Tuesday, February 4, 2025
Homeຂ່າວຕ່າງປະເທດການເຕີບໂຕດ້ານເສດຖະກິດຂອງອາເມຣິກາໃນປີ 2024 ຊ້າລົງ

ການເຕີບໂຕດ້ານເສດຖະກິດຂອງອາເມຣິກາໃນປີ 2024 ຊ້າລົງ

ຂ່າວສານຊີອາໄອລາຍງານວ່າ: ໂຕເລກຄາດຄະເນເທື່ອທຳອິດທີ່ກະຊວງການຄ້າອາເມຣິກາປະກາດ ຫວ່າງບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນໄຕມາດທີ 4 ປີ 2024 ຂອງອາເມຣິກາ ຄິດໄລ່ຕາມປີແລ້ວ ໄດ້ເພີ່ມຂຶ້ນ 2.3%, ຈັງຫວະເຕີບໂຕຫຼຸດຕ່ຳລົງ 0.8% ເມື່ອທຽບໃສ່ໄຕມາດທີ 3. GDP ອາເມຣິກາໃນປີ 2024 ໄດ້ເພີ່ມຂຶ້ນ 2.8%, ຕ່ຳລົງ 0.1% ເມື່ອທຽບໃສ່ປີ 2023.

ຂ່າວລະບຸວ່າ: ລາຍຈ່າຍການບໍລິໂພກຂອງສ່ວນບຸກຄົນທີ່ກວມປະມານ 70% ຂອງລວມຍອດເສດຖະກິດອາເມຣິກາໃນໄຕມາດທີ 4 ປີ 2024 ໄດ້ເພີ່ມຂຶ້ນ 4.2%, ຈັງຫວະເຕີບໂຕເພີ່ມຂຶ້ນ 0.5% ເມື່ອທຽບໃສ່ໄຕມາດທີ 3. ສ່ວນການລົງທຶນຕໍ່ອະສັງຫາລິມະຊັບທີ່ບໍ່ແມ່ນເຮືອນຢູ່ສະແດງໃຫ້ເຫັນສະພາບການລົງທຶນຂອງວິສາຫະກິດນັ້ນຕ່ຳລົງ 2.2%, ແມ່ນການຫຼຸດຕ່ຳລົງເປັນເທື່ອທຳອິດນັບແຕ່ໄຕມາດທີ 3 ປີ 2021 ເປັນຕົ້ນມາ.

ກະຊວງການຄ້າອາເມຣິກາ ຈະດຳເນີນການຄາດຄະເນຕໍ່ໂຕເລກເສດຖະກິດປະຈຳໄຕມາດ 3 ຄັ້ງ ໂດຍອີງຕາມຂໍ້ມູນທີ່ຄົບຖ້ວນ. ໂຕເລກໃນໄຕມາດທີ 4 ແລະ ໃນປີ 2024 ທີ່ປັບປຸງຄືນໃໝ່ຈະປະກາດໃນວັນທີ 27 ກຸມພາ ປີນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments