Tuesday, February 4, 2025
Homeທຸລະກິດກະຊວງກະສິກໍາ ແລະ ປ່າໄມ້ ສຸມໃສ່ຊຸກຍູ້ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ສົ່ງອອກເປັນສິນຄ້າ

ກະຊວງກະສິກໍາ ແລະ ປ່າໄມ້ ສຸມໃສ່ຊຸກຍູ້ການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ສົ່ງອອກເປັນສິນຄ້າ

ໃນໂອກາດລາຍງານຕໍ່ກອງປະຊຸມສະຫລຸບວຽກງານກະສິກຳ, ປ່າໄມ້ ແລະ ພັດ ທະນາຊົນນະບົດ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ຄາດໝາຍລວມ ໃນປີ 2025 ນີ້, ກະຊວງກະສິກໍາ ແລະ ປ່າໄມ້ ຈະຊຸກຍູ້ແຮງການຜະລິດສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳ ທີ່ມີທ່າແຮງການຂະຫຍາຍຕົວ, ຫລາກຫລາຍ, ສະອາດ, ປອດໄພ, ປະຊາຊົນມີລາຍຮັບ, ທັງຮັບປະກັນລະບົບນິເວດກະສິກຳຂອງທ້ອງຖິ່ນ ມີຄວາມຂຽວງາມ ແລະ ຍືນຍົງ ໂດຍຮັກສາລະດັບການເຕີບໂຕຂອງກະສິກຳ 4,3%. ໃນນັ້ນ, ປູກຝັງ ຂະຫຍາຍຕົວ 3,9%, ລ້ຽງສັດ ຂະຫຍາຍຕົວ 4,7%, ປ່າໄມ້ ຂະຫຍາຍຕົວ 5,7%, ປະມົງ ຂະຫຍາຍຕົວ 4,4% ແລະ ປະກອບສ່ວນໃນລວມຍອດຜະລິດຕະພັນພາຍໃນ (GDP) 22,4%.

ເພື່ອໃຫ້ສາມາດຮັບປະກັນໄດ້ການບໍລິໂພກພາຍໃນ ແລະ ເປັນສິນຄ້າສົ່ງອອກຈໍານວນໜຶ່ງ, ຕ້ອງສູ້ຊົນຜະລິດເຂົ້າເປືອກລວມໃຫ້ໄດ້ 3,9 ລ້ານໂຕນ. ໃນນັ້ນ, ສູ້ຊົນເກັບກ່ຽວເຂົ້ານາປີໃຫ້ໄດ້ 3.269.400 ໂຕນ ແລະ ເຂົ້ານາແຊງ 450.000 ໂຕນ ແລະ ເຂົ້າໄຮ່ 180.600 ໂດຍສຸມໃສ່ 10 ແຂວງເປົ້າໝາຍ ຂອງໂຄງການຄໍ້າປະກັນສະບຽງອາຫານຫລາຍແຫ່ງ ໂດຍສະເພາະແມ່ນ ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ແຂວງຈຳປາສັກ ແມ່ນເລັ່ງໃສ່ຜະລິດ ເພື່ອສະໜອງໃຫ້ແກ່ບັນດາແຂວງພາກກາງ ແລະ ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ.

ສໍາລັບ ແຂວງໄຊຍະບູລີ, ຫລວງນໍ້າທາ ແລະ ແຂວງບໍ່ແກ້ວ ເລັ່ງໃສ່ຜະລິດເຂົ້າເພື່ອສະໜອງ ໃຫ້ແກ່ບັນດາແຂວງພາກເໜືອ, ສ່ວນ ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ແມ່ນເລັ່ງໃສ່ຜະລິດເພື່ອສະໜອງໃຫ້ແກ່ນະ ຄອນຫລວງວຽງຈັນ ແລະ ບັນດາແຂວງພາກເໜືອຈຳນວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ. ພ້ອມນີ້, ຍັງຈະສູ້ຊົນ ຜະລິດພືດສະບຽງອາຫານ ໃຫ້ໄດ້ 279.680 ເຮັກຕາ, ຜົນຜະລິດ 2,46 ລ້ານໂຕນ. ໃນນັ້ນ, ມີສາລີຫວານ, ເຜືອກ-ມັນ, ພືດຜັກ ແລະ ໝາກໄມ້ ໂດຍສຸມໃສ່ບັນດາແຂວງ ທີ່ມີທ່າແຮງທາງດ້ານການຜະລິດ ແລະ ການເຂົ້າເຖິງຕະຫລາດ ໃນການຈໍາໜ່າຍຜົນຜະລິດ.

ນອກຈາກນີ້, ຈະສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການລ້ຽງສັດ ແລະ ການປະມົງ ແນ ໃສ່ການສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ພຽງພໍຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ. ໃນນັ້ນ, ຈະຕ້ອງສົ່ງເສີມເຮັດໃຫ້ລະດັບການຂະຫຍາຍພັນຂອງຝູງສັດ ຢູ່ໃນລະດັບ 3,5% ຕໍ່ປີ (ຄວາຍ 1%, ງົວ 3%, ໝູ 4%, ແກະ/ແບ້ 5% ແລະ ສັດປິກ 5%) ແລະ ການປະມົງ ຂະຫຍາຍຕົວ 4,3%.

ເພື່ອຮັບປະກັນການສະໜອງອາຫານ ແລະ ໂພຊະນາການ ໃຫ້ພຽງພໍກັບຄວາມຕ້ອງການບໍລິ ໂພກພາຍໃນຢ່າງໜັກແໜ້ນ ຈະສູ້ຊົນຊຸກຍູ້ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 577.000 ໂຕນ. ໃນນັ້ນ, ການຜະລິດຊີ້ນ ໃຫ້ໄດ້ໃນລະດັບ 284.600 ໂຕນ, ໄຂ່ 55.400 ໂຕນ ແລະ ປາ 237.000 ໂຕນ ເພື່ອຄໍ້າປະກັນເຮັດໃຫ້ ອັດຕາການບໍລິໂພກຊີ້ນ, ໄຂ່ ແລະ ປາ ໂດຍສະເລ່ຍ ໃຫ້ໄດ້ 73 ກິໂລກຣາມ/ຄົນ/ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments