ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງຄໍາມ່ວນ ໃນ ນາມຕາງໜ້າໃຫ້ຄະນະຮັບຜິດຊອບຊີ້ນໍາຂັ້ນແຂວງ ເພື່ອກະກຽມສະເຫຼີມສະຫຼອງສາມວັນປະຫວັດ ສາດ ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນທ້ອງຖິ່ນ ໃນວັນທີ 3 ກຸມພານີ້ວ່າ: ເພື່ອເຮັດໃຫ້ການ ກະກຽມສະເຫຼີມສະຫຼອງ ສາມວັນປະຫວັດສາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຕິດພັນກັບການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສໍາເລັດຢ່າງຈົບງາມ ແລະ ມີເນື້ອໃນຢ່າງເລິກເຊິ່ງເປັນຂະບວນການຢ່າງກວ້າງຂວາງຟົດຟື້ນ, ເນື່ອງນິດລຽນຕິດ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
ຄະນະຮັບຜິດຊອບຊີ້ນໍາຂັ້ນແຂວງ ກະກຽມສະເຫຼີມສະຫຼອງສາມວັນປະຫວັດ ສາດ ໄດ້ກໍານົດເອົາ 6 ກິດຈະກໍາຫຼັກເພື່ອເປັນບ່ອນອີງໃນການເຄື່ອນໄຫວ, ພ້ອມກັນນັ້ນ ກໍ່ໄກ້ກໍານົດບັນດາກິດຈະກໍາຍ່ອຍ ແລະ ໄດ້ແຕ່ງຕັ້ງອະນຸກໍາມະການຮັບຜິດຊອບ 5 ອະນຸຄື: ອະນຸກຳມະການເນື້ອໃນ; ອະນຸກຳມະການປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ; ອະນຸກຳມະການ ເສດຖະກິດ-ການເງິນ; ອະນຸກຳມະ ການຂະບວນການ, ແຂ່ງຂັນ ແລະ ຍ້ອງຍໍ, ອະນຸກໍາມະການ ເລຂານຸການ ແລະ ພິ ທີການ. ການສະເຫຼີມສະຫຼອງບັນດາວັນບຸນສໍາຄັນດັ່ງກ່າວ ຕ້ອງບົນຈິດໃຈປະຢັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ.
ການສະເຫຼີມສະຫຼອງ 3 ວັນ ບຸນໃຫຍ່ດັ່ງກ່າວ, ແມ່ນມີຄວາມໝາຍສໍາຄັນຍິ່ງ, ຂອງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາ ວຸດ ແລະ ທົ່ວປະຊາຊົນລາວທັງຊາດ. ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະພັກ, ຄະນະນໍາບັນດາພະແນກການ-ອົງການທຽບ ເທົ່າ, ບັນດາເມືອງໃນທົ່ວແຂວງ, ຕະຫຼອດຮອດພະນັກງານ, ສະ ມາຊິກພັກ, ກໍາລັງປະກອບອາວຸດ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນລາວບັນດາເຜົ່າຊາວແຂວງຄຳມ່ວນ ຈົ່ງໄດ້ພ້ອມ ກັນເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍ ແລະ ປຸກລະດົມນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີເປັນປຶກ ແຜ່ນຂອງປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ພາຍໃນແຂວງ ພ້ອມກັນຍົກສູງນໍ້າໃຈຕໍ່ສູ້ອັນອົງອາດ ແລະ ເສຍ ສະຫຼະບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາ, ສຸມທຸກກໍາລັງແຮງ, ສະຕິປັນຍາ, ຫົວຄິດປະດິດສ້າງ ຫັນເອົາເນື້ອໃນການສະເຫຼີມສະຫຼອງ 3 ວັນປະຫວັດສາດ ກາຍ ເປັນການກະທໍາຕົວຈິງ ໂດຍສະເພາະແມ່ນແກ້ໄຂສະພາບຄວາມ ຫຍຸ້ງຍາກດ້ານເສດຖະກິດ, ການເງິນ-ເງິນຕາ, ຍູ້ແຮງການຜະລິດ -ທຸລະກິດ, ສ້າງພື້ນຖານໃຫ້ເສດຖະກິດພາຍໃນແຂວງ ໃຫ້ນັບມື້ນັບໜັກແໜ້ນ, ເຂັ້ມແຂງ, ເປັນເຈົ້າຕົນເອງ; ສຸມໃສ່ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ.
ຍົກສູງສະຕິລະວັງຕົວຕໍ່ກົນ ອຸບາຍ ມ້າງເພທໍາລາຍຂອງພວກຄົນບໍ່ດີ ເພື່ອຮັບປະກັນໃຫ້ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ວຽກງານອື່ນໆ.
Cr: ມະນີວັນ