Home Uncategorized ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ປິດລົງດ້ວຍຜົນສຳເລັດ

ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 ປິດລົງດ້ວຍຜົນສຳເລັດ

0
3

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວງຈັນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ,ປະທານໄອປາ ຄັ້ງທີ 45, ມີປະທານສະພາ, ມີປະທານລັດຖະສະພາ ຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ທ່ານ ໄຊສົມພອນ ພົມວິຫານກ່າວວ່າ: ກອງປະຊຸມ AIPA ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ດຳເນີນມາເປັນເວລາ 4 ວັນ, ນັບແຕ່ວັນທີ 18-21 ຕຸລາ 2024 ຊຶ່ງໄດ້ຮັບຮອງເອົາບັນດາຍັດຕິ ແລະ ໄດ້ຕົກລົງໃນຫຼາຍບັນຫາ ເພື່ອເປັນພື້ນຖານໃຫ້ແກ່ການຮັດແໜ້ນການຮ່ວມມືພາຍໃຕ້ຂອບໄອປາໃນອານາຄົດ.

ສປປ ລາວ ມີຄວາມຍິນດີ ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມ ໄອປາ ຄັ້ງທີ 45. ພວກເຮົາ ໄດ້ປຶກສາຫາລື ແລະ ຕົກລົງຫຼາຍຫົວຂໍ້ສໍາຄັນ ຕາມພາລະບົດບາດຂອງຕົນ ເພື່ອເປັນການສົ່ງເສີມ ແລະ ຮັດເເໜ້ນການຮ່ວມມືໃນຂະແໜງການນິຕິບັນຍັດ ກໍຄືເພື່ອປະກອບສ່ວນເຂົ້າໃນຂະບວນການການສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ກໍຄື ການປະກອບສ່ວນເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບຸນພູນສຸກຂອງພາກພື້ນ. ບັນດາຍັດຕິທີ່ໄອປາໄດ້ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ກວມເອົາຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານພາຍໃນ, ກອງປະຊຸມລະຫວ່າງອາຊຽນ ແລະ ໄອປາ ຊຶ່ງຈະເປັນເອກະສານພື້ນຖານສຳຄັນສຳລັບການຜັນຂະຫຍາຍຄຳຂວັນສຳລັບການເປັນປະທານໄອປາ ຄັ້ງທີ 45 ຂອງ ສປປ ລາວ ໃນປີ 2024. ນອກຈາກນີ້, ໄດ້ມີກອງປະຊຸມຮ່ວມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອເພີ່ມທະວີການຮ່ວມມື, ​ການສະ​ໜັບ​ສະ​ໜູນ, ແກ້​ໄຂ​ບັນຫາທີ່ເກີດຂຶ້ນ ແນໃສ່​ຮັບປະກັນການ​ເຊື່ອມຈອດ ​​​ແລະ ການ​ເຕີບໂຕແບບກວມລວມ.

ທ່ານ ໄຊສົມພອນ ພົມວິຫານ ກ່າວຕື່ມວ່າ: ເພື່ອເຮັດໃຫ້ຜົນຂອງກອງປະຊຸມ ໄອປາ ຄັ້ງນີ້ ໄດ້ຮັບການຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ຂໍຮຽກຮ້ອງບັນດາສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ, ລັດຖະສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາໄອປາ ນຳເອົາເນື້ອໃນຈິດໃຈສຳຄັນຂອງບັນດາມະຕິຕ່າງໆ ກໍຄືຄຳຕົກລົງ ຂອງກອງປະຊຸມ ໄປເຜີຍແຜ່ ແລະ ເຊື່ອມສານເຂົ້າໃນວຽກງານຂອງຕົນ​ໃຫ້ປະກົດຜົນເປັນຈິງ, ສາມາດປະເມີນໄດ້ ແລະ ມີການລາຍງານຢ່າງເປັນລະບົບ ທັງນີ້ກໍເພື່ອຍົກສູງບົດບາດຂອງໄອປາ ໃນການຊຸກຍູ້ສົ່ງເສີມ​ການ​ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍຄື ການສົ່ງເສີມປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ເຮັດໃຫ້ເສດຖະກິດອາຊຽນມີຄວາມເຂັ້ມແຂງ, ເປີດກວ້າງ, ປະຊາຄົມມີຄວາມສາມັກຄີປອງດອງ, ມີການພັດທະນາທີ່ເທົ່າທຽມກັນ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ພ້ອມກັນກ້າວໄປຂ້າງໜ້າ.

ໃນໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ກຽດມອບທຸງໄອປາໃຫ້ແກ່ປະເທດມາເລເຊຍເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 46 ໃນປີ 2025 ເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານໄອປາ ຂອງມາເລເຊຍ ໃນຄັ້ງຕໍ່ໄປນີ້ ພວກເຮົາຈະປະສົບຜົນສຳເລັດ ໃໝ່ໃຫຍ່ຫຼວງກວ່າເກົ່າ (See you in 2025 under Malaysia’s Chairmanship).

NO COMMENTS

LEAVE A REPLY

Please enter your comment!
Please enter your name here