Home ຂ່າວພາຍໃນ Vietjet ແລະ Castle Lake ເຊັນ (MOU) ສໍາລັບເຮືອບີນ Airbus 4 ລໍາ ມູນຄ່າ 560...

Vietjet ແລະ Castle Lake ເຊັນ (MOU) ສໍາລັບເຮືອບີນ Airbus 4 ລໍາ ມູນຄ່າ 560 ລ້ານໂດລາສະຫະລັດ

0
4

(ນະຄອນຫຼວງວຽງຈັນ ວັນທີ 08 ຕຸລາ 2024) – Vietjet ແລະ Castle Lake ບໍລິສັດຈັດການ ການລົງທືນທາງເລືອກລະດັບໂລກທີ່ຊ່ຽວຊານໃນການລົງທືນຊັບສີນທີ່ມີປະສົບການເກືອບ 20 ປີ ໃນດ້ານການລົງທືນ, ການເຊົ່າ ແລະ ການໃຫ້ບໍລິການເຮືອບີນໄດ້ແລກປ່ຽນບັນທືກຄວາມເຂົ້າໃຈ(MOU) ເພື່ອການເງີນຂອງເຮືອບີນ 4 ລໍາ ມີມູນຄ່າ 560 ລ້ານໂດລາສະຫະລັດໃນສ່ວນໜຶ່ງຂອງ MOU, Castle lake ມີຄວາມຕັ້ງໃຈສະໜອງທຶນໃຫ້ແກ່ເຮືອບິນ Airbus A321neo 4 ລໍາໃໝ່ ແລະ ທັນສະໄໝ ພາຍໃຕ້ຄໍາສັ່ງຊື້ທີ່ມີຢູ່ຂອງ Vietjet ກັບ Airbus. ເຮືອບິນເຫຼົ່ານີ້ຈະຖືກສົ່ງມອບພາຍໃນປີ 2024. ການເຮັດທຸລະກໍາທີ່ຄາດວ່າຈະປະຕິບັດຕາມຂໍ້ຕົກລົງດ້ານການເງິນທີ່ໄດ້ສໍາເລັດໃນປີ 2023 ສໍາລັບເຮືອບິນ Airbus A321neo 3 ລໍາ ແລະ ວາງພື້ນຖານສໍາລັບການຮ່ວມມືໃນອະນາຄົດກ່ຽວກັບຂໍ້ຕົກລົງດ້ານການເງິນທີ່ກ່ຽວຂ້ອງກັບກອງທັບເຮືອບີນ ທີ່ມີການຂະຫຍາຍຕົວຢ່າງໄວວາຂອງ Vietjet

“Castle lake ຍິນດີທີ່ຈະສືບຕໍ່ສ້າງຄວາມສໍາພັນກັບ VietJet ແລະ ສະໜັບສະໜູນພາລະກິດຂອງ Vietjet ໃນການໃຫ້ບໍລິການການບິນພິເສດໂດຍຜ່ານການແກ້ໄຂການເຊົ່າທາງດ້ານການເງິນຂອງພວກເຮົາ” Chris Buckley, ຄູ່ຮ່ວມງານ ແລະ ຫົວໜ້າຝ່າຍການບິນຂອງ Castle Lake ກ່າວ “ພວກເຮົາຫວັງວ່າຈະສືບຕໍ່ດຳເນີນທຸລະກິດນີ້ ແລະ ຊອກຫາໂອກາດເພີ່ມທະວີການດຳເນີນທຸລະກິດກັບ Vietjet ໃນອານາຄົດ’’
ທ່ານ Dinh Viet Phuong ປະທານຜູ້ບໍລິຫານຂອງ Vietjet ໃຫ້ຮູ້ວ່າ: ສັນຍາທີ່ໄດ້ຮັບການລົງນາມໃນມື້ນີ້ ສອດຄ່ອງກັບກົນລະຍຸດຂອງ Vietjet ໃນການຂະຫຍາຍສາຍການບິນ ແລະ ເຄືອຂ່າຍການບິນທົ່ວໂລກ, ການເຊື່ອມຕໍ່ນັກທ່ອງທ່ຽວກັບຈຸດໝາຍປາຍທາງຂອງໂລກທີ່ໜ້າຕື່ນເຕັ້ນການບໍລິການຂອງພວກເຮົາບໍ່ພຽງແຕ່ເສີມຂະຫຍາຍການທ່ອງທ່ຽວ, ແຕ່ຍັງຊຸກຍູ້ການຂະຫຍາຍຕົວທາງເສດຖະກິດ ແລະ ການແລກປ່ຽນວັດທະນະທໍາລະຫວ່າງປະເທດ ແລະ ທະວີບຕ່າງໆ.
ປັດຈຸບັນ Vietjet ມີເຮືອບິນຫຼາຍກວ່າ 100 ລຳ, ລວມທັງເຮືອບິນລຸ້ນທີ່ທັນສະໄໝ, ປະຢັດນ້ຳມັນ ແລະ ປອດໄພທີ່ສຸດໃນໂລກ ເຊັ່ນ: A320, A321ceo, A321neo A321neo ACF ແລະ A330. ສາຍການບິນຍຶດໝັ້ນການປົກປັກຮັກສາສິ່ງແວດລ້ອມແລະ ປະສິດທິຜົນດ້ານນ້ຳມັນເຊື້ອໄຟ, ໂດຍມີເປົ້າໝາຍບັນລຸການປ່ອຍອາຍພິດເປັນສູນພາຍໃນປີ 2050. VietJet ໄດ້ຂົນສົ່ງຜູ້ໂດຍສານກວ່າ 200 ລ້ານຄົນ, ໃນນັ້ນມີຫຼາຍລ້ານຖ້ຽວບິນເປັນຄັ້ງທຳອິດ.

ປັດຈູບັນເຮືອບິນລຳໃໝ່, Vietjet ຈະເປີດກວ້າງເຄືອຂ່າຍທັງຢູ່ຫວຽດນາມ ແລະ ສາກົນ. ສຳລັບນັກທ່ອງທ່ຽວຈາກລາວ Vietjet ສະເໜີຖ້ຽວບິນໄປ-ກັບ 4 ຖ້ຽວຕໍ່ອາທິດໃນເສັ້ນທາງນະຄອນຫຼວງວຽງຈັນ-ນະຄອນໂຮ່ຈີມິນ, ຊ່ວຍໃຫ້ເຂົ້າເຖິງຕົວເມືອງໃຫຍ່ທີ່ສຸດຂອງຫວຽດນາມໄດ້ສະດວກ. ຈາກນັ້ນ, ນັກທ່ອງທ່ຽວຍັງສາມາດສຳຫຼວດຈຸດໝາຍປາຍທາງຕ່າງໆໃນພາກພື້ນອາຊີ – ປາຊີຟິກ ແລະ ນອກຈາກນັ້ນຜ່ານເຄືອຂ່າຍການບິນທີ່ກວ້າງຂວາງຂອງ Vietjet.
ສ້າງຕັ້ງຂຶ້ນໃນປີ 2005, Castle lake ໄດ້ລົງທຶນໂດຍກົງຫຼືທາງອ້ອມໃນຫຼາຍກ່ວາ 650 ເຮືອບິນຂອງປະເພດຕ່າງໆ ແລະ ໄດ້ພັດທະນາຄວາມສໍາພັນກັບສາຍການບີນປະມານ 200 ສາຍການບິນກວມເອົາຫຼາຍກ່ວາ 60 ປະເທດທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here