ໃນວັນທີ 3 ກຸມພາ 2025 ນີ້, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເເຮັດເຕີ ໂຣຊ ວາເຣຍອາວາ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ເເຫ່ງ ສ ອາເມລິກາ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງຕັ້ງເປັນ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ໂອກາດດັ່ງກ່າວ, ທ່ານທູດ ໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານຮັກສາການຫົວໜ້າ ຄຕພ, ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຢືນຢັນວ່າ ສະຖານທູດ ຈະສືບຕໍ່ປະກອບສ່ວນຊຸກຍູ້ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ອາເມລິກາ-ລາວ ໃຫ້ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ແລະ ຈະນໍາເອົາເນື້ອໃນຈິດໃຈຂອງການພົບປະໃນຄັ້ງນີ້ ລາຍງານພາກສ່ວນທີ່ກ່ຽວຂ້ອງຂອງ ອາເມລິກາ ເພື່ອພິຈາລະນາການສືບຕໍ່ຮ່ວມມືກັນໃນຕໍ່ໜ້າ. ພ້ອມທັງ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ໃນການປະຕິບັດນະໂຍບາຍມະນຸດສະທໍາ ໃນໂຄງການຊອກຫາສິ່ງເສດເຫລືອຂອງ ທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ລາວ (MIA) ແລະ ເຊື່ອໝັ້ນວ່າ ດ້ວຍປະສົບການອັນອຸດົມສົມບູນຂອງ ທ່ານຮັກສາການຫົວໜ້າ ຄຕພ ຈະສືບຕໍ່ຊຸກຍູ້ການປະສານສົມທົບ ລະຫວ່າງ ສະຖານທູດອາເມລິກາ ແລະ ຄຕພ ເພື່ອປະກອບສ່ວນເຂົ້າໃນການພົວພັນຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ນັບມື້ເເໜ້ນເເຟ້ນຍິ່ງໆຂຶ້ນ.
ທ່ານຮັກສາການ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕີລາຄາສູງຕໍ່ສາຍພົວພັນຮ່ວມມືຂອງສອງປະເທດທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍສະເພາະ ການຮ່ວມມືກັບ ສປປ ລາວ ໃນບັນດາໂຄງການ ເປັນຕົ້ນ ຂະແໜງການສຶກສາ, ສາທາລະນະສຸກ, ການຕ້ານຢາເສບຕິດ, ການຄ້າ, ການລົງທຶນ, ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ແລະ ອື່ນໆ. ພ້ອມນັ້ນ, ກໍໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ສປປ ລາວ ເປັນປະທານ ໝູນວຽນອາຊຽນ ຢ່າງມີຜົນສໍາເລັດ, ເຊື່ອໝັ້ນວ່າ ການປະຕິບັດໜ້າທີ່ຂອງທ່ານທູດ ຈະເປັນຂົວຕໍ່ເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ອາເມລິກາ ໄດ້ຮັບການຂະຫຍາຍຕົວຍິ່ງໆຂຶ້ນ ບົນພື້ນຖານແຫ່ງສາຍພົວພັນການທູດ ລາວ-ອາເມລິກາ ຄົບຮອບ 70 ປີ ແລະ ຖະເເຫລງການຮ່ວມ ວ່າດ້ວຍການເປັນຄູ່ຮ່ວມມືແບບກວມລວມ ລະຫວ່າງ ສອງປະເທດ.
ໃນຕອນທ້າຍ, ສອງຝ່າຍ ເຫັນດີ ຕໍ່ການຕີລາຄາການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍຈະສືບຕໍ່ຊຸກຍູ້ການພົວພັນໃນຕໍ່ໜ້າໃຫ້ມີໝາກຜົນຍິ່ງໆຂຶ້ນ.
ຂ່າວ-ພາບ: ຄຕພ