Home ຂ່າວໜ້າໜຶ່ງ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ເປີດຂຶ້ນຢ່າງເປັນທາງການ

0
5

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາປະມຸກລັດ, ຫົວໜ້າລັດຖະບານ ປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ພ້ອມດ້ວຍຄູ່ສົມລົດ, ບັນດາລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ, ລັດຖະມົນຕີຕ່າງປະເທດ ແລະ ເຈົ້າໜ້າທີ່ອາວຸໂສຕີມໍແລັດສະເຕ, ເລຂາທິການໃຫຍ່, ຮອງເລຂາທິການໃຫຍ່ອາຊຽນ, ບັນດາຜູ້ຕາງໜ້າຖາວອນປະຈຳອາຊຽນ ແລະ ບັນດາຜູ້ແທນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນຕໍ່ບັນດາປະມຸກລັດ ແລະ ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍແລັດສະເຕ ພ້ອມດ້ວຍ ບັນດາຄະນະຜູ້ແທນສູ່ ນະຄອນຫລວງວຽງຈັນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ. ພ້ອມທັງ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງອາຊຽນຕະ ຫລອດ ໄລຍະ 57 ປີ ຜ່ານມາ ໂດຍສະເພາະໃນຂະບວນການສ້າງປະຊາຄົມອາຊຽນ ກໍຄື ການປະກອບສ່ວນອັນສໍາຄັນໃນພາລະກິດ ປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ. ຜົນສໍາເລັດທີ່ກ່າວມານັ້ນ, ເປັນການສ້າງສະພາບແວດລ້ອມ ທີ່ເອື້ອຍອຳນວຍໃຫ້ແກ່ການພັດທະ ນາເສດຖະກິດ-ສັງຄົມ ຂອງບັນດາປະເທດສະມາຊິກອາຊຽນຕະຫລອດມາ. ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາປະເທດສະມາຊິກອາຊຽນ, ບັນດາຄູ່ເຈລະຈາ, ບັນດາຄູ່ຮ່ວມມືພາຍນອກຂອງອາ ຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຮ່ວມມືຢ່າງຕໍ່ເນື່ອງແກ່ ສປປ ລາວ ໃນການເຄື່ອນໄຫວວຽກງານອາຊຽນ ກໍຄື ການເປັນປະທານອາຊຽນ ໃນໄລຍະຜ່ານມາ ໂດຍສະເພາະການເປັນປະທານອາຊຽນຄັ້ງທີ 3 ໃນປີ 2024 ນີ້ ແລະ ໄດ້ອວຍພອນໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ພ້ອມກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນນາມປະທານອາຊຽນ ກໍໄດ້ຢໍ້າເຖິງຄວາມສຳຄັນຂອງການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ໄດ້ໃຫ້ກຽດມອບລາງວັນອາຊຽນໃຫ້ແກ່ອົງການຊາວໜຸ່ມອາຊຽນ (ASEAN Youth Organization) ເຊິ່ງເປັນອົງການຊາວໜຸ່ມພາກພື້ນທີ່ມີໜ່ວຍງານຕັ້ງຢູ່ປະເທດອິນໂດເນເຊຍ, ທີ່ໄດ້ມີຜົນງານໃນການປະກອບສ່ວນສົ່ງເສີມ ການຮ່ວມມືທີ່ມີຄວາມຫລາກຫລາຍທາງດ້ານວັດທະນະທຳ ຂອງບັນດາຊາວໜຸ່ມອາ ຊຽນ ແລະ ເສີມຂະຫຍາຍຄວາມເປັນເອກະລັກຂອງອາຊຽນໃຫ້ແກ່ຊາວໜຸ່ມພາກພື້ນ.

ສປປ ລາວ ເປັນປະທານອາຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງເປັນເຫດການທີ່ມີຄວາມໝາຍສຳຄັນ ແລະ ໃຫຍ່ທີ່ສຸດໃນປີ 2024 ເຊິ່ງກອງປະຊຸມສຸດຍອດຄັ້ງນີ້ຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 9-11 ຕຸລາ 2024.

NO COMMENTS

LEAVE A REPLY

Please enter your comment!
Please enter your name here