Friday, October 4, 2024
Homeສຶກສາພາຍຸເຮເລນນີ ເຮັດໃຫ້ອາເມຣິກາມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ

ພາຍຸເຮເລນນີ ເຮັດໃຫ້ອາເມຣິກາມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ

ຂ່າວສານຊີອາໄອລາຍງານ ໃນວັນທີ 4 ຕຸລາ ນີ້ວ່າ: ໃນລະຫວ່າງຫຼາຍມື້ທີ່ຜ່ານມາ, ຈໍານວນຜູ້ເສຍຊີວິດຈາກພາຍຸເຮເລນນີຢູ່ຫຼາຍລັດທາງພາກຕາເວັນອອກສ່ຽງໃຕ້ຂອງອາເມຣິກາໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ອີງຕາມໂຕເລກຂໍ້ມູນຈາກສື່ມວນຊົນອາເມຣິກາລາຍງານໃຫ້ຮູ້ວ່າ: ນັບມາຮອດຕອນເຊົ້າວັນທີ 3 ຕຸລາ ຜ່ານມານີ້, ພາຍຸເຮເລນນີ ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 200 ຄົນ, ຫຼາຍຮ້ອຍຄົນຂາດການຕິດຕໍ່ກັນ.

ເວັບໄຊຂ່າວສານໂທລະພາບເຄເບິນອາເມຣິກາ ຫຼື CNN ລາຍງານວ່າ: ພາຍຸເຮເລນນີ ໄດ້ກາຍເປັນພາຍຸທີ່ເຮັດໃຫ້ມີຈໍານວນຜູ້ເສຍຊີວິດຫຼາຍທີ່ສຸດຢູ່ແຜ່ນດິນໃຫຍ່ອາເມຣິກາ ນັບແຕ່ພາຍຸກາຕຣິນາເມື່ອປີ 2005 ເປັນຕົ້ນມາ.

ປັດຈຸບັນ, ເຈົ້າໜ້າພວມເລັ່ງປະຕິບັດວຽກງານຊ່ວຍເຫຼືອກູ້ໄພ ແລະ ຟື້ນຟູພາຍຫຼັງໄພພິບັດ. ນອກນີ້, ອີງຕາມໂຕເລກຂໍ້ມູນຈາກເວັບໄຊຕິດຕາມຂໍ້ມູນພະລັງງານໄຟຟ້າອາເມຣິກາ ແຈ້ງໃຫ້ຮູ້ວ່າ: ນັບມາຮອດຕອນຄໍ່າວັນທີ 2 ຕຸລາ ຜ່ານມາ ມີປະຊາຊົນ ແລະ ຜູ້ຊົມໃຊ້ໄຟຟ້າ ຫຼາຍກວ່າ 1.000.000 ຄົນ ຂາດການນໍາໃຊ້ໄຟຟ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments