Friday, October 4, 2024
Homeຂ່າວການເມືອງຫາລື ສ້າງເຄືອຂ່າຍນັກທຸລະກິດໜຸ່ມອາຊຽນໃຫ້ເຂັ້ມແຂງ ເພື່ອອະນາຄົດທີ່ຍືນຍົງ

ຫາລື ສ້າງເຄືອຂ່າຍນັກທຸລະກິດໜຸ່ມອາຊຽນໃຫ້ເຂັ້ມແຂງ ເພື່ອອະນາຄົດທີ່ຍືນຍົງ

ກອງປະຊຸມນັກທຸລະກິດໜຸ່ມອາຊຽນຄັ້ງທີ 9 ປະຈໍາປີ 2024 ໄດ້ຈັດຂຶ້ນໃນວັນທີ 3 ຕຸລາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: ສ້າງເຄືອຂ່າຍນັກທຸລະກິດໜຸ່ມອາຊຽນໃຫ້ເຂັ້ມແຂງ ເພື່ອອະນາຄົດທີ່ຍືນຍົງ ໂດຍການເປັນປະ ທານຂອງ ທ່ານນາງ ສຸວາລີ ຄໍາຜຸຍ ຜູ້ວ່າການປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ມີທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ), ມີຄະນະຜູ້ແທນຂັ້ນສູງຈາກບັນດານັກທຸລະກິດໜຸ່ມປະເທດອາຊຽນ ພ້ອມແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການເປີດເວທີເຕົ້າໂຮມບັນດານັກທຸລະກິດໜຸ່ມທີ່ຂຶ້ນກັບສະມາຄົມນັກທຸລະກິດໜຸ່ມອາຊຽນ ແລະ ຄູ່ຮ່ວມງານຕ່າງໆ ເປັນການເປີດໂອກາດສ້າງແຮງບັນດານໃຈໃຫ້ນັກທຸລະກິດໜຸ່ມໄດ້ສະແດງໃຫ້ເຫັນເຖິງຂີດຄວາມສາມາດ, ການແຂ່ງຂັນ, ການຍາດແຍ່ງທາງດ້ານທຸລະກິດໃນອາຊຽນ, ຂົງເຂດພາກພື້ນຂອງນັກທຸລະກິດໜຸ່ມ ທັງເປັນການປຶກສາຫາລືແລກປ່ຽນແນວຄວາມຄິດ ແລະ ຄວາມເປັນໄປໄດ້ໃນການຮ່ວມມືດ້ານທຸລະກິດໃນອະນາຄົດ.

ກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງບັນດາຫົວຂໍ້ທີ່ສໍາຄັນເປັນຕົ້ນ: ສາຍພົວພັນຂອງ ABAC ແລະ AYEC, ຫົວຂໍ້ກ່ຽວກັບກອງປະຊຸມທຸລະກິດ ແລະ ການລົງທຶນອາຊຽນ, ການສົ່ງເສີມເສດຖະກິດດີຈີຕອນສໍາລັບບັນດານັກທຸລະກິດໜຸ່ມພາຍໃນສປປ ລາວ, ອະນາຄົດຂອງອາຊຽນ, ການຫັນປ່ຽນທຸລະກິດ ແລະ ການລົງທຶນໃຫ້ທັນຍຸກທັນສະໄໝເພື່ອຄວາມຍືນຍົງ.

ໃນວາລະກອງປະຊຸມຍັງໄດ້ແບ່ງອອກເປັນ 2 ເວທີສົນທະນາຄື: ເວທີສົນທະນາ 1 ແມ່ນນໍາສະເໜີຫົວຂໍ້ທີ່ຕິດພັນກັບການເຊື່ອມໂຍງເພື່ອຄວາມເຂັ້ມແຂງ ຜ່ານການປະດິດສ້າງຮ່ວມກັນ ແລະ ຜ່ານການລົງທຶນຮ່ວມກັນ, ການສ້າງລະບົບນິເວດພາຍໃນອາຊຽນເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການໜຸ່ມຢ່າງຮອບດ້ານ; ເວທີສົນທະນາ 2 ແມ່ນ ນໍາສະເໜີຫົວຂໍໍ້ກ່ຽວກັບທິດທາງການດໍາເນີນທຸລະກິດໃນປັດຈຸບັນສໍາລັບນັກທຸລະກິດໜຸ່ມໃນຍຸກດີຈີຕອນ.

ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຈະເປັນແຮງບັນດານໃຈໃຫ້ນັກທຸລະກິດໜຸ່ມໄດ້ສະແດງໃຫ້ເຫັນເຖິງຂີດຄວາມສາມາດ, ການແຂ່ງຂັນ, ການຍາດແຍ່ງທາງດ້ານທຸລະກິດໃນອາຊຽນ, ຂົງເຂດພາກພື້ນຂອງນັກທຸລະກິດໜຸ່ມ ທັງເປັນການປຶກສາຫາລືແລກປ່ຽນແນວຄວາມຄິດ ແລະ ຄວາມເປັນໄປໄດ້ໃນການຮ່ວມມືດ້ານທຸລະກິດໃນອະນາຄົດ. ອີກດ້ານໜຶ່ງຈະໄດ້ທົບທວນຄືນເຖິງແຜນວຽກ ກໍຄືຜົນໄດ້ຮັບຂອງກອງປະຊຸມຄັ້ງທີ່ຜ່ານມາໃນປີ 2023 ວ່າພວກເຮົາສາມາດບັນລຸໄປແລ້ວຈັກແຜນວຽກທີ່ໄດ້ວາງຮ່ວມກັນ. ພ້ອມດຽວກັນນີ້ຍັງຈະໄດ້ສືບຕໍ່ແລກປ່ຽນບົດ ຮຽນທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາອັນໃໝ່ໆເຂົ້າໃນຂົງເຂດທຸລະກິດຮ່ວມກັນເປັນຕົ້ນແມ່ນການຂະຫຍາຍ ຕົວຂອງເສດຖະກິດສີຂຽວ ຕິດພັນກັບການຮັກສາສິ່ງແວດລ້ອມເພື່ອຄວາມຍືນຍົງໃນອະນາຄົດ ເວົ້າລວມ, ເວົ້າສະເພາະ ສຊປລ ກໍເຫັນໄດ້ຄວາມສໍາຄັນຂອງຜູ້ປະກອບການໜຸ່ມ (ນັກທຸລະກິດໜຸ່ມ) ໃນລາວ ເພື່ອສ້າງຄວາມເຂັ້ມແຂງ ແລະ ສາມາດເຂົ້າເຖິງແຫຼ່ງທຶນ; ເຊື່ອໝັ້ນວ່ານັກທຸລະກິດໜຸ່ມຈະສາມາດນໍາເອົາກາລະໂອກາດ ແລະ ສິ່ງທ້າທາຍມາປັບເຂົ້າກັບຊີວິດປະຈໍາວັນ ພ້ອມກັນຊອກຫາຊ່ອງທາງຮ່ວມກັນເພື່ອແກ້ໄຂບັນຫາທີ່ພວກເຮົາພວມປະເຊີນໃຫ້ກັບຄືນສູ່ສະພາບປົກກະຕິ, ເສດຖະກິດມີຄວາມໝັ້ນທ່ຽງ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ແລະ ເຮັດໃຫ້ອາຊຽນບັນລຸເປົ້າໝາຍການພັດທະນາໃນອະນາຄົດ.

ຂ່າວ: ເສດຖະກິດການຄ້າ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments