Home ຂ່າວຕ່າງປະເທດ ເສັ້ນທາງລົດໄຟຄວາມໄວສູງຈາກໄທ-ສປ ຈີນ ຈະເປີດບໍລິການພາຍໃນປີ 2030

ເສັ້ນທາງລົດໄຟຄວາມໄວສູງຈາກໄທ-ສປ ຈີນ ຈະເປີດບໍລິການພາຍໃນປີ 2030

0
4

ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ລັດຖະບານໄທ ປະກາດວ່າ: ເສັ້ນທາງລົດໄຟຄວາມໄວສູງທີ່ມີຄວາມຍາວ 609 ກິໂລແມັດ ຈະເລີ່ມເປີດບໍລິການ ພາຍໃນປີ 2030. ເສັ້ນທາງລົດໄຟສາຍນີ້ຈະເຊື່ອມຕໍ່ກັບ ສປປ ລາວ ແລະ ສປ ຈີນ, ແຕ່ແຜນການດັ່ງກ່າວຊ້າກວ່າແຜນການເກົ່າທີ່ກໍານົດໄວ້ ເກືອບ 10 ປີ. ຂະນະທີ່ ທ່ານ ຈິຣາຢຸ, ໂຄສົກລັດຖະບານໄທ ກ່າວວ່າ: ເສັ້ນທາງລົດໄຟ ໄລຍະທີ່ເຊື່ອມຕໍ່ ນະຄອນ ຫລວງບາງກອກ ກັບ ນະຄອນໂຄຣາດ ເຊິ່ງໄກຈາກ ນະຄອນຫລວງ ບາງກອກ ປະມານ 220 ກິໂລແມັດ ໄດ້ສຳເລັດການກໍ່ສ້າງຫລາຍກວ່າ 1/3 ແລ້ວ, ສ່ວນເສັ້ນທາງລົດໄຟໄລຍະໄປຫາໜອງຄາຍ ທີ່ຕິດກັບຊາຍແດນລາວ ຈະສ້າງສຳເລັດໃນປີ 2030. ເສັ້ນທາງລົດໄຟລາວ-ຈີນ ທີ່ ເປີດນຳໃຊ້ໃນປີ 2021 ຈະເຊື່ອມຕໍ່ກັບໜອງຄາຍ ໂດຍຜ່ານນະຄອນຫລວງວຽງຈັນ ເຊິ່ງມີໄລຍະຍາວ ປະມານ 25 ກິໂລແມັດ. ໄທ-ສປ ຈີນ ໄດ້ເຊັນສັນຍາ ກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ໄປຫາ ສປ ຈີນ ໃນປີ 2017, ຕາມແຜນການເກົ່າແມ່ນເລີ່ມເປີດບໍລິການໃນປີ 2021.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here