ໃນລະຫວ່າງວັນທີ 24-30 ມັງກອນ 2025 ຜ່ານມາ, ທ່ານ ຈະເລີນ ເຍຍປາວເຮີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານຢູ່ແຂວງຫົວພັນ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານໄດ້ເຮັດວຽກຮ່ວມກັບສະ ພາປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ເຂົ້າຮ່ວມພິທີເປີດຂົ້ວອູ່ບ້ານໂພນໄຊ, ບ້ານນາກາ, ຮ່ວມງານບຸນປະເພນີບ້ານໂພນໄຊ, ບ້ານສົບຮາວ ພ້ອມທັງເຮັດວຽກຮ່ວມ ກັບທ່ານເຈົ້າເມືອງ, ກອງບັນຊາການປ້ອງກັນຄວາມສະຫງົບ ເມືືອງສົບເບົາ.
ນອກນັ້ນທ່ານຍັງໄດ້ໄປຢ້ຽມຢາມບ້ານເກີດຂອງທ່ານທີ່ບ້ານກົກໄຊ, ງານບຸນປະເພນີຂອງບ້ານສົບມອນ, ບ້ານນາໜອງ, ບ້ານນາຕອງ, ບ້ານຫາດກູ້, ບ້ານພຽງລູ້, ບ້ານພຽງຢາງ, ຢ້ຽມຢາມ- ພົບປະໂອ້ລົມບັນການນຳເມືອງ, ພະນັກງານ-ລັດຖະກອນ ພາຍໃນເມືອງຊຽງຄໍ້ ແລະ ເມືອງແອດ ພ້ອມທັງມອບເງິນສົດເພື່ອສະໜັບສະໜູນແກ່ການກະກຽມ ແລະ ດຳເນີນກອງກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງດັ່ງກ່າວ ເມືອງລະ 10 ລ້ານກີບ ຕື່ມອີກ.
ໃນໂອກາດລົງເຄື່ອນໄຫວວຽກງານຄັ້ງນີ້, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ນຳເອົາອຸປະກອນການຮຽນ-ການສອນ, ອຸປະກອນກິລາ ແລະ ກະຕ່າຂອງຂວັນ ລວມທັງເງິນສົດ ມອບໃຫ້ແກ່ອຳນາດການປົກຄອງບ້ານ, ເມືອງ ເຂົ້າໃນການບໍລິຫານ, ຮັບໃຊ້ວຽກງານລວມ ມູນຄ່າ 30 ລ້ານ ກວ່າກີບ.
ຂ່າວ: ບຸນແພງ ຜຸຍພັກດີ