ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມຜ່ານແຜນດໍາເນີນງານກະກຽມສະເຫລີມສະຫລອງສາມວັນປະຫວັດສາດ ໃນປີ 2025 ຄື ຄົບຮອບ 50 ປີ ວັນສະຖາປະນາ ສປປ ລາວ; 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ 105 ປີວັນເກີດ ປະທານໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 3 ກຸມພາ 2025 ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີບັນດາຄະນະຮັບຜິດຊອບຊີ້ນໍາຂັ້ນແຂວງ, ຕາງໜ້າອະນຸກໍາມະການແຕ່ລະພາກສ່ວນ ແລະ ຄະນະກອງເລຂາກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ວົງເພັດ ຈິດປັນຍາ ໄດ້ສະເໜີໃຫ້ອະນຸກໍາມະການແຕ່ລະພາກສ່ວນ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບ ດ້ວຍຄວາມເປັນເຈົ້າການ, ກໍານົດແຜນໃນການດໍາເນີນງານຂອງຂະແໜງການຕົນຢ່າງລະອຽດຄົບຖ້ວນ ນັບທັງແຜນຄົນ, ແຜນກິດຈະກໍາ ແລະ ແຜນງົບປະມານຕ່າງໆ ໂດຍຜ່ານຄະນະກອງເລຂາ ເພື່ອລາຍງານຕໍ່ຄະນະຊີ້ນໍາຂັ້ນແຂວງ ຕາມຂັ້ນຕອນ ແລ້ວນໍາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ແລະ ລາຍງານຜົນເປັນແຕ່ລະໄລຍະ ເພື່ອເຮັດໃຫ້ການຈັດຕັ້ງສະເຫລີມສະຫລອງສາມວັນປະຫວັດສາດ ຢູ່ແຂວງຄໍາມ່ວນ ໄດ້ດໍາເນີນຢ່າງມີເນື້ອໃນ, ຮູບການ ແລະ ກິດຈະກໍາອັນມີຄວາມໝາຍສໍາຄັນເໝາະສົມ ບົນຈິດໃຈປະຢັດ, ທັງຮັບປະກັນ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ-ສະຫງົບປອດໄພ ແລະ ມີບັນຍາກາດຟົດຟື້ນ.
ກອງປະຊຸມຄັ້ງນີ້, ຍັງໄດ້ຮັບຟັງການຜ່ານແຜນດໍາເນີນງານ ກະກຽມສະເຫລີມສະຫລອງ 3 ວັນສໍາຄັນປະຫວັດສາດ ເຊິ່ງໃນປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ເວົ້າລວມ ເວົ້າສະເພາະ ກໍຄື ແຂວງຄໍາມ່ວນ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃນການກະກຽມສະເຫລີມສະຫລອງ 3 ວັນປະຫວັດສາດ, ເນື້ອແທ້ ເປັນການຫວນຄືນ ມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນຕົວຈິງທີ່ພັກປະຊາຊົນ ປະຕິວັດລາວ ນໍາພາຕໍ່ສູ້ ຍາດມາໄດ້ຜົນງານໄຊຊະນະ ຕະຫລອດໄລຍະ 70 ປີ ພ້ອມກັບການສືບຕໍ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດ 50 ປີ ແລະ ເພື່ອຈາລຶກຜົນງານ, ຄຸນງາມຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ.
ຂ່າວ: ມະນີວັນ