Friday, February 28, 2025
Homeຂ່າວຕ່າງປະເທດອີຢູ ປະກາດກົດໝາຍວ່າດ້ວຍປັນຍາປະດິດມີຜົນສັກສິດຢ່າງເປັນທາງການ

ອີຢູ ປະກາດກົດໝາຍວ່າດ້ວຍປັນຍາປະດິດມີຜົນສັກສິດຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມ,ເມື່ອບໍ່ດົນມານີ້, ບັນດາຂໍ້ກຳນົດທຳອິດ ຂອງກົດໝາຍວ່າດ້ວຍປັນຍາປະດິດ (AI Act) ຂອງ ສະຫະພາບເອີຣົບ (EU) ມີຜົນສັກສິດຢ່າງເປັນທາງການ, ສ້າງບາດລ້ຽວສຳຄັນໃນການຄຸ້ມຄອງ ແລະ ກຳນົດທິດອະນາຄົດ ຂອງຂະແໜງອຸດສາຫະກຳ AI. ບັນດາຂໍ້ກຳນົດທຳອິດທີ່ໄດ້ໝູນໃຊ້ນັ້ນ ລວມມີນິຍາມກ່ຽວກັບລະບົບ AI, ຍົກສູງຄວາມຮັບຮູ້ກ່ຽວກັບ AI ແລະ ບາງກໍລະນີນຳໃຊ້ AI ຖືກຫ້າມ ຍ້ອນຄວາມສ່ຽງຊ້ອນແຝງບໍ່ອາດຍອມຮັບໄດ້ໃນ EU. ສິ່ງດັ່ງກ່າວໄດ້ວາງພື້ນຖານໃຫ້ແກ່ກອບນິຕິກຳທີ່ຮອບດ້ານ, ເພື່ອແນໃສ່ຮັບປະກັນການພັດທະນາ ແລະ ການໝູນໃຊ້ AI ຢ່າງມີຄວາມຮັບຜິດຊອບ ແລະ ປອດໄພ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments