Home ຂ່າວຕ່າງປະເທດ ທ່ານ ສີ ຈິ້ນຜິງ ເຈລະຈາກັບປະທານາທິບໍດີກຽກກິດສະຖານ

ທ່ານ ສີ ຈິ້ນຜິງ ເຈລະຈາກັບປະທານາທິບໍດີກຽກກິດສະຖານ

0
26

ວິທະຍຸ ສາກົນ ແຫ່ງ ສປ ຈີນ, ​ວັນ​ທີ 5 ກຸມ​ພານີ້, ຢູ່​ຫໍ​ສະ​ພາ​ ປະ​ຊາ​ຊົນ​ ແຫ່ງ​ຊາດ ​ທີ່​ນະ​ຄອນ​ຫລວງ ​ປັກ​ກິ່ງ, ທ່ານ ​ສີ ​ຈິ້ນ​ຜິງ, ປະ​ທານ​ ປະ​ເທດ​ຈີນ​ ໄດ້​ເຈ​ລະ​ຈາ​ກັບ ​ທ່ານ ຊາ​ເດີ ນູ​ໂກ​ໂຈ​ເອ​ວິກ ຈາ​ພາ​ຣົ​ຟ, ປະ​ທາ​ນາ​ທິ​ບໍ​ດີ​ ກຽກ​ກິດ​ສະ​ຖານ ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ ສປ ​ຈີນ ​ທາງ​ລັດ​ຖະ​ກິດ. ໃນໂອກາດນີ້, ທ່ານ​ ສີ​ ຈິ້ນ​ຜິງ ໄດ້​ຊີ້​ໃຫ້​ເຫັນ​ວ່າ: ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ພົວ​ພັນ​ ລະ​ຫວ່າງ ສປ ​ຈີນ-ກຽກ​ກິດ​ສະ​ຖານ​ ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ ແບບ​ກ້າວ​ກະ​ໂດດ, ໄດ້​ບັນ​ລຸ​ເຖິງ​ລະ​ດັບ​ໃໝ່​ ແຫ່ງ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ໃນ​ຍຸກ​ໃໝ່.

ສປ ຈີນ ​ຍິນ​ດີ​ລົງ​ເລິກ​ການ​ເຊື່ອມ​ຕໍ່ ​ດ້ານ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​ກັບ​ ກຽກ​ກິດ​ສະ​ຖານ, ເປີດກວ້າງ​ການ​ແລກ​ປ່ຽນ​ ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ ແລະ ບໍ​ລິ​ຫານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ​ ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ​ຢ່າງ​ຮອບ​ດ້ານ, ເຮັດ​ແທ້​ທຳ​ຈິງ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ​ ສປ ຈີນ-ກຽກ​ກິດ​ສະ​ຖານ ​ໃຫ້ດີກວ່າ​ເກົ່າ.ຈາກນັ້ນ ທ່ານ ​ຈາ​ພາ​ຣົ​ຟ ໄດ້​ກ່າວ​ວ່າ: ກຽກ​ກິດ​ສະ​ຖານ ​ຍິນ​ດີ​ຖອນ​ຖອດ​ ບົດ​ຮຽນ​ ທີ່​ມີ​ຜົນ​ສຳ​ເລັດ​ນຳ ສປ ​ຈີນ, ຮ່ວມ​ກັບ​ ສປ ຈີນ ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ​ ກຽກ​ກິດ​ສະ​ຖານ-ສປ ຈີນ​ ໃຫ້​ໄດ້​ຮັບ​ຜົນ​ງານ ​ຫລາຍກວ່າ​ເກົ່າ, ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ​ ໜຶ່ງ​ເສັ້ນ​ທາງ ດ້ວຍ​ຄຸນ​ນະ​ພາບ​ສູງ, ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຈີນ-ກຽກ​ກິດ​ສະ​ຖານ-ອຸດ​ສະ​ເບ​ກິດ​ສະ​ຖານໃຫ້​ດີ, ຊຸກ​ຍູ້​ການ​ຮ່ວມ​ມື​ ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ອຸດ​ສາ​ຫະ​ກຳ ການ​ລົງ​ທຶນ ແລະ​ອື່ນໆອີກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here