ວິທະຍຸສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້ໄດ້ຈັດພິທີເປີດນໍາໃຊ້ໂຄງການທາງດ່ວນວາຣເຈໂວ ແຊັກບີ ທີ່ສ້າງໂດຍ ວິສາຫະກິດຈີນ ໂດຍປະກາດວ່າ: ສາຍຫລັກຂອງໂຄງການດັ່ງກ່າວເປີດບໍລິການຢ່າງເປັນທາງການ. ໂຄງການທາງດ່ວນ ວາຣເຈໂວ ມີຄວາມຍາວ ທັງໝົດ 18,3 ກິໂລແມັດ, ເປັນເສັ້ນທາງ 4 ຊ່ອງຈະລາຈອນ (ໄປ2-ກັບ2), ອອກແບບຄວາມໄວ 100 ກິໂລແມັດຕໍ່ຊົ່ວໂມງ, ເຊື່ອມຕໍ່ ນະຄອນວາຣເຈໂວ ກັບ ນະຄອນລາໂກວັກ ທາງພາກກາງ ແລະ ພາກຕາເວັນຕົກແຊັກບີ. ພາຍຫລັງສ້າງສຳເລັດແລ້ວ, ໂຄງການດັ່ງກ່າວບໍ່ພຽງແຕ່ຈະສາມາດແກ້ໄຂ ຄວາມແອອັດດ້ານການຈະລາຈອນເທົ່ານັ້ນ, ແຕ່ຍັງຈະປັບປຸງການສ້າງເຄືອຂ່າຍຄົມມະນາຄົມແຊັກບີໃຫ້ສົມບູນຂຶ້ນ, ທັງປັບປຸງ ແລະ ຍົກລະດັບເງື່ອນໄຂແກ່ການເດີນທາງ ຂອງປະຊາຊົນທ້ອງຖິ່ນ ແລະ ຊຸກຍູ້ການພັດທະນາເສດຖະກິດ ຂອງເຂດແຄ້ວນທີ່ຢູ່ອ້ອມຂ້າງອີກດ້ວຍ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