ເຂົ້າໃຈດີວ່າມືຖືທຸກຄົນຂາດບໍ່ໄດ້ເລີຍ ມັນກາຍເປັນປັດໃຈທີ່ 5 ຂອງເຮົາໄປແລ້ວຫາຍາກແລ້ວຄົນທີ່ບໍ່ມີມືຖື ຢ່າງໜ້ອຍທຸກຄົນຕ້ອງມີ 1-2 ໜ່ວຍ ພໍຫຼີ້ນມືຖືເລື້ອຍໆ ການສາກກໍ່ອາດຈະໄວຂື້ນ ບາງຄົນທັງສາກທັງຫຼີ້ນມືຖືໄປນຳກໍ່ມີ ມັນກໍ່ອັນຕະລາຍຄືກັນແບບນີ້ ໄຟຟ້າມັນໄວ້ໃຈບໍ່ໄດ້ ມື້ນີ້ເຮົາ ມີ 6 ສີ່ງບໍ່ຄວນເຮັດໃນການສາກມືຖື ມີຫັຍງແດ່ມາຕິດຕາມພ້ອມກັນເລີຍ!
ເວລາສາກພະຍາຍາມຢ່າໃຫ້ມັນເຕັມ 100% ເລື້ອຍໆ ເພາະວ່າຈະເຮັດໃຫ້ແບັດເຊື່ອມໄວ ຖ້າຈະໃຫ້ດີຄວນໃຫ້ຢູ່ທີ່ 90% ກໍ່ຖອດອອກມາໃຊ້ໄດ້ແລ້ວ ຫຼື ບາງຄົນມັກສາກແບັດຖີ້ມປະໄວ້ ຊື່ງອັນຕະລາຍ ແລະ ຫົວສາກກໍ່ຈະບໍ່ໄດ້ພັກດ້ວຍອາດຈະເພໄວກ່ວາເກົ່າ.
ຢ່າໃຫ້ແບັດໝົດຄ່ອຍສາກ ຖ້າຫາກແບັດໝົດເຫຼືອປະມານ 50% ລົງມາກໍ່ຄວນຈະສາກໄດ້ເລີຍຢ່າໃຫ້ແບັດໝົດເພາະວ່າຈະເຮັດໃຫ້ແບັດເຊື່ອມສະພາບໄວຂື້ນ.
ເມື່ອສາກລຽບລ້ອຍແລ້ວ ຢ່າສຽບປັກໄຟຖີ້ມໄວ້ໃຫ້ຖອດທັນທີ ເພາະອາດຈະເຮັດໃຫ້ເກີດແຮງດັນໄຟສູງເກີນເຮັດໃຫ້ລະເບີດໄດ້.
ຢ່າສາກຂ້າມຄືນ ເພາະແບັດເຕັມ ແຕ່ໄຟຍັງແລ່ນເຂົ້າໆ ອອກໆ ຢູ່ມັນຈະເຮັດໃຫ້ແບັດເຊື່ອມສະພາບໄວຂື້ນ ແຖມຍັງສ່ຽງຈະເຮັດໃຫ້ມືຖືເພໄວອີກດ້ວຍ.
ຖ້າໂທລະສັບຮ້ອນບໍ່ຄວນສາກຈະຕ້ອງປ່ອຍພັກເອົາໄວ້ໃຫ້ເຄື່ອງເຢັນກ່ອນ ແລະ ບໍ່ຄວນສາກໄປນຳຫຼີ້ນໄປນຳ.
ຖ້າສາຍສາກມີບັນຫາຂາດ ຄວນປ່ຽນທັນທີຫ້າມຝືນໃຊ້ຕໍ່ເພາະອັນຕະລາຍຕໍ່ທັງມືຖື ແລະ ຄົນໃຊ້ມືຖື.
ຖ້າໃຜທີ່ເຄີຍເຜີເຮັດຕາມ 6 ຂໍ້ດັ່ງກ່າວນີ້ຄວນຢຸດພຶດຕິກຳດັ່ງກ່າວຕັ້ງແຕ່ວິນາທີນີ້ເປັນຕົ້ນໄປ ເພາະຈະບໍ່ແມ່ນແຕ່ມືຖືແບັດເຊື່ອມ ຍັງລວມໄປເຖີງມືຖືເພໄວ ແລະ ເສຍສຸຂະພາບຈິດອີກດ້ວຍ ໃນລະຫວ່າງທີ່ສາກມືຖືເຮົາກໍ່ຈະມີເວລາເຮັດວຽກຢ່າງອື່ນເພີ່ມຂື້ນ ລອງເອົາໄປທົດລອງໃຊ້ກັນເບີ່ງ.