Monday, April 21, 2025
Homeຂ່າວໜ້າໜຶ່ງກວດກາຄວາມພ້ອມຮອບດ້ານ ສະຖານທີ່ຈັດກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ

ກວດກາຄວາມພ້ອມຮອບດ້ານ ສະຖານທີ່ຈັດກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ

ໃນວັນທີ 19 ພະຈິກ 2024 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ລົງຊີ້ນໍາ ແລະ ກວດກາຄວາມ ພ້ອມຮອບດ້ານ ສະຖານທີ່ຈັດກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ອາ ຊຽນ-ບວກ ຄັ້ງທີ 11 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 19-22 ພະຈິກ 2024 ໂດຍມີຄະນະຮັບຜິດຊອບ, ອະນຸກຳມະການຈາກພາກສ່ວນຕ່າງໆ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ການລົງເຄື່ອນໄຫວຊີ້ນໍາ ແລະ ກວດກາສະຖານທີ່ ຈັດກອງປະຊຸມລັດຖະມົນຕີປ້ອງກັນປະ ເທດອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11 ຄັ້ງນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ບັນດາອະນຸກໍາມະການແຕ່ລະພາກສ່ວນ ເປັນຕົ້ນ ດ້ານເນື້ອໃນ, ດ້ານພິທີການ, ແຜນການເຄື່ອນໄຫວດຳເນີນກອງປະຊຸມ ແລະ ວຽກງານຮັບປະກັນອື່ນໆ ເຊັ່ນ: ວຽກງານສື່ສານ, ວຽກງານປ້ອງກັນ, ວຽກງານໂຄສະນາ, ວຽກງານເສນາຮັກ, ວຽກງານການບິນ, ວຽກງານພາຫະນະເຕັກນິກ ລວມເຖິງສະຖານທີ່ຈັດກອງປະຊຸມ, ສະຖານທີ່ພັກເຊົາສຳລັບພະນັກງານ ແລະ ວຽກງານຮັບປະກັນ ອື່ນໆ. ໃນນີ້, ສະເພາະພາກສ່ວນເນື້ອໃນ ຕ້ອງສືບຕໍ່ຄົ້ນຄວ້າໃຫ້ລະອຽດຖີ່ຖ້ວນ ແລະ ເລິກເຊິ່ງ. ພ້ອມກັນນັ້ນ ບັນດາອະນຸກໍາມະການ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເອົາໃຈໃສ່ຂອດປະສານວຽກງານໃຫ້ລະ ອຽດ, ມີແບບແຜນ ແລະ ກຽມຄວາມພ້ອມຮອບດ້ານ ແນໃສ່ເຮັດໃຫ້ການດໍາເນີນກອງປະຊຸມສໍາເລັດຕາມແຜນການທີ່ວາງໄວ້ ແລະ ມີຄວາມສະຫງົບປອດໄພ, ມີຜົນສໍາເລັດຈົບງາມ.

ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະຮັບຜິດຊອບ, ອະນຸກຳມະການຈາກພາກສ່ວນຕ່າງໆ ແລະ ພະນັກງານວິຊາການ ກໍໄດ້ລົງກວດກາເບີ່ງບັນດາຫ້ອງປະຊຸມ, ຫ້ອງເຮັດວຽກ, ຫ້ອງພັກຜ່ອນ ແລະ ຈຸດຕ່າງໆ ຕື່ມອີກ.

ຂ່າວ: ໂຈ່ລີ້ ວົງໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments