Home ຂ່າວໜ້າໜຶ່ງ ຜູ້ນໍາອາຊຽນ-ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນຈັດຕັ້ງປະຕິບັດແຜນບຸລິມະສິດຂອງຂະແໜງທຸລະກິດ

ຜູ້ນໍາອາຊຽນ-ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນຈັດຕັ້ງປະຕິບັດແຜນບຸລິມະສິດຂອງຂະແໜງທຸລະກິດ

0
4

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນ (ASEAN-Business Advisory Council) ໄດ້ຈັດຂຶ້ນໃນວັນທີ 9 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນນາມປະທານອາຊຽນປີ 2024 ພາຍໃຕ້ຄໍາຂວັນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ.

ກອງປະຊຸມພົບປະລະຫວ່າງຜູ້ນໍາອາຊຽນ ແລະ ບັນດາຜູ້ຕາງໜ້າສະພາທີ່ປຶກສາທຸລະກິດອາຊຽນຄັ້ງນີ້ໄດ້ຮັບຊາບກ່ຽວກັບການຈັດຕັ້ງປະຕິບັດແຜນບຸລິມະສິດຂອງພາກທຸລະກິດໃນປີ 2024 ຄື: ການຫັນເປັນດີຈີຕອນ, ການພັດທະນາທີ່ຍືນຍົງ, ຄວາມເຂັ້ມແຂງດ້ານສຸຂະພາບ, ຄວາມໝັ້ນຄົງດ້ານສະບຽງອາ ຫານ, ການອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ການເຊື່ອມຈອດ ແລະ ຕ່ອງໂສ້ການສະໜອງໂດຍສະເພາະການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດໃນການຊຸກຍູ້ ແລະ ສົ່ງເສີມໃຫ້ການພັດທະນາເສດຖະກິດຂອງພາກພື້ນໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມາດແຂ່ງຂັນສູງ ແລະ ມີການເຊື່ອມໂຍງ-ເຊື່ອມຈອດດ້ານເສດຖະກິດທີ່ເຂັ້ມແຂງກັບພາກພື້ນອື່ນໃນໂລກ.

ກອງປະຊຸມເຫັນວ່າອາຊຽນຄວນເພີ່ມທະວີການຮ່ວມມືກັນລະຫວ່າງພາກລັດກັບພາກທຸລະກິດ ໂດຍສະເພາະການຮ່ວມມືກັນເພື່ອຊອກຫາຊ່ອງທາງໃນການແກ້ໄຂສິ່ງທ້າທາຍຕ່າງໆເພື່ອຫຼຸດຜ່ອນສິ່ງກີດຂວາງທາງດ້ານການຄ້າ ໂດຍໝູນໃຊ້ກາລະໂອກາດໃນການຫັນເປັນດີຈີຕອນເພື່ອໃຫ້ພາກທຸລະກິດສາມາດດໍາເນີນທຸລະກິດຕ່າງໆຢ່າງມີປະສິດທິພາບ, ມີຄຸນນະພາບ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ພາກພື້ນໂດຍລວມ.

ໃນໂອກາດນີ້, ກອງປະຊຸມໄດ້ຊຸກຍູ້ໃຫ້ຄະນະສະພາທີ່ປຶກສາທຸລະກິດອາຊຽນສືບຕໍ່ປະສານສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງຂອງອາຊຽນເພື່ອຈັດຕັ້ງປະຕິບັດແຜນບຸລິມະສິດຂອງຂະແໜງທຸລະກິດ ໃຫ້ກາຍເປັນແຜນປະຕິບັດງານຂອງສະພາທີ່ປຶກສາທຸລະກິດອາຊຽນ ແລະ ເພີ່ມທະວີປະສິດທິຜົນຂອງກົນໄກການປະສານງານລະຫວ່າງພາກລັດ ແລະ ພາກທຸລະກິດ ແນໃສ່ສ້າງສະພາບແວດລ້ອມເອື້ອອໍານວຍໃຫ້ແກ່ການຄ້າ ແລະ ການລົງທຶນໃນອາຊຽນໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here