Tuesday, February 25, 2025
Homeບຸນປະເພນີຄໍາມ່ວນ ເປີດປະຕູສູ່ງານນະມັດສະການພະທາດສີໂຄດຕະບອງ ປະຈຳປີ 2025

ຄໍາມ່ວນ ເປີດປະຕູສູ່ງານນະມັດສະການພະທາດສີໂຄດຕະບອງ ປະຈຳປີ 2025

ຂະບວນແຫ່ເຄື່ອງກິຍາບູຊາເປີດປະຕູສູ່ງານນະມັດສະການພະທາດສີໂຄດຕະບອງ ແລະ ສິ່ງສັກສິດ ປະຈຳປີ ພສ 2567 ໄດ້ຈັດຂຶ້ນໃນວັນທີ 5 ກຸມພາຜ່ານມາ, ກົງກັບມື້ຂຶ້ນ 8 ຄໍ່າ ເດືອນ 3 ລາວ ທີ່ວັດພະທາດສີໂຄດຕະບອງ ເມືອງທ່າແຂກ ແຂວງຄໍາມ່ວນ, ໂດຍມີບັນດາການນໍາຂອງແຂວງ, ການນໍາເມືອງ, ມີພະອາຈານໃຫຍ່ປະທານ ອພສ ແຂວງ ພ້ອມຄະນະສົງ, ພໍ່ແມ່ພີ່ນ້ອງຊາວເມືອງທ່າແຂກ ຕະຫຼອດຮອດມວນຊົນຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

ໃນພິທີ ເລີ່ມຕົ້ນດ້ວຍການໃຕ້ທຽນສັກກາລະໜ້າຮູບປັ້ນພະຍາສີໂຄດຕະບອງ ໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ. ຈາກນັ້ນ, ກໍນໍາພາຄະນະແຫ່ຂະບວນສູ່ພະທາດ ເພື່ອບູຊາພະທາດສີໂຄດຕະບອງ ຫຼື ເປີດປະຕູທາດຖວາຍເຄື່ອງສັກກະລະບູຊາ. ຈາກນັ້ນ, ທ່ານ ວັນໄຊ ພອງສະຫວັນ, ປະທານແນວລາວສ້າງຊາດແຂວງ ແລະ ເຈົ້າເມືອງທ່າແຂກ ກໍໄດ້ພ້ອມກັນຕັດແຖບຜ້າເພື່ອເປີດງານຢ່າງເປັນທາງການ, ພ້ອມທັງ ນໍາພາແຫ່ເຄື່ອງກິຍາບູຊາອ້ອມພະທາດ 3 ຮອບ ເປັນອັນສໍາເລັດພິທີ.

ງານເທດສະການບຸນນະມັດສະການ ພະທາດສີໂຄດຕະບອງ ປະຈຳປີ ພສ 2567 ຈັດຂຶ້ນໃນລະຫວ່າງວັນທີ 5-12 ກຸມພາ ຊຶ່ງປະກອບມີ: ຂະບວນແຫ່ເຄື່ອງກິຍາບູຊາ, ແຫ່ອຸປະຄຸດ, ແຫ່ຜາສາດດອກເຜິ້ງ, ຕົ້ນກາລະພຶກ, ຕັ້ງກອງອັດຖະຈາກພາກສ່ວນລັດ ແລະ ເອກະຊົນ, ມີມະຫໍລະສົບຄົບງັນ, ແຂ່ງຂັນກິລາບານເຕະ, ບານສົ່ງ, ການແຂ່ງຂັນກອງແຕ້, ກອງຈິງ, ແຂ່ງຂັນສິລະປະວັດທະນະທໍາ ທີ່ເປັນເອກະລັກຂອງແຂວງຄໍາມ່ວນ, ມີພິທີວຽນທຽນໃນມື້ຂຶ້ນ 15 ຄໍ່າ ແລະ ການຈັດວາງຈໍາໜ່າຍຜະລິດຕະພັນພື້ນເມືອງ, ຜະລິດຕະພັນພາຍໃນແຂວງ, ສິນຄ້າທົ່ວໄປ ແລະ ກິດຈະກຳອື່ນໆ ອີກຫຼາກຫຼາຍ.

(ຂ່າວ: ມະນີວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments