Friday, February 21, 2025
Homeຂ່າວດ່ວນຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ

ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ໃນວັນທີ 9 ກຸມພາ ນີ້ວ່າ: ໃນວັນທີ 6 ກຸມພາ 2025 ເວລາ 10:06 ໂມງ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ຮັບແຈ້ງຄວາມຈາກ ທ້າວ ຂັນທອງ ອາຍຸ 26 ປີ, ອາຊີບ ພະນັກງານ ປັດຈຸບັນຢູ່ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ( ຜູ້ຖືກເສຍຫາຍ ): ວ່າຕົນເອງໄດ້ຂັບລົດຈັກໂດຍສານຮັບຈ້າງ, ໃນວັນທີ 5 ກຸມພາ 2025 ເວລາ 19:30 ໂມງ ໄດ້ມີລູກຄ້າເປັນຜູ້ຊາຍຕິດຕໍ່ຫາໃຫ້ໄປຮັບຢູ່ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ, ພໍໄປຮອດກໍໄດ້ຂື້ນລົດແລ້ວບອກໃຫ້ໄປສົ່ງຢຸ່ເຂດບ້ານດອນແດງ ເມືອງຈັນທະບູລີ, ພໍໄປຮອດສົ້ນຂົວດອນແດງ ກໍໄດ້ບອກໄຫ້ລ້ຽວລົງຮ່ອມຄອງເໝືອງ ເຂົ້າໄປປະມານ100 ແມັດກໍໄດ້ບອກໃຫ້ຈອດລົດແລ້ວໃຊ້ມີດຈີ້ປາດຄໍແລ້ວຍາດເອົາລົດຈັກ ຍີ່ຫໍ້ ຄິຼກໄອ ສີດຳ ໝາຍເລກທະບຽນ ຈຍ​ 3637 ບໍລິຄຳໄຊ ຂັບຂີ່ໜີໄປ.

ພາຍຫຼັງໄດ້ຮັບແຈ້ງຄວາມ ກໍໄດ້ຮີບຮ້ອນລາຍງານ ຕໍ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ເພື່ອຊາບ. ຈາກນັ້ນ, ພະແນກ ສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ປກສ ເມືອງຈັນທະບູລີ ລົງກວດກາສະຖານທີ່ ພ້ອມທັງເກັບກຳຂໍ້ມູນຫຼັກຖານຕ່າງໆ ກຳນົດເປົ້າໝາຍຄື ຄົນຮ້າຍຜູ້ທີ່ກໍ່ເຫດ ຊື່ ທ້າວ ຄຳປະສົງ ຫຼື ນາລົງ ອາຍຸ 33 ປີ, ເຊື້ອຊາດ ສັນຊາດ ລາວ ວ່າງງານ ພັກເຊົາຢູ່ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ ນວ

ວັນທີ 7 ກຸມພາ 2025 ເຈົ້າໜ້າທີ່ໄດ້ຂໍ້ມູນວ່າຜູ້ກ່ຽວກຳລັງຫຼົບໜີລົງເມືອແຂວງຈຳປາສັກ. ຈາກນັ້ນ, ຈິ່ງໄດ້ແຕ່ງຕັ້ງກຳລັງ ເຈົ້າໜ້າທີ່ຫ້ອງຕຳຫຼວດ ແລະ ປກສ ເມືອງຈັນທະບູລີ ລວມ​ 5 ສະຫາຍ ຕິດຕາມນຳລົງໄປ ປະສານສົມທົບກັບ ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ແລະ ປກສ ເມືອງປະທຸມພອນ ຮອດເວລາ 11:10 ໂມງຂອງວັນທີ 8 ກຸມພາ 2025 ຈຶ່ງເຂົ້າກັກຕົວ ທ້າວ ຄຳປະສົງ ຢູ່ເຮືອນຂອງຜູ້ກ່ຽວຢູ່ບ້ານ ນາກອກ ເມືອງປະທຸມພອນ ແຂວງຈຳປາສັກ ແລ້ວນຳຕົວມາກັກຂັງຢູ່ເມືອງຈັນທະບູລີ ເພື່ອດຳເນີນການສືບສວນ- ສອບສວນໃຫ້ລະອຽດຈະແຈ້ງເພື່ອສະຫຼຸບສຳນວນສົ່ງໃຫ້ອົງການໄອຍະການ ສັ່ງຟ້ອງສານຕັດສິນຕາມກົດໝາຍ.

ລົດຈັກແມ່ນສາມາດເກັບກູ້ໄດ້ຄືນແລ້ວ. ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດໃນແມ່ນຍ້ອນຜູ້ກ່ຽວເປັນໜີ້ ແລະ ຕິດການພະນັນ ( ເກມອອນລາຍ ) ເພື່ອເອົາຊັບຂອງຄົນຂັບລົດຈັກຂົນສົ່ງຮັບຈ້າງ ມາໃຊ້ໜີ້ ແລະ​ ຫຼິ້ນເກມ.

#ໜັງສືພິມຄວາມສະຫງົບ#ໜ່ວຍງານຂ່າວອາຊະຍາກຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments