Tuesday, February 25, 2025
Homeຂ່າວຕ່າງປະເທດສປ ຈີນ ຄວບຄຸມການສົ່ງອອກແຮ່ທາດ

ສປ ຈີນ ຄວບຄຸມການສົ່ງອອກແຮ່ທາດ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 4 ກູມພາ, ຖະແຫລງການຮ່ວມ ຈາກ ກະຊວງການຄ້າ ແລະ ສຳນັກ ບໍລິຫານພາສີທົ່ວໄປ ຂອງ ສປຈີນ ລະບຸວ່າ: ປະເທດນີ້ ປະກາດ ມາດຕະການ ຄວບຄຸມ ການສົ່ງອອກ ສິນຄ້າແຮ່ທາດ ທັງສແຕນ, ເທລລູຣຽມ, ບີສມັນ, ໂມລິບດີນັມ ແລະ ອິນດຽມ ໂດຍມີ ຜົນບັງຄັບໃຊ້ ໃນວັນທີ 4 ກຸມພານີ້.

ເຈົ້າໜ້າທີ່ ກະຊວງດັ່ງກ່າວ ລະບູວ່າ ສປຈີນ ໃນຖານະ ຜູ້ຜະລິດ ແລະ ຜູ້ສົ່ງອອກ ທັງສແຕນ ແລະ ສິນຄ້າອຶ່ນໆ ຂະໜາດໃຫຍ່ ຂອງ ໂລກ ເພື່ອປະຕິບັດ ຕາມສັນຍາ ບໍ່ແພ່ຂະຫຍາຍ ແລະ ພັນທະກໍລະນີ ລະຫວ່າງ ປະເທດອື່ນໆ ເປັນເວລາດົນນານ ແລະ ການກຳນົດມາດຕະການ ຄວບຄຸມ ການສົ່ງອອກ ສິນຄ້າ ບາງລາຍການ ຕາມກົດໝາຍ ແລະ ຄວາມຈຳເປັນ ໃນການຄຸ້ມຄອງ ຄວາມໝັ້ນຄົງ ແລະ ຜົນປະໂຫຍດ ຂອງຊາດ. ການອອກມາດຕະການ ຄວບຄຸມການສົ່ງອອກ ສິນຄ້າ ດັ່ງກ່າວນີ້ ເພື່ອຮັກສາຄວາມສົມດຸນລະຫວ່າງການ ພັດທະນາ ກັບ ຄວາມໝັ້ນຄົງ ບໍ່ພຽງແຕ່ ປົກປ້ອງ ຄວາມໝັ້ນຄົງ ແລະ ຜົນປະໂຫຍດ ຂອງຊາດ ຫາກຍັງເປັນການຊ່ວຍໃຫ້ສປຈີນ ປະຕິບັດຕາມສັນຍາດັ່ງກ່າວອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments