ປະທານ ໄກສອນ ພົມວິຫານ ແມ່ນກຳເນີດຂຶ້ນ ແລະ ຖືກຊຸບຫລໍ່ພາຍໃຕ້ລັດທິມາກ-ເລນິນ ແລະ ໃນແປວໄຟຂອງສົງຄາມຕໍ່ສູ້ ເພື່ອຍາດເອົາເອກະລາດ ແລະ ປົດປ່ອຍປະເທດຊາດ ໂດຍເລີ່ມຈາກສະພາບແວດລ້ອມທີ່ປະເທດຊາດ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດທັງເກົ່າ, ໃໝ່ ແລະ ການປົກຄອງ ຂອງລະບອບສັກດີນາ, ໂດຍສະເພາະແມ່ນເພິ່ນໄດ້ຄົ້ນຄວ້າດ້ານທິດສະດີ, ຮ່ຳຮຽນເອົາແບບຢ່າງ ແລະ ແວ່ນແຍງອັນໃສ່ແຈ້ງໃນການຕໍ່ສູ້ເພື່ອປົດປ່ອຍຄົນຂອງກາກມາກ, ອັງແກນ, ເລນິນ ແລະ ປະທານ ໂຮ່ຈີ່ມິງ ທີ່ມີຄວາມເສຍສະລະອັນສູງສົ່ງ, ຜ່ານທຸກອຸປະສັກ ແລະ ສິ່ງທ້າທ້າຍທົດສອບນາໆປະການເພື່ອສ້າງມານະຈິດປະຕິວັດ, ຄຸນສົມບັດ, ສິນທຳປະຕິວັດ ແລະ ແບບຢ່າງໃນການເຄື່ອນຂອງຕົນ.
ຈາກຄວາມຮູ້ຄວາມສາມາດ, ຄວາມສະຫລາດຫລັກແຫລມຂອງພວກເພິ່ນທີ່ເປັນປັນຍາຊົນ, ຮັກຊາດ, ຮັກຊົນຊັ້ນຜູ້ຖືກກົດຂີ່ຂູດຮີດໄດ້ຕໍ່ສູ້ຕະຫລອດຊີວິດຂອງຕົນ ເພື່ອປົດປ່ອຍຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງານໃຫ້ພົ້ນຈາກການກົດຂີ່ຂູດຮີດ, ສ້າງສັງຄົມໃໝ່ສັງຄົມນິຍົມອັນນັ້ນໄດ້ສົ່ງຜົນສະທ້ອນຢ່າງຕັ້ງໜ້າ ປະທານ ໄກສອນ ພົມວິຫານ ມີບາດກ້າວເດີນອັນສະຫວ່າງສະໄຫວ, ດ້ວຍຈິດໃຈປະຕິວັດທີ່ແນ່ວແນ່ ແລະ ຄວາມເຊື່ອໝັ້ນອັນໜັກແໜ້ນຕໍ່ອຸດົມການ ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບໃດໆ ເຊິ່ງສະແດງອອກຢູ່ທີ່ປະທານໄດ້ອຸທິດ, ສຸມທຸກສະຕິປັນຍາ, ກຳລັງກາຍ, ກຳລັງໃຈຂອງເພິ່ນເພື່ອພັກ, ເພື່ອລັດ ແລະ ເພື່ອປະຊາຊົນ ກໍຄືປະເທດຊາດຢ່າງໝົດຈິດໝົດໃຈ ແລະ ສຸດກົກສຸດປາຍ.
![](https://medialaos.net/wp-content/uploads/2024/12/8.png)
ນ້ຳໃຈຮັກຊາດອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ ແມ່ນການຮັກທ້ອງຖິ່ນ ແລະ ຮັກປະເທດຊາດຢ່າງຮອບດ້ານ, ຮັກວັດທະນະທຳບັນດາເຜົ່າ ແລະ ວັດທະນະທຳຂອງຊາດ. ນຳ້ໃຈຮັກຊາດດັ່ງກ່າວແມ່ນໄດ້ກຽມພ້ອມນຳເອົາຄວາມຮູ້, ຄວາມສາມາດຂອງຕົນເອງ ເພື່ອຮັບໃຊ້ປະເທດຊາດ ເປັນຕົ້ນແມ່ນຮັບໃຊ້ການປົດປ່ອຍຊາດ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນ້ຳໃຈຮັກຊາດທີ່ເປັນເອກະລັກຂອງເພິ່ນແມ່ນເວລາໃດນຳ້ໃຈຮັກຊາດກໍສະແດງອອກໃນການກະທຳ, ໃນວຽກງານຕົວຈິງ, ຕໍ່ສູ້ຢ່າງເດັດດ່ຽວເດັດຂາດ ບໍ່ປານິປາມອນຕໍ່ແນວຄິດ ແລະ ການກະທຳທີ່ທຳລາຍການປະຕິວັດລາວ ແລະເປັນການກະທຳຢ່າງຕັ້ງໜ້າຂອງປະເທດຊາດ; ນ້ຳໃຈຮັກຊາດຂອງເພິ່ນແມ່ນຍັງຂຶ້ນກັບລະບົບແນວຄິດທີ່ກ້າວໜ້າ, ປະຕິວັດ ແລະ ປະຫວັດສາດຂອງຍຸກສະໄໝ. ທັງໝົດນີ້ແມ່ນໄດ້ປະສົມກົມກຽວຕິດແໜ້ນລະຫວ່າງ ຊົນຊັ້ນກຳມະກອນ ແລະ ປະຊາຊົນລາວບັນດາເຜົ່າ. ສຳລັບປະທານ ໄກສອນ ພົມວິຫານ ແມ່ນນອນຢູ່ໃນຊື່ສຽງຜູ້ທີ່ຍິ່ງໃຫຍ່, ໃນການເຄື່ອນໄຫວປະຕິວັດຂອງເພິ່ນແມ່ນມີຜົນງານຢ່າງຫລວງຫລາຍ, ໂດດເດັ່ນທີ່ສຸດ ເຊິ່ງຫລາຍຄົນຮັບຮູ້, ຍອມຮັບຕໍ່ຜົນງານດ່ັງກ່າວນັບທັງຢູ່ພາຍໃນ ແລະ ຕ່າງປະເທດ.
ປະທານ ໄກສອນ ພົມວິຫານ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດຂອງຕົນ ເພື່ອພາລະກິດປະຕິວັດຢ່າງບໍ່ຮູ້ອິດຮູ້ເມື່ອຍ ເຖິງວ່າຈະມີຄວາມຫຍຸ້ງຍາກລຳບາກພຽງໃດ ເພ່ິນກໍມີຄວາມອົດທົນເສຍສະຫລະຄວາມສຸກສ່ວນຕົວ ເພື່ອຄວາມສຸກ ແລະ ຜົນປະໂຫຍດຂອງຊາດ; ເຖິງວ່າຂະບວນການຕໍ່ສູ້ປະຕິວັດຕົກຢູ່ສະຖານະການຄັບຂັນໃດໆກໍຕາມ ແຕ່ປະທານ ໄກສອນ ພົມວິຫານ ພ້ອມດ້ວຍບັນດານັກຮັກຊາດທີ່ແທ້ຈິງ ໄດ້ຍຶດໝັ້ນອຸດົມການ ແລະ ແນວທາງຕໍ່ຕ້ານສັດຕູຈົນເຖິງທີ່ສຸດ. ດ້ວຍນ້ຳໃຈຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ປະທານ ໄກສອນ ພົມວິຫານ ຍາມໃດເພິ່ນກໍຍຶດໝັ້ນເດີນຕາມແນວທາງມະຫາຊົນ, ຖືປະຊາຊົນເປັນກົກ, ເສີມຂະຫຍາຍບົດບາດເປັນເຈົ້າຂອງປະຊາຊົນສຸດຂີດ, ອີງໃສ່ກຳລັງທີ່ບໍ່ເຫືອດແຫ້ງຂອງປະຊາຊົນ. ປະທານ ໄກສອນ ພົມວິຫານ ເວົ້າວ່າ: ຮາກຖານແມ່ນບັນຫາຍຸດທະສາດ, ການລົງຮາກຖານແມ່ນວິທີປະຕິບັດໜຶ່ງ, ແມ່ນບົດຮຽນໜຶ່ງທີ່ສຳຄັນທີ່ສຸດຂອງການປະຕິວັດ. ເພິ່ນຍັງເນັ້ນວ່າ: ຕ້ອງນຳເອົາຜົນປະໂຫຍດຕົວຈິງ ທັງໃນດ້ານຈິດໃຈ ແລະ ວັດຖຸມາໃຫ້ປະຊາຊົນ ຖ້າວຽກໃດຫາກມີຜົນປະໂຫຍດໃຫ້ຊາດ ແລະ ປະຊາຊົນແລ້ວ ຈະໜັກ ຫລື ເບົາ, ນ້ອຍ ຫລື ໃຫຍ່, ສະດວກ ຫລື ຫຍຸ້ງຍາກກໍຕ້ອງເຮັດ. ຖ້າປະຊາຊົນບໍ່ພ້ອມ ເຮັດຫຍັງກໍ່ບໍ່ເກີດ, ການປະຕິວັດລາວເຕີບໃຫຍ່ ແລະ ໄດ້ຮັບໄຊຊະນະ ກໍຍ້ອນປະຊາຊົນໃຫ້ການສະໜັບສະໜູນ ແລະ ເຂົ້າຮ່ວມ, ພາລະກິດປະຕິວັດແມ່ນຂອງປະຊາຊົນ, ຕ້ອງນຳຜົນປະໂຫຍດມາໃຫ້ປະຊາຊົນ, ຕ້ອງເຮັດໃຫ້ປະຊາຊົນຕື່ນຕົວຮັກຊາດ ເຮັດການປະຕິວັດ; ຂະບວນການມະຫາຊົນ, ຮາກຖານປະຊາຊົນ ແມ່ນໂຮງຮຽນວິທະຍາໄລສຳລັບພະນັກງານປະຕິວັດ.
ຄັດຈາກ: ປຶ້ມແນວຄິດ ປະທານ ໄກສອນ ພົມວິຫານ