Wednesday, February 5, 2025
Homeຂ່າວໜ້າໜຶ່ງປີທ່ອງທ່ຽວລາວ 2024 ດຶງດູດນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນ

ປີທ່ອງທ່ຽວລາວ 2024 ດຶງດູດນັກທ່ອງທ່ຽວໄດ້ 7 ລ້ານກວ່າເທື່ອຄົນ

ໃນປີ 2024 ຜ່ານມາ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວ 2024 ໃນຂອບເຂດທົ່ວປະເທດ ຄຽງຄູ່ກັບການຈັດງານບຸນປະເພນີ ແລະ ບຸນສຳຄັນຕ່າງໆ ຂອງທ້ອງຖິ່ນ ໂດຍມີງານວາງສະ ແດງຜະລິດຕະພັນການທ່ອງທ່ຽວ, ກະສິກຳ, ອຸດສາຫະກຳການຄ້າ ແລະ ອື່ນໆ ເຊິ່ງສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 7 ລ້ານກວ່າເທື່ອຄົນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຮູ້ ໃນກອງປະຊຸມສະຫລຸບວຽກງານການຈັດຕັ້ງປະຕິບັດ ກິດຈະກຳປີທ່ອງທ່ຽວລາວ 2024 ໃນວັນທີ 5 ກຸມພາ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ໄດ້ 7 ລ້ານກວ່າເທື່ອຄົນ (ເພີ່ມຂຶ້ນລື່ນຄາດໝາຍ ຖ້າທຽບໃສ່ ປີ 2023). ໃນນັ້ນ, ນັກທ່ອງທ່ຽວພາຍໃນ ມີຈໍານວນ 3.904.483 ເທື່ອຄົນ, ເພີ່ມຂຶ້ນເຖິງ 102% ສາມາດກະຈາຍລາຍຮັບຈາກການທ່ອງທ່ຽວ ໄດ້ເຖິງ 632 ລ້ານກວ່າໂດລາສະຫະລັດ; ນັກທ່ອງທ່ຽວສາກົນ 4.120.832 ເທື່ອຄົນ, ເພີ່ມຂຶ້ນ 21% ສາ ມາດກະຈາຍລາຍຮັບໄດ້ເຖິງ 1,1 ຕື້ກວ່າໂດລາສະຫະລັດ.

ການເປີດປີທ່ອງທ່ຽວລາວ 2024 ເປັນໂອກາດທີ່ດີ ໃນການປັບປຸງຄຸນນະພາບການບໍລິການ ຂອງທຸລະກິດການທ່ອງທ່ຽວ ແລະ ຂະແໜງການບໍລິການທີ່ປິ່ນອ້ອມ, ຫລາຍຫົວໜ່ວຍທຸລະກິດໄດ້ຮັບການປະເມີນ ແລະ ຢັ້ງຢືນ ມາດຕະຖານການທ່ອງທ່ຽວອາຊຽນ. ພ້ອມນີ້, ການທ່ອງທ່ຽວ ໄດ້ປະ ກອບສ່ວນສໍາຄັນໃຫ້ແກ່ການສ້າງວຽກເຮັດງານທຳໃຫ້ສັງຄົມ, ສ້າງລາຍຮັບ ຊຸກຍູ້ໃຫ້ບັນດາຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປິ່ນອ້ອມ ແລະ ການຜະລິດກະສິກຳ, ຫັດຖະກຳ ໃຫ້ກາຍເປັນສິນຄ້າສະໜອງໃຫ້ແກ່ນັກທ່ອງທ່ຽວ, ເພີ່ມທະວີການການຮ່ວມມື ແລະ ການມີສ່ວນຮ່ວມຂອງປະຊາ ຊົນລາວບັນດາເຜົ່າ ໃນການປົກປັກຮັກສາຊັບພະຍາກອນທ່ອງທ່ຽວ ໃຫ້ມີຄວາມຍືນຍົງ ໂດຍສະເພາະການສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳ, ທຳມະຊາດ, ປະຫວັດສາດ ແລະ ກະສິກໍາ ເຮັດໃຫ້ວຽກງານທ່ອງທ່ຽວ ໄດ້ກາຍເປັນວຽກງານລວມ ຂອງທຸກຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນໃນທົ່ວປະເທດຢ່າງແທ້ຈິງ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ປີທ່ອງທ່ຽວລາວ 2024 ຈັດຂຶ້ນພາຍໃຕ້ຄໍາຂວັນ: “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ” ປະ ກອບມີ 79 ກິດຈະກໍາ ແລະ ໄດ້ແບ່ງອອກເປັນ 2 ລະດັບ ຄື: ກິດຈະກໍາລະດັບຊາດ 14 ກິດຈະກໍາ ສາມາດຈັດຕັ້ງປະຕິບັດສໍາເລັດ 100% ແລະ ກິດຈະກໍາລະດັບແຂວງ 65 ກິດຈະກໍາ ສາມາດຈັດຕັ້ງປະຕິບັດໄດ້ 98.5%. ຕະຫລອດປີ 2024 ໄດ້ມີການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກຳທ່ອງທ່ຽວພາຍໃນແຂວງ ຕະຫລອດຮອດຂັ້ນເມືອງ ຕາມສະພາບທ່າແຮງດ້ານການທ່ອງທ່ຽວຂອງຕົນຢ່າງເປັນຂະບວນຟົດຟື້ນ. ເພື່ອຊຸກຍູ້ການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2024, ລັດຖະບານ ໄດ້ໃຫ້ຄວາມສໍາຄັນເປັນພິເສດ ໂດຍໄດ້ສະໜອງດ້ານງົບປະມານຈຳນວນໜຶ່ງ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳທ່ອງທ່ຽວຕ່າງໆ ແລະ ກຳນົດນະໂຍບາຍວີຊາຈຳນວນໜຶ່ງ ເພື່ອດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ໂດຍສະເພາະ ຍົກເວັ້ນວີຊາ ໃຫ້ນັກທ່ອງທ່ຽວຈີນ ທີ່ມາເປັນກຸ່ມ ໂດຍຜ່ານການບໍລິການຂອງບໍລິສັດນໍາທ່ຽວຢູ່ ສປປ ລາວ.

