Wednesday, February 5, 2025
Homeຂ່າວຕ່າງປະເທດວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ

ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 95 ປີ

ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 3 ກຸມພາ 2025, ສະເຫລີມສະຫລອງ 95 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ເນື່ອງໃນໂອກາດນີ້, ມີໜັງສືພິມໃຫຍ່ຫລາຍສະບັບຢູ່ຫວຽດນາມ ໄດ້ລົງບົດຂຽນຢືນຢັນບົດບາດຢ່າງໃຫຍ່ຫລວງ ຂອງພັກກອມມູນິດຫວຽດນາມ ໃນວິວັດການສ້າງສາ, ພັດທະນາປະເທດຊາດ. ໜັງສືພິມກອງທັບປະຊາຊົນ ຫວຽດນາມ ມີບົດນຳດ້ວຍຫົວຂໍ້ວ່າ, 95 ປີລະດູບານໃໝ່ທີ່ມີພັກ. ບົດນຳເນັ້ນໜັກວ່າ: ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ໄດ້ສ້າງໄຊຊະນະການປະຕິວັດ ເດືອນສິງຫາ 1945 ທີ່ຍິ່ງໃຫຍ່, ສ້າງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງທ່ວງທ່າ ແລະ ກຳລັງແຮງຢ່າງເຂັ້ມແຂງໃຫ້ແກ່ປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ. ໜັງສືພິມຮ່າໂນ້ຍ ມີບົດຂຽນດ້ວຍຫົວຂໍ້ວ່າ, ພັກ ນຳຊາດຫວຽດນາມ ກ້າວເຂົ້າສູ່ອະນາຄົດທີ່ໃສແຈ້ງ. ບົດຂຽນຢືນຢັນວ່າ, ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ພັກ ຫວຽດນາມ ຍາມໃດກໍ່ມີການຕັດສິນມີລະດັບຈິນຕະນາການພາທາງເພື່ອນຳການປະຕິວັດຫວຽດນາມ ກ້າວໄປຢ່າງບໍ່ຢຸດຢັ້ງ, ນຳໜ້າໃນການປະຕິວັດໂລກ, ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດອັນສົດໃສ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments