Monday, October 21, 2024
Homeຂ່າວໜ້າໜຶ່ງຜົນສຳເລັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ຜົນສຳເລັດກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ໃນວັນທີ 21 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທັງເປັນປະທານ ໄອປາ ຄັ້ງທີ 45 ໄດ້ຖະແຫຼງຂ່າວຜົນສຳເລັດການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45 ທີ່ ສປປລາວໄດ້ຮັບກຽດເປັນເຈົ້າພາບ.

ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 17-23 ຕຸລາ 2024 ພາຍໃຕ້ຫົວຂໍ້“ບົດບາດຂອງລັດ ຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ’’ ໂດຍການເປັນປະ ທານຂອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ແລະ ກ່າວສູນທອນພົດຕໍ່ພິທີເປີດກອງປະຊຸມ, ຊຶ່ງມີຄະນະຜູ້ແທນບັນດາປະທານຈາກລັດຖະສະພາສະມາຊິກໄອປາ 8 ປະເທດ ລວມທັງໝົດປະມານ 600 ທ່ານເຂົ້າຮ່ວມ.

ກອງປະຊຸມສະມັດຊາໃຫຍ່ໄອປາ-45 ໃນຄັ້ງນີ້ ໄດ້ມີກອງປະຊຸມຕ່າງໆທັງໝົດ 11 ກອງປະຊຸມຄື:

1. ກອງປະຊຸມຄະນະບໍລິຫານງານໄອປາ.

2. ກອງປະຊຸມກຳມາທິການການເມືອງ.

3. ກອງປະຊຸມກຳມາທິການ ເສດຖະກິດ.

4. ກອງປະຊຸມກຳມາທິການວຽກງານສັງຄົມ.

5. ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ.

6. ກອງປະຊຸມກຳມາທິການສະມາຊິກສະພາເພດຍິງ.

7. ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ.

8. ກອງປະຊຸມກຳມາທິການຖະແຫຼງການຮ່ວມ.

9. ກອງປະຊຸມພົບປະລະຫວ່າງກອງເລຂາໄອປາ ແລະ ກອງເລຂາອາຊຽນ.

10. ກອງປະຊຸມພົບປະກັບລັດຖະສະພາສັງເກດການ.

11. ກອງປະຊຸມເວທີຜູ້ນຳການເມືອງ ເພດຍິງ.

ກອງປະຊຸມຄັ້ງນີ້, ບັນດາປະທານລັດຖະສະພາ ແລະ ຫົວໜ້າຄະນະຜູ້ແທນແຕ່ລະປະເທດໄດ້ກ່າວປາໄສ ພາຍໃຕ້ກອບຫົວຂໍ້ກອງປະຊຸມ ໂດຍຍົກໃຫ້ເຫັນສະພາບການຂອງໂລກພາກພື້ນ ຊຶ່ງມີທັງກາລະໂອ ກາດ ແລະ ສິ່ງທ້າທາຍ. ພ້ອມກັນນີ້ ກໍໄດ້ຢໍ້າຄືນຄວາມໝາຍໝັ້ນຂອງຜູ້ນຳລັດຖະສະພາສະມາຊິກໄອປາ ທີ່ຈະຕ້ອງເພີ່ມທະວີບົດບາດລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ ຂອງອາຊຽນ. ນອກຈາກນີ້, ກອງປະຊຸມກຳມາທິການປະຈຳຕ່າງໆຂອງໄອປາ ກໍໄດ້ລົງເລີກຄົ້ນຄວ້າປຶກສາຫາລື, ພິຈາລະນາ ແລະ ຮັບຮອງເອົາຮ່າງມະຕິທັງໝົດ 37 ສະບັບ. ໃນນີ້, ຂົງເຂດວຽກງານການເມືອງມີ 4 ສະບັບ, ຂົງເຂດວຽກງານເສດຖະກິດມີ 8 ສະບັບ, ຂົງເຂດວຽກງານສັງຄົມມີ 5 ສະບັບ, ວຽກງານເພດຍິງມີ 2 ສະບັບ, ວຽກງານຊາວໜຸ່ມມີ 3 ສະບັບ ແລະ ວຽກງານຈັດຕັ້ງພາຍໃນໄອປາມີ 15 ສະບັບ ແລະ ໃນຕອນທ້າຍຂອງກອງປະຊຸມ, ບັນດາຫົວໜ້າຄະນະຜູ້ແທນສະມາຊິກລັດຖະສະພາໄອປາໄດ້ລົງນາມໃສ່ຖະແຫຼງ ການຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 45. ກອງປະຊຸມສະມັດຊາໃຫຍ່ໄອປາຄັ້ງນີ້ ຍັງໄດ້ພິຈາລະ ນາຮັບຮອງເອົາປະເທດມາເລເຊຍເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 46 ໃນປີ 2025.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments