ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 3 ກຸມພານີ້, ພິທີສົ່ງຕໍ່ທວນໄຟງານກິລາເອຊຽນເກມລະດູໜາວ ຄັ້ງທີ 9 ໄດ້ ຈັດຂຶ້ນຢູ່ ນະຄອນຮາບິນ ແຂວງເຮີຍຫລົງຈ່ຽງຈີນ. ສຳລັບການສົ່ງຕໍ່ທວນໄຟຄັ້ງນີ້ຈະດໍາເນີນເປັນເວລາໜຶ່ງວັນ, ມີໄລຍະທາງທັງໝົດປະມານ 11 ກິໂມແມັດ ໂດຍມີນັກສົ່ງຕໍ່ທວນໄຟ 120 ຄົນເຂົ້າຮ່ວມ, ໃນນັ້ນຜູ້ມີອາຍຸຕໍ່າສຸດແມ່ນ 16 ປີ ແລະ ຜູ້ມີອາຍຸສູງສຸດແມ່ນ 83 ປີ. ໃນວັນທີ 7 ກຸມພານີ້, ຈະມີການຈູດໄຟສັກສິດຢູ່ສະຖານທີ່ຈັດພິທີເປີດງານກິລາເອຊຽນເກມ ລະດູໜາວຄັ້ງນີ້ ເຊິ່ງໄຟສັກສິດດັ່ງກ່າວຈະຢູ່ຈົນຮອດມື້ປິດງານ. ຄໍາຂວັນຂອງງານກິລາເອຊຽນເກມລະດູໜາວຄັ້ງນີ້ແມ່ນ “ຮ່ວມໃຝ່ຝັນແຫ່ງລະດູໜາວ, ຮ່ວມໃຈກັນລະຫວ່າງອາຊີ”.ພາຍຫລັງເປີດການແຂ່ງຂັນຮັອກກີ້ນໍ້າກ້ອນ ເຊິ່ງເປັນລາຍການແຂ່ງຂັນທໍາອິດ ຂອງງານກິລາເອຊຽນເກມລະດູໜາວຄັ້ງນີ້. ສໍາລັບພິທີເປີດງານກິລາເອຊຽນເກມລະດູໜາວ ຄັ້ງທີ 9 ຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 7 ກຸມພານີ້ ແລະ ຈະປິດງານໃນວັນທີ 14 ກຸມພານີ້ ເຊິ່ງຈະດຳເນີນເປັນເວລາ 8 ວັນ, ຂະນະທີ່ ການແຂ່ງຂັນເພື່ອຊີງເອົາຫລຽນຄໍາທໍາອິດຂອງງານຄັ້ງນີ້ຈະຈັດຂຶ້ນໃນວັນທີ 8 ກຸມພານີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