Home ຂ່າວໜ້າໜຶ່ງ ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສາກົນເພື່ອຄວາມສົມ ດຸນຂອງໂລກ

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສາກົນເພື່ອຄວາມສົມ ດຸນຂອງໂລກ

0
25

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ຈັນທະວົງ ແສນອາມາດມົນຕີ, ຮອງປະທານກຳມາທິ ການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມສາກົນເພື່ອຄວາມສົມດຸນຂອງໂລກຄັ້ງທີ 6 (The 6th International Conference for World Balance) ທີ່ນະຄອນຫຼວງລາຮາ ວານ, ສາທາລະນະລັດກູບາ ໂດຍມີຄະນະຜູ້ແທນ 1,233 ທ່ານ ຈາກ 98 ປະເທດ ທີ່ມາຈາກຫຼາກຫຼາຍຂະແໜງການເຂົ້າຮ່ວມ; ກອງປະຊຸມດັ່ງກ່າວ, ຍັງເປັນການລະນຶກເຖິງວັນຄົບຮອບ 130 ປີ ແຫ່ງການເສຍຊີວິດທີ່ສະໜາມຮົບຂອງທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດ, ຜູ້ເປັນຈິດວິນຍານຫຼັກແຫຼ່ງແຫ່ງເອກະລາດຂອງກູບາ ທັງເປັນນັກປັດຊະຍາຜູ້ຍິ່ງໃຫຍ່ທີ່ມີຜົນງານດ້ານມະ ນຸດສະທຳ, ເປັນແຮງບັນດານໃຈໃຫ້ເກີດຄວາມພະຍາຍາມທີ່ຈະນຳມາເຊິ່ງການພັດທະນາທີ່ຍືນຍົງ ແລະ ຄວາມຍຸຕິທຳທາງສັງ ຄົມ.

ໃນໄລຍະດຳເນີນກອງປະຊຸມຄັ້ງນີ້, ນອກຈາກກອງປະຊຸມເວທີປຶກສາຫາລືຂອງສະມາຊິກລັດຖະສະພາ, ຍັງມີກອງປະຊຸມປຶກສາຫາລືວຽກງານອື່ນໆເຊັ່ນ: ຊາວໜຸ່ມ, ການອະນຸລັກສິ່ງ ແວດລ້ອມ, ການສື່ສານມວນຊົນ, ການນຳໃຊ້ປັນຍາປະດິດ, ການຕໍ່ສູ້ເພື່ອສັນຕິພາບ ແລະ ອື່ນໆ.

ກອງປະຊຸມເວທີປຶກສາຫາລືຂອງສະມາຊິກລັດຖະສະພາ, ບັນດາຜູ້ແທນຈາກປະເທດຕ່າງໆ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້ຂອງກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນເຖິງສິ່ງທ້າທາຍຕ່າງໆທີ່ກຳລັງເກີດຂຶ້ນໃນໂລກ, ການຊອກຫາວິທີທາງທີ່ມີປະສິດທິພາບໃນການເຮັດວຽກຮ່ວມກັນ ໂດຍອີງໃສ່ຄວາມສາມັກຄີ ແລະ ການ ຮ່ວມມືສາກົນ ເພື່ອແກ້ໄຂສິ່ງທ້າທາຍທີ່ຮີບດ່ວນທີ່ສຸດໃນປັດຈຸ ບັນ; ເຄົາລົບຕໍ່ຫຼັກການຂອງກົດ ໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ; ຊຸກຍູ້, ປົກປັກຮັກສາ ແລະ ເສີມຂະຫຍາຍລັດ ທິຫຼາຍຝ່າຍ; ຄວາມຈຳເປັນໃນການສ້າງລະບຽບໂລກໃໝ່ທີ່ຍຸຕິ ທຳ ແລະ ເທົ່າທຽມກັນ; ຄວາມສຳຄັນໃນການສົ່ງເສີມ ແລະ ປົກ ປ້ອງສັນຕິພາບ ແລະ ຄວາມໝັ້ນຄົງ ລວມເຖິງການແກ້ໄຂຂໍ້ຂັດ ແຍ້ງດ້ວຍສັນຕິວິທີ.

