Wednesday, February 5, 2025
Homeຂ່າວການເມືອງສຳເລັດກອງປະຊຸມສະຫຼຸບວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈຳປີ 2024

ສຳເລັດກອງປະຊຸມສະຫຼຸບວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈຳປີ 2024

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານພະລາທິການ ແລະ ການເງິນທົ່ວກອງທັບ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນວັນທີ 4 ກຸມພາ 2025 ທີ່ສະໂມສອນກົມໃຫຍ່ພະລາທິການກອງທັບ, ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ , ມີຄະນະນໍາກະຊວງປ້ອງກັນປະເທດ, 4 ກົມໃຫຍ່, ຫ້ອງວ່າການກະຊວງ, ກົມໃຫຍ່ພະລາທິການ ປກສ, ກົມວິຊາສະເພາະ, ຫ້ອງການ, ກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ພະນັກງານວິຊາການເຂົ້າຮ່ວມ.

ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມີຄວາມຮັບຜິດຊອບສູງຂອງບັນດາສະຫາຍ, ໃນວາລະດໍາເນີນກອງປະຊຸມແຕ່ລະສະຫາຍໄດ້ພ້ອມກັນສັງເກດ-ຕີລາຄາຄືນການຈັດຕັ້ງປະຕິບັດວຽກງານພະລາທິການທົ່ວກອງທັບໃນປີຜ່ານມາ, ສາມາດຍົກໃຫ້ເຫັນເຖິງວຽກງານທີ່ພົ້ນເດັ່ນ, ວຽກງານທີ່ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມີບາງຄໍາເຫັນສະເໜີແລກປ່ຽນຈໍານວນໜຶ່ງຕໍ່ກອງປະຊຸມເພື່ອພ້ອມກັນປັບປຸງແກ້ໄຂ, ພ້ອມນັ້ນໄດ້ຄົ້ນຄວ້າ ແລະ ເປັນເອກະພາບຕໍ່ທິດທາງແຜນການວຽກງານພະລາທິການ ປະຈຳປີ 2025. ໃນປີຜ່ານມາ, ຄະນະນໍາກະຊວງປ້ອງກັນປະເທດໄດ້ຊີ້ນໍາ-ຕິດຕາມຢ່າງຈົດຈໍ່ຕໍ່ໝາກຜົນແຫ່ງການຈັດຕັ້ງປະຕິບັດ, ຄາດໝາຍສູ້ຊົນ ຂອງບັນດາກົມກອງ-ທ້ອງຖິ່ນໃນທົ່ວປະເທດ, ເຖິງວ່າສະພາບແວດລ້ອມ, ເສດຖະກິດ-ການເງິນຂອງຊາດ ພົບຄວາມຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫຼາຍສິ່ງຫຼາຍຢ່າງກໍຕາມ, ແຕ່ຍ້ອນແນວທາງນະໂຍບາຍ ອັນຖືກຕ້ອງຂອງພັກ-ລັດ, ຍ້ອນຄວາມຮັບຜິດຊອບອັນສູງສົ່ງໃນການຊີ້ນໍາ-ນໍາພາ ຂອງຄະນະກົມໃຫຍ່ພະລາທິການ, ຄະນະພັກ-ຄະນະບັນຊາຂອງບັນດາກົມກອງກຳລັງຫຼວງ-ທ້ອງຖິ່ນ ເວົ້າລວມ, ເວົ້າສະເພາະພະນັກງານ-ນັກຮົບ ເຫຼົ່າຮົບພະລາທິການທົ່ວກອງທັບ ໄດ້ມີຜົນງານຫຼາຍດ້ານ ສິ່ງສໍາຄັນແມ່ນຮັບປະກັນໃຫ້ປະເທດຊາດມີຄວາມສະຫງົບປອດໄພ ສ້າງເງື່ອນໄຂ ໃນການດໍາເນີນກອງປະຊຸມອາຊຽນ ແລະ ການພັດທະນາປະເທດຊາດຂອງພວກເຮົາ. ຜົນສໍາເລັດທີ່ຍາດມາໄດ້ນັ້ນ ແມ່ນໃຫຍ່ຫຼວງ ແລະ ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການຂະຫຍາຍຕົວ ແລະ ກ້າວຂຶ້ນໃນຂັ້ນຕໍ່ໄປຂອງກອງທັບເຮົາ, ແຕ່ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງແລ້ວ ຍັງເຫັນວ່າມີຫຼາຍດ້ານ ທີ່ຈະຕ້ອງໄດ້ບຸກບືນຫຼາຍກວ່າເກົ່າ, ທັງນີ້ກໍຍ້ອນວ່າວຽກງານຮັບປະກັນພະລາທິການ ເປັນໃຈກາງ ແລະ ໜັກໜ່ວງໃນການຈັດຕັ້ງຜັນຂະຫຍາຍ 4 ໜ້າທີ່ໃຫຍ່ 26 ແຜນງານ ເວົ້າລວມ, ເວົ້າສະເພາະ ແມ່ນແຜນງານໃຫຍ່ທີ 3 ( ແຜນງານແກ້ໄຂຊີວິດການເປັນຢູ່ ) ທີ່ກະຊວງປ້ອງກັນປະເທດວາງອອກໃຫ້ມີປະສິດທິຜົນ.

ພ້ອມນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ເນັ້ນໜັກວຽກງານທີ່ຈະສຸມໃສ່ຈັດຕັ້ງປະຕິບັດໃນປີ 2025 ເປັນຕົ້ນແມ່ນຕ້ອງຮັກສາຄວາມສາມັກຄີເປັນເອກະພາບ, ປະຕິບັດແບບແຜນວີທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ຕ້ອງພ້ອມກັນຮໍ່າຮຽນນໍາວຽກຕົວຈິງ, ຮຽນນໍາໝູ່ຄະນະ, ຮຽນນໍາມະຫາຊົນ, ຈິງໃຈຕຳນິສົ່ງຂ່າວ ຊ່ວຍເຫຼືອ ຖອດຖອນບົດຮຽນເຊີ່ງກັນ ແລະ ກັນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງຕັ້ງໜ້າເປັນເຈົ້າການຊີ້ນໍາ-ນໍາພາໃນ ການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ພາຫະນະ, ວັດຖຸ, ເງິນຄໍາ, ເຄື່ອງນຸ່ງຫົ່ມ ຕາມລະບອບອັດຕາທີ່ຂັ້ນເທິງກຳນົດ, ຄຸ້ມຄອງ-ນໍາໃຊ້ຕົວເລກງົບປະມານ ທີ່ໄດ້ແບ່ງປັນໃຫ້ແໜ້ນໜາ ຮັດກຸມ, ນໍາໃຊ້ຖືກຮ່ວງ, ຖືກເປົ້າໝາຍ ແລະ ຖືເອົາການປະຢັດເປັນສໍາຄັນ, ເອົາໃຈໃສ່ຊຸກຍູ້ຂະບວນການຜະລິດແກ້ໄຂຊີວິດການເປັນຢູ່ ຂອງກົມກອງ ໃຫ້ເປັນຂະບວນຟົດຟື້ນ ແລະ ແຂງແຮງ, ໃນນັ້ນສຸມໃສ່ການປູກ-ການລ້ຽງຕາມລະດູການ, ຕາມຈຸດພິເສດພູມສັນຖານ, ສະພາບດີນຟ້າອາກາດຂອງທ້ອງຖິ່ນ, ຜະລິດໃຫ້ກາຍເປັນສີນຄ້າ, ເພື່ອສ້າງແຫຼ່ງລາຍຮັບ, ເປັນທ່າແຮງສະໜອງພະລາທິການກັບທີ່ ເພື່ອແກ້ໄຂຊີວິດປະຈຳວັນ ແລະ ມີສ່ວນແຮ່ສໍາຮອງໄວ້ໃນກົມກອງ, ເອົາໃຈໃສ່ປັບປຸງກໍ່ສ້າງພະນັກງານວິຊາສະເພາະພະລາທິການ, ທາງດ້ານຈຳນວນ ແລະ ຄຸນນະພາບເປັນຕົ້ນແມ່ນການສຶກສາອົບຮົມທາງດ້ານ ທັດສະນະການເມືອງ, ທັດສະນະຮັບໃຊ້, ຄຸນສົມບັດ, ຄວາມຮູ້, ຄວາມສາມາດ, ຄວາມຊື່ສັດບໍລິສຸດ, ຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ແບບແຜນວິທີເຮັດວຽກ, ສ້າງໃຫ້ໄດ້ພະນັກງານສາມລຸ້ນ ເພື່ອສືບທອດປ່ຽນແທນຢ່າງຕໍ່ເນື່ອງ, ນໍາໃຊ້ພະນັກງານວິຊາການໃຫ້ຖືກຕ້ອງ ຕາມຄວາມຮູ້ຄວາມສາມາດ ແລະ ຖືກຕາມຂະແໜງວິຊາສະເພາະທີ່ໄດ້ຮຽນມາເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ ຮັບປະກັນການລ້ຽງດູທັບ, ສ້າງປະຖົມປັດໃຈໃຫ້ແກ່ການປັບປຸງກໍ່ສ້າງເຫຼົ່າຮົບພະລາທິການ ກ້າວຂຶ້ນສູ່ແບບແຜນ ທັນສະໄໝ.

ຂ່າວ-ພາບ: ຄຳອ້າຍ ທອງວັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments