Friday, October 18, 2024
Homeຂ່າວໜ້າໜຶ່ງອົງການຢູນິີເຊັບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ມອບອຸປະກອນການຮຽນ ໃຫ້ແກ່ກະຊວງສຶກສາທິການ ແລະ...

ອົງການຢູນິີເຊັບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ມອບອຸປະກອນການຮຽນ ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ

ໃນວັນທີ 15 ຕຸລາ 2024  ອົງການຢູນິີເຊັບ, ອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ໄດ້ມອບຖົງເປ້ ນັກຮຽນ ພ້ອມອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານ ຂອງນັກຮຽນ ໃນບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມ ໄດ້ຮັບຜົນກະທົບຈາກໄພນໍ້່າຖ້ວມ ໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ ພາຍໃຕ້ການຮ່ວມມືເພື່ອສະໜັບສະໜູນການຟື້ນຟູການສຶກສາໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນ ສປປ ລາວ. ອົງການຢູນິເຊັບ ປະຈຳລາວ, ລັດຖະບານອົດສະຕຣາລີ, ນອກແວ ແລະ ສະຫະລັດອາເມຣິກາ ຜ່ານອົງການພັດທະນາລະຫວ່າງປະເທດ ຫຼື  ອົງການ USAID ເຄື່ອງອຸປະກອນການຮຽນດັ່ງກ່າວ ແມ່ນແນໃສ່ເພື່ອຊ່ວຍເຫຼືອນັກຮຽນຊັ້ນອະນຸບານ 1, ອະນຸບານ 2 ແລະ ອະນຸບານ 3  ຈໍານວນ 813 ຄົນ ແລະ ນັກຮຽນຂັ້ນປະຖົມ

ປ 1 ແລະ ປ 2 ຈໍານວນ 840 ຄົນ ລວມທັງໝົດ  1,653 ຄົນ ໃນພິທີມອບຮັບອຸປະກອນການຮຽນ ໂດຍປະກອບມີ ທ່ານ ປອ ສໍາລານ ພັນຄະວົງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມການສຶກສາກ່ອນໄວຮຽນ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ອົງການ USAID ແລະ ອົງການ ຢູນິເຊັບ ປະຈຳລາວ.

ໃນວັນ​ທີ 7 ກັນຍາ 2024​ ທີ່ຜ່ານມາ, ພາຍຸ​ໃຕ້​ຝຸ່ນຢາກິ ເຊິ່ງ​ເປັນ​ພາຍຸ​ທີ່​ຮຸນແຮງ​ທີ່​ສຸດ​ໃນ​ພາກ​ພື້ນ​ອາຊີ ໃນ​ຮອບ​ຫຼາຍ​ສະຕະວັດ ໄດ້​ພັດ​ເຂົ້າ​ຝັ່ງ​ທາງ​ພາກ​ເໜືອ​ ຂອງ ສປປ ລາວ. ປະຊາຊົນປະມານ 200,000 ຄົນ ລວມທັງເດັກນ້ອຍຢ່າງໜ້ອຍ 48,500 ຄົນ ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ, ເດັກນ້ອຍຢ່າງໜ້ອຍ 24,000 ຄົນ ຕ້ອງການການການຊ່ວຍເຫຼືອ. ຍ້ອນຜົນກະທົບຈາກພາຍຸ​ໃຕ້​ຝຸ່ນຢາກິ ເຮັດໃຫ້ເກີດໄພນ້ຳຖ້ວມ, ຫຼາຍໂຮງຮຽນ​ປິດການຮຽນການສອນປະມານ 77 ແຫ່ງ​ ​ເຮັດ​ໃຫ້​ເດັກນ້ອຍ​ຫຼາຍ​ພັນ​ຄົນ​ບໍ່​ໄດ້​ຮັບ​ການ​ສຶກສາ, ຂາດການ​ຮຽນ​ ແລະ ໄດ້ຮັບຜົນກະທົບດ້ານສະພາບ​ຈິດ​ໃຈ. ດັ່ງນັ້ນ, ຈຶ່ງເປັນສະພາວະອັນຮີບດ່ວນໃນການຈັດສົ່ງອຸປະກອນການຮຽນ-ການສອນ ໂດຍສະເພາະເຄື່ອງອຸປະກອນການຮຽນ.

ຊຸດອຸປະກອນການຮຽນ ແມ່ນອອກແບບມາສະເພາະ ເພື່ອຕອບສະໜອງຕໍ່ຄວາມຕ້ອງການ ຂອງເດັກນ້ອຍໃນຊັ້ນອະນຸບານສຶກສາ ແລະ ປະຖົມສຶກສາ ໂດຍປະກອບມີເຄື່ອງຮຽນທີ່ຈຳເປັນເຊັ່ນ: ກະເປົາເປ້, ປຶ້ມຂຽນ, ສໍ, ສີທຽນ, ຜະລິດຕະພັນສຸຂະອະນາໄມ ແລະ ອຸປະກອນເຄື່ອງໃຊ້ອື່ນໆ. ການລິເລີ່ມດັ່ງກ່າວນີ້, ເປັນສ່ວນໜຶ່ງຂອງຄຳໝັ້ນສັນຍາໃນການສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ຕໍ່ການສ້າງລະບົບການສຶກສາທີ່ເຂັ້ມແຂງ ແລະ ຮັບປະກັນວ່າ ພວກເຮົາຈະບໍ່ປ່ອຍເດັກນ້ອຍຄົນໃດຄົນໜຶ່ງໄວ້ຢູ່ຂ້າງຫຼັງໃນເວລາເກີດວິກິດ.

ທ່ານ ປອ ສຳ​ລານ ພັນຄະວົງ ຮອງ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ອົງການ​ສາກົນ ​ທີ່​ໄດ້​ໃຫ້ການ​ສະໜັບສະໜູນ ແລະ ໄດ້ກ່າວຄຳເຫັນໃນພິທີໂດຍ​ເນັ້ນ​ໜັກ​ວ່າ “ຊຸດ​ອຸປະກອນການຮຽນ​ແມ່ນ​ຊັບພະຍາກອນ​ອັນ​ສຳຄັນ​ຂອງ​ນັກ​ຮຽນຂອງພວກເຮົາ ເນື່ອງຈາກພວກເຂົາກຳລັງ​ຟື້ນ​ຟູ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຈາກ​ໄພ​ນ້ຳ​ຖ້ວມ. ພວກເຮົາຂໍຂອບໃຈ ຢ່າງຍິ່ງ ຕໍ່ການສະໜັບສະໜູນຈາກ ອົງການ ຢູນິເຊັບ ປະຈຳລາວ, ລັດຖະບານອົດສະຕຣາລີ, ນອກແວ ແລະ ອົງການ USAID ເຊິ່ງສະແດງເຖິງການຮັບປະກັນວ່າການສຶກສາຍັງຄົງເປັນບູລິມະສິດໃນຊ່ວງເວລາທີ່ຫຍຸ້ງຍາກນີ້”.

ທ່ານ ນາງ ເບັນນິຕາ ຊໍາເມີວິວ, ຮອງເອກອັກຄະລັດຖະທູດອົດສະຕຣາລີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງ ລັດຖະບານອົດສະຕຣາລີ ໃນການສະໜັບສະໜູນ ວຽກງານການສຶກສາ. ໂດຍກ່າວວ່າ, “ອົດສະຕຣາລີ, ມີຄວາມພູມໃຈທີ່ໄດ້ຢືນຄຽງຂ້າງ ສປປ ລາວ ໃນຍາມຍາກລຳບາກ. ພ້ອມດຽວກັນກັບ ອົງການ ຢູນິເຊັບ ປະຈຳລາວ, ສະຫະລັດອາເມຣິກາ ແລະ ນອກແວ ໄດ້ຢັ້ງຢືນວ່າເດັກນ້ອຍຈະສາມາດສືບຕໍ່ສຶກສາຮ່ໍາຮຽນ ເຖິງແມ່ນວ່າຈະມີສິ່ງທ້າທາຍທີ່ພວກເຂົາກຳລັງປະເຊີນຢູ່ກໍ່ຕາມ “

ທ່ານ ນາງ ແຮັດເຕີ ວາເຣຍອາວາ, ເອກອັກຄະລັດຖະທູດອາເມຣິກາປະຈຳ ສປປ ລາວ, ໄດ້ເນັ້ນຫນັກເຖິງ ບົດບາດຄວາມສຳຄັນຂອງການສຶກສາ ໃນລະຫວ່າງການຟື້ນຟູຂອງໄພພິບັດ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການຍົກລະດັບການຮ່ວມມືລະຫວ່າງ ສະຫະລັດອາເມຣິກາ, ສປປ ລາວ ແລະ ຄູ່ຮ່ວມມືໃນຂະແໜງການການສຶກສາ. “ການສຶກສາມີບົດບາດສໍາຄັນໃນການຟື້ນຟູໄພພິບັດ ແລະ ລັດຖະບານຂອງສະຫະລັດອາເມຣິກາ ຮູ້ສຶກເປັນກຽດທີ່ໄດ້ຮ່ວມມືກັບຄູ່ຮ່ວມງານຂອງພວກເຮົາ ໃນການສະໜອງຊັບພະຍາກອນທີ່ຈໍາເປັນເພື່ອຊ່ວຍໃຫ້ເດັກນ້ອຍໄດ້ສືບຕໍ່ຮ່ຳຮຽນ. ເຄື່ອງອຸປະກອນການຮຽນດັ່ງກ່າວ, ແມ່ນມີຄວາມໝາຍຄວາມສໍາຄັນ ເພາະອຸປະກອນການຮຽນເຫຼົ່ານີ້ຖືເປັນຕົວແທນຂອງຄວາມຫວັງ ແລະ ຄວາມໝັ້ນຄົງໃນອະນາຄົດ.ໃນໂອກາດດຽວກັນນີ້, ທ່ານ ໄມເຄິລ ແມັກຄອດ “ໃນຖານະພົນລະເມືອງຂອງອາເມຣິກາ, ອົງການ USAID ມີຄວາມຕັ້ງໃຈທີ່ຈະລົງທຶນໃຫ້ກັບການສຶກສາຂອງເດັກນ້ອຍລາວ ເພື່ອເປັນການກະກຽມເສັ້ນທາງແຫ່ງຄວາມສໍາເລັດໃນຮົ້ວໂຮງຮຽນ ແລະ ໃນອະນາຄົດຂອງພວກເຂົາ.”

ທ່ານ ບິລາລ ອູແຣັງ ເຊັບ ດູຣານິິ, ຜູ້ຕາງໜ້າຈາກ ອົງການ ຢູນິເຊັບ ປະຈໍາລາວ, ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອົງການ ຢູນິເຊັບ ໃນການຮັບປະກັນຄວາມຕ້ອງການດ້ານການສຶກສາຂອງເດັກນ້ອຍ, ເຊິ່ງໄດ້ກ່າວໄວ້ວ່າ “ການສຶກສາ ແມ່ນສິດທິພື້ນຖານຂອງເດັກທຸກໆຄົນ ແລະ ທີ່ບໍ່ຄວນປ່ອຍປະລະເລີຍ ເຖິງຈະຢູ່ໃນພາວະສຸກເສີນກໍ່ຕາມ. ດ້ວຍການຮ່ວມມືຂອງ ອົດສະຕຣາລີ, ສະຫະລັດອາເມຣິກາ ແລະ ນອກແວ, ພວກເຮົາຢັ້ງຢືນວ່າເດັກນ້ອຍ ໃນ ສປປ ລາວ ມີເຄື່ອງອຸປະກອນການຮຽນທີ່ພວກເຂົາຕ້ອງການເພື່ອສືບຕໍ່ການຮ່ຳຮຽນຂອງເຂົາເຈົ້າ ແລະ ມີຄວາມເຂັ້ມແຂງເພື່ອປະເຊີນໜ້າກັບຄວາມຫຍຸ້ງຍາກ.”

ການແຈກຢາຍຊຸດອຸປະກອນດັ່ງກ່າວ ເປັນສ່ວນໜຶ່ງທີ່ສຳຄັນໃນການຕອບສະໜອງຢ່າງຕໍ່ເນື່ອງ ເພື່ອຊ່ວຍເຫຼືອຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃນ ສປປ ລາວ. ອົງການ ຢູນິເຊັບ ປະຈຳລາວ ຮ່ວມມືກັບ ກະຊວງສຶກສາທິການ ແລະ ກິລາ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດກັບອຳນາດປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມມືສາກົນ ເພື່ອຢັ້ງຢືນວ່າເດັກນ້ອຍໄດ້ຮັບການສຶກສາທີ່ພວກເຂົາຕ້ອງການ ແລະ ບຸລິມະສິດການຟື້ນຟູດັ່ງກ່າວ ເພື່ອການພັດທະນາແບບຍືນຍົງ ແລະ ການສ້າງຄວາມເຂັ້ມແຂງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments