ທ່ານ ບຸນໂຮມ ກັນທະວົງ ໄດ້ກ່າວຕື່ມວ່າ: ກິດຈະກໍາໃນຄັ້ງນີ້ຈັດຂຶ້ນເປັນຄັ້ງທໍາອິດດ້ວຍການສະໜັບສະໜູນຫຼັກທາງດ້ານງົບປະມານຈາກມູນນິທິພົງສະຫວັນ, ກຸ່ມບໍລິສັດພົງສະຫວັນ ຈໍາກັດ ແລະ ອົງການ A New Vision ປະເທດສິງກະໂປ. ເນື່ອງຈາກພາກສ່ວນຜູ້ໃຫ້ການຊ່ວຍເຫຼືອເຫັນໄດ້ເຖິງຄວາມຈໍາເປັນ ແລະ ສໍາຄັນ ລວມເຖິງຄວາມຫຍຸ້ງຍາກໃນການດໍາລົງຊີວິດຂອງຜູ້ປ່ວຍພະຍາດແກ່ນຕາຂຸ້ນ ທີ່ເປັນປະຊາຊົນລາວບັນດາເຜົ່າທົ່ວປະເທດ ກຸ່ມຜູ້ໃຫ້ການຊ່ວຍເຫຼືອຈຶ່ງໄດ້ຈັດສັນ ແລະ ເຊື້ອເຊີນເອົາວິຊາການຄະນະແພດໝໍຊ່ຽວຊານຜ່າຕັດພະຍາດຕາສະເພາະດ້ານ ມາຈາກສະຖາບັນພະຍາດຕາ ປະເທດເນປານ ຊຶ່ງເປັນສະຖາບັນທີ່ມີຊື່ສຽງ ແລະ ຜົນງານອັນພົ້ນເດັ່ນລະດັບສາກົນ.

ຂ່າວ-ພາບ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here