ໃນພິທີເປີດກອງປະຊຸມ, ທ່ານ ຈັນທະວົງ ແສນອາມາດມົນຕິ ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວປາໄສ ໂດຍ ຍົກໃຫ້ເຫັນເຖິງສະພາບການຂອງໂລກໃນປັດຈຸບັນ ທີ່ກຳລັງປະເຊີນໜ້າກັບສິ່ງທ້າທາຍຕ່າງໆ ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ການປົກປັກ ຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກ ພື້ນກໍຄືໃນໂລກ; ສປປ ລາວ ດຳເນີນນະໂຍບາຍ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນສະເໝີປາຍ, ສະໜັບສະໜູນການແກ້ໄຂບັນດາຂໍ້ຂັດແຍ້ງໃນໂລກດ້ວຍສັນຕິວິທີ. ໃນຕອນທ້າຍ, ທ່ານໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະສະພາເສີມຂະຫຍາຍເພີ່ມທະວີບົດບາດດ້ານນິຕິບັນຍັດ, ປັບປຸງກົດໝາຍ, ຕິດຕາມກວດກາການຈັດຕັ້ງປະຕິບັດກົດ ໝາຍ, ຮັບປະກັນຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມການໃຫ້ມີການເຂົ້າຮ່ວມຂອງຕົວແທນຊົນເຜົ່າ ແລະ ສາສະໜາ ໃນຂົງ ເຂດການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທຳ, ສາທາລະນະ ສຸກ ແລະ ການສຶກສາ.

ໃນກອງປະຊຸມເວທີປຶກສາຫາລືສະມາຊິກລັດຖະສະພາ, ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄຳເຫັນກ່າວສະແດງຄວາມເຫັນອົກເຫັນໃຈຕໍ່ ສ.ກູບາ ທີ່ຖືກປິດລ້ອມຂວ້ຳບາດທາງດ້ານເສດຖະກິດມາໄດ້ຫຼາຍທົດສະວັດ ແລະ ປະນາມຕໍ່ການຖືກກ່າວຫາເປັນປະເທດທີ່ສະໜັບສະໜູນການກໍ່ການຮ້າຍແຕ່ຝ່າຍດຽວຂອງສະຫະລັດອາເມລິກາ ເຊິ່ງຂັດກັບກົດໝາຍສາກົນ. ພ້ອມກັນນັ້ນ, ກໍສືບຕໍ່ສະໜັບສະໜູນຂໍ້ຮຽກຮ້ອງຂອງວົງຄະນາຍາດສາກົນ ໃຫ້ຍົກເລີກການຂວໍ້າບາດຕໍ່ ສ.ກູບາ ພ້ອມທັງລຶບລາຍຊື່ປະເທດກູບາ ອອກຈາກບັນຊີ “ປະເທດທີ່ສະໜັບສະໜູນການກໍ່ການຮ້າຍ”ຂອງ ສ.ອາເມລິກາ ແລະ ຍົກເລີກບັນດາມາດຕະການບີບບັງຄັບຝ່າຍດຽວທັງໝົດຕໍ່ບັນດາປະເທດເອກະ ລາດ.

ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານສະພາແຫ່ງຊາດອຳນາດປະຊາ ຊົນ ແຫ່ງ ສ.ກູບາ, ພົບປະສອງຝ່າຍກັບທ່ານຮອງປະທານກຳມາ ທິການການຕ່າງປະເທດ, ເຄື່ອນໄຫວຢູ່ແຂວງອາກເຕມິຊາ ໂດຍໄດ້ເຂົ້າຢ້ຽມຂໍ່ານັບທ່ານເຈົ້າແຂວງ ແລະ ຢ້ຽມຊົມອະນຸສາວະລີວິລະຊົນຂອງແຂວງດັ່ງກ່າວ, ຢ້ຽມຢາມໂຮງຮຽນມິດຕະພາບ ກູບາ-ລາວ ສີທົນ ກົມມະດຳ ແລະ ຢ້ຽມຢາມພື້ນຖານວັດທະນະ ທຳປະຫວັດສາດຈຳນວນໜຶ່ງ; ນອກຈາກນັ້ນ, ຍັງໄດ້ຢ້ຽມຢາມອະນຸສອນສະຖານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ.

Cr. ຂ່າວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here