ໃນວາລະກອງປະຊຸມສະຫລຸບວຽກງານ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວປະເທດປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ໃນວັນທີ 6 ກຸມພາ 2025 ນີ້, ທ່ານ ນາງ ອາດີນາ ມະຫາວົງ ຜູ້ອໍານວຍການໃຫຍ່ໂທລະພາບເອັມວີລາວ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ໂດຍຍົກໃຫ້ເຫັນເຖິງບົດ ບາດຂອງສື່ມວນຊົນ ແລະ ສະເໜີໃຫ້ອົງກອນຕ່າງໆ ສະໜັບສະໜູນ ແລະ ໃຫ້ຄວາມຮ່ວມມືກັບສື່ມວນຊົນຢ່າງໃກ້ຊິດ.
ທ່ານ ນາງ ອາດີນາ ມະຫາວົງ ໄດ້ກ່າວວ່າ: ສື່ມວນຊົນ ເປັນຜູ້ນໍາສົ່ງຂ່າວສານ ສະທ້ອນເຖິງຄວາມຈິງ ແລະ ການເຄື່ອນໄຫວຂອງສັງຄົມ, ການປ້ອນຂໍ້ມູນທີ່ຖືກຕ້ອງ ແລະ ການຮ່ວມມືຈາກອົງກອນຕ່າງໆ ຈະເຮັດໃຫ້ວຽກງານສື່ມວນຊົນມີປະສິດທິພາບຫລາຍຂຶ້ນ. ປັນຈຸບັນ, ສື່ມວນຊົນ (ນັກຂ່າວ) ຕ້ອງແຂ່ງຂັນກັບຂ່າວສານອອນລາຍ ທີ່ເຜີຍແຜ່ຢ່າງວ່ອງໄວ ຊຶ່ງມີທັງຂໍ້ມູນຄວາມຈິງ, ບິດເບືອນ ແລະ ຕວົະຍົວະຫລອກລວງ. ສະນັ້ນ, ຂໍໃຫ້ທຸກພາກສ່ວນຮ່ວມສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ສື່ມວນຊົນໃນການເຂົ້າເຖິງຂໍ້ມູນ ເພື່ອນໍາໄປເຜີຍແຜ່ອອກສູ່ສັງຄົມຮັບຮູ້ຢ່າງກວ້າງຂວາງ.
ພ້ອມນີ້, ທ່ານຜູ້ອໍານວຍການໂທລະພາບເອັມວີລາວ ຍັງໄດ້ຍົກໃຫ້ເຫັນເຖິງຄວາມທ້າທາຍຂອງນັກຂ່າວ ໃນສັງຄົມດີຈິຕອນ, ພ້ອມສະເໜີໃຫ້ທຸກອົງກອນເຂົ້າໃຈ ແລະ ສ້າງຄວາມຮ່ວມມືທີ່ແຂງແຮງຂຶ້ນ. ດັ່ງຄໍາເວົ້າທີ່ວ່າ: “ໄມ້ຄໍ້າກ້ວຍ, ກ້ວຍຄໍ້າໄມ້” ຄືຄໍາເຕືອນໃຈວ່າ ການຮ່ວມມື ແລະ ຄວາມພະຍາຍາມເປັນປັດໄຈສໍາຄັນ ທຸກສິ່ງທຸກຢ່າງຈະສໍາເລັດໄດ້ ເມື່ອພວກເຮົາຮ່ວມແຮງຮ່ວມໃຈກັນ.
ຂ່າວ: ສາວລາວໃຕ້