Wednesday, February 26, 2025
Homeຂ່າວໜ້າໜຶ່ງສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ປະທານພັກປະຊາຊົນ ກຳປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນ ໃນວັນທີ 6 ກຸພາ ນີ້, ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກາວເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 6-7 ກຸມພາ 2025

ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງເຖິງຄວາມເຄົາລົບ ຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ບໍ່ຍອມຈຳນົນຂອງບັນພະບູລຸດລາວກໍຄືບັນດານັກຮົບປະຕິວັດຂອງລາວທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະ ກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງ ພັກປະຊາຊົນ ປະຕິວັດລາວ ຈົນ ສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments