ຂ່າວຕ່າງປະເທດລາຍງານໃນວັນທີ 5 ກຸມພາ ຜ່ານມາວ່າ: ທ່ານ ຊຸນດາ ພິໄຊ ປະທານກຳມະການບໍລິຫານ (CEO) ຂອງ Google ໄດ້ສະແດງຄວາມຊົມເຊີຍນັກພັດທະນາ DeepSeek ປັນຍາປະດິດ (AI) ຂອງຈີນ ແລະ ກ່າວວ່າການຫຼຸດຕົ້ນທຶນດ້ານ AI ຈະເປັນຜົນດີສໍາລັບບໍລິສັດ Google ແລະ ກ່ຽວກັບຄວາມຕ້ອງການຂອງ AI ທົ່ວໄປ, ຂະນະທີ່ CEO ຂອງ Apple, Microsoft ແລະ Meta ຍັງໄດ້ສະແດງຄວາມຊົມເຊີຍຕໍ່ DeepSeek ເຊັ່ນດຽວກັນ.
ທ່ານ ພິໄຊ ກ່າວວ່າ: ເມື່ອຄ່າໃຊ້ຈ່າຍໃນການໃຊ້ງານຂອງ AI (AI inference) ຫຼຸດລົງ, ການນຳ AI ໄປໃຊ້ໃນດ້ານຕ່າງໆກໍຈະມີຄວາມເປັນໄປໄດ້ຫຼາຍຂຶ້ນ ຊຶ່ງເປັນໂອກາດສໍາລັບບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງສະຫະລັດ ອາເມຣິກາ, ໂດຍ AI Inference ໝາຍເຖິງການນໍາໃຊ້ໂມເດລ AI ທີ່ໄດ້ຮັບການຝຶກຝົນແລ້ວມາຕອບຄໍາຖາມ ຫຼື ສ້າງເນື້ອຫາ.
Nikkei Asia ລາຍງານວ່າ: DeepSeek ໄດ້ກາຍເປັນຫົວຂໍ້ສຳຄັນໃນອຸດສາຫະກໍາເຕັກໂນໂລຊີໃນການລາຍງານຜົນປະກອບການ. ໂດຍເກືອບທຸກບໍລິສັດໃຫຍ່ໆໄດ້ຖືກຖາມກ່ຽວກັບບໍລິສັດນີ້.
DeepSeek-R1 ຊຶ່ງເປັນລຸ້ນໂມເດລທີ່ມີການເປີດເຜີຍໃນອາທິດທີ່ຜ່ານມາ ແລະ ສ້າງຄວາມຮືຮາໃນ Silicon Valley ແລະ Wall Street ຫຼັງຈາກ DeepSeek ກ່າວວ່າມີປະສິດທິພາບໃກ້ຄຽງກັບໂມເດຍ o1 ຂອງ OpenAI ແຕ່ມີຄ່າໃຊ້ຈ່າຍຕ່ໍາໃນການພັດທະນາ.
ທ່ານ ພິໄຊ ກ່າວຕື່ມວ່າ: ໂມເດລ Gemini 2.0 flash ແລະ 2.0 flash thinking ຂອງ Google ນັ້ນ ກໍມີປະສິດທິພາບໃກ້ຄຽງກັບ DeepSeek-R1.