Monday, October 21, 2024
Homeຂ່າວໜ້າໜຶ່ງຫຼາຍພາກສ່ວນສະໜັບສະໜູນກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ ຄັ້ງທີ 45

ຫຼາຍພາກສ່ວນສະໜັບສະໜູນກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນໄອປາ ຄັ້ງທີ 45

ກອງທຶນ FG Foundation donates ໄດ້ມອບເງິນຈຳນວນ 1,500,000 ຢູໂຣ ແລະ ບໍລິສັດ ວັນນິດາ ສຳຫຼວດ-ແຮ່ທາດ ແລະ ການລົງທຶນ ຈຳກັດຜູ້ດຽວ ມອບເງິນ ຈຳນວນ 2,000,000,000 ກີບ ເພື່ອສະໜັບສະ ໜູນສະພາແຫ່ງຊາດ ຈັດກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ AIPA ຄັ້ງທີ 45 ທີ່ ສ ປ ປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024.

ພິທີມອບ-ຮັບເງິນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍທ່ານ ແອນເຕິນ ໂຕໂດໂຣ(Anton Todorov) ສະມາຊິກສະພາບໍລິຫານ ບໍລິສັດ ITFI Global Co , ທ່ານ ເຫີຣົງ ( HE Rong) ປະທານບໍລິສັດ ວັນນິດາ ສຳຫຼວດ-ແຮ່ທາດ ແລະ ການລົງທຶນ ຈຳກັດຜູ້ດຽວ ໃຫ້ກຽດ ກ່າວມອບ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ປະທານໄອປາ ຄັ້ງທີ 45 ກ່າວຮັບ ພ້ອມນີ້ໄດ້ສະແດງຄວາມຂອບໃຈຕໍ່ກອງທຶນ FG Foundation donates ແລະ ບໍລິສັດ ວັນນີດາ ສໍາຫຼວດ-ແຮ່ທາດ ແລະ ການລົງທຶນ ຈຳກັດ ຜູ້ດຽວ ທີ່ໄດ້ມອບເງິນສະໜັບສະໜູນ ແລະ ໃຫ້ກຳລັງໃຈແກ່ສະພາແຫ່ງຊາດລາວໃນການເປັນປະທານໄອປາ ໃນປີ 2024 ກໍຄືເປັນເຈົ້າພາບກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ AIPA ຄັ້ງທີ 45 ທີ່ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ ໃຫ້ສຳເລັດຜົນຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments