Tuesday, February 4, 2025
Homeທຸລະກິດສ້າງເສດຖະກິດຄອບຄົວນອກໂມງການຈາກການເພາະພັນລູກໝູຂາຍ

ສ້າງເສດຖະກິດຄອບຄົວນອກໂມງການຈາກການເພາະພັນລູກໝູຂາຍ

ພາຍຫຼັງທີ່ ພັກ-ລັດ ໄດ້ມີນະໂຍບາຍເປີດກວ້າງ ໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການປຸກລະດົມຊຸກຍູ້ ໃຫ້ພະນັກງານ ແລະ ປະຊາຊົນ ຫັນມາປູກຝັງ-ລ້ຽງສັດ ໃຫ້ຫຼາຍກາຍເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ມີຄວາມຮັ່ງມີທາງດ້ານເສດຖະກິດນັ້ນ, ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ກໍ່ແມ່ນຜູ້ໜຶ່ງທີ່ໄດ້ປະຕິບັດຕາມນະໂຍບາຍຂອງພັກ-ລັດ ດ້ວຍການສ້າງເສດຖະກິດຄອບຄົວ ນອກໂມງການໂດຍການເພາະພັນລູກໝູຂາຍສ້າງລາຍຮັບໃຫ້ກັບຄອບຄົວ ປີລະ 300 ລ້ານກວ່າກີບ ແລະ ນອກຈາກມີລາຍຮັບທີ່ໝັ້ນທ່ຽງແລ້ວ ນາງຍັງກາຍເປັນແບບຢ່າງທີ່ດີໃຫ້ກັບພະນັກງານ-ລັດຖະກອນອີກດ້ວຍ. ນາງສັ້ນນ້ອຍ ແກ້ວພິລາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວພວກເຮົາວ່າ: ຂ້າພະເຈົ້າ ເປັນພະນັກງານສັງກັດຢູ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງແກ່ນທ້າວແຂວງໄຊຍະບູລີ ປັດຈຸບັນຢູ່ບ້ານນາບອນ. ໃນຄອບຄົວມີຈຳນວນພົນ ລວມ 5 ຄົນ, ຍິງ 3 ຄົນ, ມີແຮງງານຕົ້ນຕໍ 1 ຄົນ, ແຮງງານສຳຮອງ 3 ຄົນ, ຄອບຄົວຂ້າພະເຈົ້າກ່ອນປີ 2011 ແມ່ນເປັນພະນັກງານລັດພຽງຢ່າງດຽວ, ຊີວິດການເປັນຢູ່ພຽງແຕ່ກຸ້ມຢູ່ກຸ້ມກິນ ເວົ້າລວມແລ້ວບາງໄລຍະການດຳລົງຊີວິດ ບາງຄັ້ງກໍ່ພົບຄວາມຫຍຸ້ງຍາກ.ຈຶ່ງໄດ້ປຶກສາຫາລືກັບຄອບຄົວຊອກຫາທຸກວິທີທາງ ເພື່ອບັນລຸຈຸດປະສົງດັ່ງກ່າວ ເຊິ່ງເລີ່ມແຕ່ປີ 2011 ເປັນຕົ້ນມາ ໄດ້ວາງແຜນໃນການສ້າງເສດຖະກິດຄອບຄົວ ນອກໂມງການ ເພື່ອໃຫ້ມີລາຍຮັບເພີ້ມຂຶ້ນນອກຈາກເງິນເດືອນ ເຊິ່ງໄດ້ຕັ້ງໜ້າສຸມໃສ່ການລ້ຽງໝູພໍ່-ແມ່ພັນ ເພື່ອຜະລິດລູກໝູ ແລະ ການລ້ຽງຂຸນຂາຍ ເປັນສິນຄ້າໃຫ້ຫຼາຍຂຶ້ນ ໂດຍໄດ້ລິເລິ່ມລ້ຽງໃນປີ 2011 ເບື້ອງຕົ້ນມີໝູພໍ່-ແມ່ພັນ ຈໍານວນ 5 ໂຕ ສາມາດຜະລິດລູກໝູໄດ້ປະມານ 98 ໂຕຕໍ່ປີ, ສ້າງລາຍຮັບໃຫ້ຄອບຄົວ 37ລ້ານກີບຕໍ່ປີ ຫັກຄ່າໃຊ້ຈ່າຍຕົ້ນທຶນແລ້ວເຫັນວ່າມີຜົນກຳໄລໜ້າພໍໃຈ ຕໍ່ມາຈຶ່ງໄດ້ມີການຂະຫຍາຍການລ້ຽງເພີ່ມຂື້ນໃນແຕ່ລະປີ.

ມາຮອດປັດຈຸບັນມີໝູພໍ່-ແມ່ພັນ ທັງໝົດ 31 ໂຕ (ພໍ່ພັນ 2 ໂຕ, ແມ່ພັນ 29 ໂຕ) ສາມາດຜະລິດລູກໝູໄດ້ປະມານ 725 ໂຕຕໍ່ປີ (ໝູແມ່ພັນ 1 ໂຕ ໃຫ້ລູກ 2 ຄັ້ງຕໍ່ປີ) ຈຳນວນລູກໝູທີ່ຜະລິດໄດ້ໃນແຕ່ລະຮອບ ຈະແບ່ງຂາຍ 2 ສ່ວນ ແລະ ລ້ຽງຂຸນຂາຍ 1 ສ່ວນ ສັງລວມແລ້ວ ໃນຈຳນວນລູກໝູທີ່ຜະລິດໄດ້ຕໍ່ປີ ຂາຍເປັນໝູນ້ອຍ (ລູກໝູ) ປະມານ 480 ໂຕຕໍ່ປີ ແລະ ຂຸນຂາຍປະມານ 245 ໂຕຕໍ່ປີ, ສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ປີລະ 355 ລ້ານກີບ, ລວມໄລຍະ 5 ປີ ຜ່ານມາ ເທົ່າກັບ 1,774 ລ້ານກີບ. ນອກຈາກລາຍຮັບຈາກການລ້ຽງໝູແລ້ວ ຄອບຄົວຍັງມີລາຍຮັບຈາກເງິນເດືອນ ແລະ ອື່ນໆ ອີກ ຈຳນວນ 30,560,000 ກີບຕໍ່ປີ ລວມລາຍຮັບທັງໝົດ 385,560,000 ກີບຕໍ່ປີ, ສະເລ່ຍໃສ່ຈຳນວນຄົນໃນຄອບຄົວ ເທົ່າກັບ 77,112,000 ກີບຕໍ່ຄົນຕໍ່ປີ (ລວມຍອດລາຍຮັບ 5 ປີ ເທົ່າກັບ 1,927,000,000 ກີບ).

