ໃນວັນທີ 6 ກຸມພາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການພົບປະຢ້ຽມຢາມຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະຂັ້ນສູງ ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນລະຫວ່າງວັນທີ 6-7 ກຸມພາ 2025.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການໃນຄັ້ງນີ້, ຂອງ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ເຊິ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ສອງຝ່າຍ ລາວ-ກຳປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງທີ່ດີ, ເປັນບ້ານແກ່ວເມືອງດອງ ທີ່ມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການຖະນຸຖະໜອມ ແລະ ເສີມຂະຫຍາຍໃຫ້ມີໝາກຜົນຕະຫລອດມາ.

ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນທັງປະເທດ ລາວ-ກຳປູ ເຈຍ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິເປັນຕົ້ນ ການຢ້ຽມຢາມ ແລະ ຜົນການພົບປະລະຫວ່າງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນຄັ້ງວັນທີ 4 ທັນວາ 2024 ຜ່ານມາ ເຊິ່ງສອງຝ່າຍໄດ້ຕົກລົງ ເປັນເອກະພາບກັນໃນຫລາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນພະລັງງານໄຟຟ້າຄວາມຮ້ອນຖ່ານຫີນ, ໂຄງການກໍ່ສ້າງເສັ້ນທາງເຊື່ອມຕໍ່ ລະຫວ່າງສອງປະເທດ, ການຊຸກຍູ້ການຄ້າ-ການລົງທຶນ, ການເຂົ້າ-ອອກຜ່ານແດນ, ການແກ້ໄຂບັນຫາຊາຍແດນ ລະຫວ່າງສອງປະເທດ ແລະ ອື່ນໆ, ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ຂອງສອງສະພາແຫ່ງຊາດລາວ ແລະ ກຳປູເຈຍ,

ໂອກາດດຽວກັນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມທັງຖືໂອກາດນີ້, ແຈ້ງໃຫ້ຊາບກ່ຽວກັບຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ໃຫ້ທ່ານນາຍົກລັດຖະມົນຕີຮັບຊາບ