ນອກຈາກນີ້, ເພື່ອເປັນການຊຸກຍູ້, ໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວລາວ ໃຫ້ມີຄວາມຟົດຟື້ນ ແລະ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ໄດ້ຈັດໃຫ້ມີກິດຈະກໍາອື່ນໆຕື່ມອີກ ຢູ່ທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ການຈັດງານວັນລາວ ທີ່ປະເທດຍີ່ປຸ່ນ, ການເຂົ້າຮ່ວມງານວາງສະແດງສາກົນ-ພາກພື້ນ ແລະ ການຈັດສຳມະນາ ພົບປະລະຫວ່າງຫົວໜ່ວຍທຸລະກິດ ໃນຂະແໜງການທ່ອງທ່ຽວ ຢູ່ ສສ ຫວຽດນາມ, ກຳປູເຈຍ, ປະເທດໄທ ແລະ ກິດຈະກຳອື່ນໆ ທີ່ຕ່າງປະເທດ ແນໃສ່ການເຂົ້າເຖິງກຸ່ມເປົ້າໝາຍຕະຫລາດ ໂດຍໂຄສະນາຜ່ານສື່ສິ່ງພິມ ແລະ ສ້າງວິດິໂອໂຄສະນາຜ່ານຊ່ອງສື່ສັງຄົມອອນລາຍຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ.

ສຳລັບ ທິດທາງແຜນການ ປີ 2025 ກະຊວງ ຖວທ ຈະສຸມໃສ່ປັບປຸງເສັ້ນທາງເຂົ້າເຖິງສະຖານ ທີ່ທ່ອງທ່ຽວບຸລິມະສິດ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ, ການຄົມມະນາຄົມຂົນ ສົ່ງນັກທ່ອງທ່ຽວ ໃຫ້ມີຄວາມສະດວກ, ປອດໄພ, ປະທັບໃຈ ແລະ ໄດ້ມາດຕະຖານ; ຊຸກຍູ້ຜູ້ພັດທະ ນາສະຖານທີ່ທ່ອງທ່ຽວ, ປັບປຸງກິດຈະກຳການທ່ອງທ່ຽວ ແລະ ການບໍລິການ ໃຫ້ມີຄວາມຫລາກຫລາຍ ໂດຍການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນຜູ້ທີ່ມີບົດຮຽນ ແລະ ປະສົບການ; ສຸມໃສ່ປັບປຸງການບໍລິຫານ-ຄຸ້ມຄອງ ບັນດາເມືອງທ່ອງທ່ຽວ ທີ່ເປັນແມ່ເຫລັກດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວ ສປປ ລາວ ໃຫ້ໄດ້ມາດຕະຖານຂອງ ສປປ ລາວ ແລະ ມາດຕະຖານສາກົນ; ສືບຕໍ່ປັບປຸງຄຸນນະພາບ ແລະ ມາດຕະຖານການບໍລິການ ຂອງຫົວໜ່ວຍທຸລະກິດການທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ໂດຍສຸມໃສ່ການປະເມີນ ແລະ ຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ແລະ ມາດຕະຖານການທ່ອງທ່ຽວຂອງ ສປປ ລາວ ຮັບປະກັນສ້າງຄວາມປະທັບໃຈ ແລະ ມີຄວາມປອດໄພໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ໂຄສະນາການທ່ອງທ່ຽວຜ່ານສື່ຕ່າງໆ ຮັບປະກັນຂໍ້ມູນຂ່າວສານການທ່ອງ ທ່ຽວທີ່ຖືກຕ້ອງ, ຊັັດເຈນ, ວ່ອງໄວ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອໃຫ້ເຂົ້າເຖິງກຸ່ມຕະຫລາດເປົ້າໝາຍການທ່ອງທ່ຽວຢ່າງກວ້າງຂວາງ; ສືບຕໍ່ປະສານສົມທົບກັບພາກທຸລະກິດ ເພື່ອຈັດກິດຈະກໍາ ສ້າງຈິດສຳນຶກໃນວຽກງານການທ່ອງທ່ຽວ ແລະ ການສ້າງກິດຈະກຳສົ່ງເສີມການທ່ອງທ່ຽວ ໃຫ້ເປັນຂະ ບວນຟົດຟື້ນ ໂດຍຕິດພັນກັບງານເທສະການ ແລະ ບຸນປະເພນີປະຈໍາຊາດ, ປະຈໍາທ້ອງຖິ່ນ ເພື່ອຈັດເຂົ້າໃນປະຕິທິນການທ່ອງທ່ຽວລາວ ປະຈໍາປີ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments