ໃນວັນທີ 3 ກຸມພາ 2025 ຜ່ານມາ, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການ ເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ຄະນະພັກ-ຄະນະນໍາແຂວງ ແຂວງຈຳປາສັກ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງຈຳປາສັກ, ມີຄະນະບໍລິຫານງານພັກແຂວງ ແລະ ຄະນະນຳທີ່ມາຈາກສູນກາງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານຜົນສຳເລັດການນຳພາຕົວຈິງໃນແຕ່ລະວຽກງານ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ທ້າຍສະໄໝ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ IX ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ສະໄໝທີ VIII ໂດຍສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ຕິດພັນກັບມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II. ນອກຈາກນັ້ນ, ຍັງໄດ້ສຸມໃສ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນບັນດາຄາດໝາຍ ທີ່ໄດ້ກຳນົດໃນກອງປະຊຸມອົງການປົກຄອງແຂວງ ເປີດກວ້າງຄັ້ງທີ I ປີ 2024; ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ, ເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສຸມໃສ່ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕິດພັນກັບ 3 ວັນປະຫວັດສາດທີ່ສຳຄັນ ແລະ ການກະກຽມສ້າງຕາແສງ ຕາມທິດຊີ້ນຳຂອງສູນກາງ.
ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຂວງຈໍາປາສັກ ຍາດມາໄດ້ໃນໄລຍະຜ່ານມາ ພາຍໃຕ້ການນໍາພາຂອງສະຫາຍເລຂາພັກແຂວງ ພ້ອມດ້ວຍຄະນະ. ພ້ອມນີ້, ທ່ານຮອງປະທານປະເທດຍັງໄດ້ມີຄໍາເຫັນຊີ້ນໍາຫລາຍບັນຫາສໍາຄັນ ເພື່ອຊຸກຍູ້ໃຫ້ກຳລັງໃຈຕໍ່ການນຳພາ ຂອງອົງຄະນະພັກແຂວງ ໃນການນຳພາ-ຊີ້ນຳ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຈຳປາສັກ ໃຫ້ສືບຕໍ່ກ້າວຂຶ້ນ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.
ຈາກນັ້ນ, ທ່ານຮອງປະທານປະເທດ ກໍໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ຂອງປະຊາຊົນ ເພື່ອຊຸກຍູ້ການປະຕິບັດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຢູ່ ພື້ນທີ່ການຜະລິດກະກິສຳສວນໝາກບູເບີຣີ ຂອງ ບໍລິສັດ ຄ໊ອດສະຕຣາເບີຣີ ບ້ານຫ້ວຍຊັນ ເມືອງປາກຊ່ອງ, ສວນປູກໝາກຖົ່ວລຽນ ແລະ ສິນຄ້າໜຶ່ງເມືອງໜື່ງຜະລິດຕະພັນແຫ່ງຊາດ, ຢາສະໝຸນໄພລາວ ທີ່ເມືອງບາຈຽງ ຈະເລີນສຸກ ຕື່ມອີກ.