ຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາ ຜ່ານມາວ່າ: ກະຊວງທ່ອງທ່ຽວ ຂອງກຳປູເຈຍ ລາຍງານລາຍຮັບຈາກການທ່ອງທ່ຽວ ໃນປີ 2024 ມີປະມານ 3.63 ຕື້ໂດລາ, ເພີ່ມຂຶ້ນ 17.8% ເມື່ອທຽບໃສ່ປີກາຍ.
ບົດລາຍງານລະບຸວ່າ: ກຳປູເຈຍ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ໃນປີ 2024 ທັງໝົດ 6,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 22.9% ເມື່ອທຽບໃສ່ປີກາຍ. ໂດຍຕະຫຼາດນັກທ່ອງທ່ຽວ 5 ອັນດັບ ຂອງກຳປູເຈຍແມ່ນໄທ, ຫວຽດນາມ, ຈີນ, ລາວ ແລະ ສະຫະລັດ ອາເມຣິກາ.
ທັງນີ້, ຄາດວ່າຂະແໜງທ່ອງທ່ຽວຈະມີສ່ວນສົ່ງເສີມລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງກຳປູເຈຍ ໃນປີ 2024 ປະມານ 9.4%, ເພີ່ມຂຶ້ນຈາກ 7.5% ໃນປີ 2023 ແລະ ເປັນໜຶ່ງໃນສີ່ເສົາຄ້ຳທີ່ສະໜັບສະໜູນເສດຖະກິດກຳປູເຈຍ.