ທ່ານ ນາງ ສັ້ນນ້ອຍ ແກ້ວພິລາ ຍັງໃຫ້ຮູ້ຕື່ມວ່າ: ສຳລັບວິທີການລ້ຽງ ສະຖານທີ່ຕ້ອງຫ່າງໄກຈາກຊຸມຊົນ ປະມານ 3 ກິໂລແມັດຂື້ນໄປ ຢູ່ບ່ອນເນີນສູງອາກາດປອດໂປ່ງ ບໍ່ເຄີຍເກີດພະຍາດມາກ່ອນ, ການສ້າງຄອກພໍ່ພັນ ກວ້າງ 2 ແມັດ, ຍາວ 2,2 ແມັດ ແລະ 1,2 ແມັດ, ຄອກແມ່ພັນ ກວ້າງ 0,6 ແມັດ, ຍາວ 2,2 ແມັດ, ສູງ 1 ແມັດ, ຄອກແມ່ພັນຖືພາ ກວ້າງ 1,2, ຍາວ 2,2, ສູງ 1 ແມັດ, ຄອກເກີດລູກ ກວ້າງ 2 ແມັດ, ຍາວ 2,2, ແມັດ, ສູງ 1 ແມັດ, ຊ່ອງແມ່ເກີດລູກ ກວ້າງ 0,6 ແມັດ ແລະ ຍາວ 2,2 ແມັດ ແລະ ຄອກໝູຂຸນຂາຍ ຂະໜາດ 1,2 ຕາແມັດຕໍ່ໂຕ. ການຄັດເລືອກແມ່ພັນແມ່ນຈະຄັດເລືອກເອົາແມ່ພັນ ສອງສາຍເລືອດ (ແມ່ແລນເລດ ກັບພໍ່ພັນລາດສະວາ) ທີ່ມີຮູບຮ່າງໃຫຍ່ຍາວ ມີອະໄວຍະວະເພດໃຫຍ່ ແລະມີເຕົ້ານົມ 12 ເຕົ້າຂຶ້ນໄປ ແລະ ພໍ່ພັນແມ່ນຈະເລືອກ ພໍ່ພັນທີ່ມີລຳໂຕຍາວ ກົກຂາໃຫຍ່ ອະໄວຍະວະເພດສົມບູນ ໃນເມື່ອປະສົມພັນແລ້ວຈະໄດ້ລູກຊອດປະສົມສາມເລືອດ ທີ່ມີຄວາມຈະເລີນເຕີບໂຕໄວ ແລະ ທົນທານຕໍ່ສະພາບແວດລ້ອມຂອງບ້ານເຮົາ. ການດູແລ ແລະ ຮັກສາສຸຂະພາບສັດ ແມ່ນເນັ້ນຄວາມສະອາດ, ລ້າງອານາໄມຄອກທຸກມື້, ຂ້າເຊື້ອຄອກທຸກໆຄັ້ງ (ຄອກຂຸນຂາຍ ແລະ ຄອກເກີດ), ໃຫ້ວິຕາມິນອາທິດລະຄັ້ງ ສັກຢາວັກຊີນປ້ອງກັນພະຍາດອະທິວາໝູ ທຸກໆ 6 ເດືອນ ແລະ ກ່ອນປະສົມພັນ ທຸກໆ ຄັ້ງ. ສ່ວນການໃຫ້ອາຫານ ແມ່ນໃຊ້ຫົວອາຫານສົດ ໂດຍໃຫ້ກິນວັນລະ 2 ຄັ້ງ ເຊົ້າ-ແລງ, ພໍ່ແມ່ພັນແມ່ນໃຫ້ອາຫານທີ່ມີໂປຣຕີນ 14 ສ່ວນຮ້ອຍ ໃຫ້ວັນລະ 2,5 ຫາ 3 ກິໂລ ແລະ ໝູຂຸນ ແມ່ນໃຫ້ກີນອາຫານທີ່ມີໂປຣຕິນ 20 ສ່ວນຮ້ອຍ, 18 ສ່ວນຮ້ອຍ ແລະ 16 ສ່ວນຮ້ອຍ ໃຫ້ຕາມແຕ່ລະໄລຍະຂອງການຈະເລີນເຕີບໂຕຂອງໝູ ແລະ ການໃຫ້ນໍ້າ ແມ່ນໃຊ້ຫົວກ໋ອກດູດໃຫ້ກິນຕາມຕ້ອງການ.

ຈາກການສ້າງເສດຖະກິດຄອບຄົວນອກໂມງການໂດຍການເພາະພັນລູກໝູຂາຍ ໄດ້ເຮັດໃຫ້ຊີວິດການເປັນຢູ່ ຂອງຄອບຄົວດີຂື້ນເປັນກ້າວໆ.

ຂ່າວ: ແກ່ນທ້າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments