ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການປະຈໍາປີ 2025 ຂອງກະຊວງພາຍໃນ ອັດລົງດ້ວຍຜົນສຳເລັດ ວັນທີ 31 ມັງກອນ 2025 ພາຍຫຼັງດຳເນີນມາເປັນເວລາ 3 ວັນ ທີ່ ໂຮງແຮມຮໍລີເດອິນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ຜູ້ຊີ້ນໍາວຽກງານຄວາມໝັ້ນຄົງ ແລະ ວຽກງານການປົກຄອງ ມີທ່ານ ປອ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ບັນດາທ່ານຮອງລັດຖະມົນຕີ ເຈົ້າແຂວງ-ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງທ້ອງຖິ່ນເຂົ້າຮ່ວມ.
ທ່ານ ປອ ວິໄລວົງ ບຸດດາຄໍາ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນຄວາມສຳ ຄັນຍິ່ງ ເນື່ອງຈາກເປັນກອງປະຊຸມສະຫຼຸບຕີລາຄາວຽກງານຈຸດສຸມຂອງຂະແໜງພາຍໃນ ພ້ອມທັງເຜີຍແຜ່ບັນດາເອກະສານສໍາຄັນ ແລະ ແລກ ປ່ຽນບົດຮຽນກ່ຽວກັບວຽກງານຂະແໜງພາຍໃນ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາວຽກງານຂະແໜງພາຍໃນໃຫ້ມີຄວາມເປັນເອກະພາບສູງ ແລະ ຖືກຕ້ອງສອດ ຄ່ອງຕາມບັນດານິຕິກໍາ ແລະ ລະບຽບການທີ່ປະກາດໃຊ້ ເຊິ່ງຕະຫຼອດໄລຍະໃນການດໍາເນີນກອງປະຊຸມ ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການພ້ອມກັນເອົາໃສ່ຕິດຕາມການສະເໜີເນື້ອໃນເອກະສານຕ່າງໆ ພ້ອມທັງຄົ້ນຄວ້າປຶກສາຫາລື ແລກປ່ຽນຄຳຄິດເຫັນທາງດ້ານວິຊາການຢ່າງກົງໄປກົງມາຕະຫຼອດໄລຍະດໍາເນີນກອງປະຊຸມ ເຮັດໃຫ້ທຸກເນື້ອໃນ ທີ່ນໍາມາປຶກສາຫາລືໃນກອງປະຊຸມຄັ້ງນີ້ມີຄວາມເປັນເອກະພາບຢ່າງສູງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊິ່ງໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.
ໂອກາດນີ້ ທ່ານ ພົອ ຈັນສະໝອນ ຈັນຍາລາດ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ພ້ອມທັງເນັ້ນໃຫ້ກະຊວງພາຍໃນ ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານເພື່ອ ຍົກສູງບົດບາດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ພ້ອມທັງຮັບປະກັນໄດ້ການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຂະແໜງການພາຍໃນ ໃນຊຸມປີຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ ເປັນຕົ້ນເສີມຂະຫຍາຍ ບົດບາດການນໍາພາຂອງຄະນະພັກ ຄະນະນຳແຕ່ລະຂັ້ນ ແລະ ຄວາມເປັນແບບຢ່າງໃຫ້ພະນັກງານ-ລັດຖະກອນ ເອົາໃຈໃສ່ສຶກ ສາອົບຮົມວຽກງານການເມືອງແນວຄິດ ໃຫ້ພະນັກງານ-ລັດຖະກອນຂະແໜງພາຍໃນ ກຳແໜ້ນ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບແນວ ທາງນະໂຍບາຍຂອງພັກ ແລະ ການບໍລິຫານຄຸ້ມຄອງລັດໃນໄລຍະໃໝ່ໃຫ້ມີວິທະຍາສາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ບົນຈິດໃຈຫ້າວຫັນ ມີຈັນຍາບັນໃນໜ້າທີ່ ຄວາມຊື່ສັດ ມີນໍ້າໃຈບໍລິການຮັບໃຊ້ ແລະ ແບບແຜນວິທີເຮັດວຽກຢ່າງຖືກຕ້ອງ ຕາມຫຼັກການ ໃຫ້ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງການກັບວຽກງານຕົວຈິງ ເປັນເຈົ້າການຫັນແນວທາງນະໂຍບາຍຂອງພັກມາເປັນໂຄງການ ແຜນການ-ແຜນງານ ພ້ອມທັງສ້າງ ແລະ ປັບປຸງກົດໝາຍ ລະບຽບການບໍລິຫານລັດໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນປະຈຸບັນ; ຄຽງຄູ່ກັນນັ້ນ ກໍຕ້ອງເພີ່ມທະວີການຈັດຕັ້ງປະຕິບັດບັນດາກົດໝາຍ ແລະ ລະບຽບການທີ່ມີແລ້ວໃຫ້ມີຜົນສັກສິດ ພ້ອມທັງເຜີຍແຜ່ ຊຸກຍູ້ ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດບັນດານິຕິກຳ ແລະ ອື່ນໆທີ່ຕິດພັນກັບຂະແໜງພາຍໃນໃຫ້ປະກົດຜົນເປັນຈິງ.