Tuesday, October 1, 2024
Homeຂ່າວໜ້າໜຶ່ງຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 75 ປີ

ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ອວຍພອນວັນຊາດ ສປ ຈີນ ຄົບຮອບ 75 ປີ

         ໃນຕອນບ່າຍວັນທີ 30 ກັນຍາ 2024, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະໄປອວຍພອນ ສະຫາຍ ນາງ ຟັ່ງຫົງ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ (01 ຕຸລາ 1949 – 01 ຕຸລາ 2024) ທີ່ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

         ໃນໂອກາດນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ແລະ ອວຍພອນຢ່າງຈິງໃຈຕໍ່ ສະຫາຍ ນາງ ຟັ່ງຫົງ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງຄະນະພັກ-ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ກໍຄືການນໍາພັກ-ລັດ ຂອງ ສປ ຈີນ, ຊຶ່ງຜົນສຳເລັດອັນໃຫຍ່ຫລວງທີ່ສະຫາຍຈີນ ອ້າຍນ້ອງຍາດມາໄດ້ຕະຫລອດໄລຍະ 75 ປີຜ່ານມາ ໂດຍສະເພາະຜົນສຳເລັດດ້ານວຽກງານການຕ່າງປະເທດ ທີ່ໄດ້ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດສ້າງສັນຕິພາບ ແລະ ການຮ່ວມມື, ການພັດທະນາ ແລະ ເຊື່ອມໂຍງເຊື່ອມຈອດຂອງໂລກ, ເຊິ່ງສອດຄ່ອງກັບແນວທາງນະໂຍບາຍການຕ່າງປະເທດ ຕາມຄວາມຄິດຂອງປະທານ  ສີ ຈິ້ນຜິງ ວ່າດ້ວຍວຽກງານການຕ່າງປະເທດຂອງ ສປ ຈີນ ໃນຍຸກສະໄໝໃໝ່.   ພ້ອມນີ້,​ ກໍມີຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄືລະຫວ່າງ ສອງກະຊວງການຕ່າງປະເທດພວກເຮົາ ໃນຊຸມປີທີ່ຜ່ານມາ ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ລວງກວ້າງ. ສອງກະຊວງການຕ່າງປະເທດໄດ້ຮັກສາກົນໄກການເຮັດວຽກ, ປະສານງານ ແລະ ປຶກສາຫາລືຢ່າງໃກ້ຊິດ ເພື່ອຈັດຕັ້ງປະຕິບັດບັນດາວຽກງານທີ່ການນຳຂັ້ນສູງ, ສອງພັກ-ສອງລັດ ໄດ້ຕົກລົງກັນ ຢ່າງມີປະສິດທິຜົນ ແລະ ມີຄຸນນະພາບສູງ.

         ພ້ອມນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າຄືນຢ່າງໜັກແໜ້ນວ່າ ຄະນະນຳ ແລະ ພະນັກງານກະຊວງການຕ່າງປະເທດ ສປປ ລາວ ມີຄວາມຍິນດີທີ່ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບສະຫາຍ, ບັນດາການນຳ ແລະ ພະນັກງານ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໃນການປະກອບສ່ວນເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງສອງປະເທດພວກເຮົາ ແລະ ຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ເຫັນດີເປັນເອກະພາບຂອງສອງການນຳໃຫ້ປະກົດຜົນເປັນຈິງຍິ່ງໆຂຶ້ນ. ພ້ອມນັ້ນ, ກໍຈະສືບຕໍ່ຮ່ວມເຮັດວຽກກັບສະຫາຍ ໃນການກຽມຄວາມພ້ອມຕ້ອນຮັບ ການນຳຂັ້ນສູງຂອງ ສປ ຈີນ ທີ່ຈະເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນທີ່ກ່ຽວຂ້ອງ ຢູ່ນະຄອນຫລວງວຽງຈັນ, ໃນຕົ້ນເດືອນ ຕຸລາ 2024 ນີ້.

         ໃນໂອກາດດຽວກັນ, ສະຫາຍ ນາງ ຟັ່ງຫົງ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ຄໍາອວຍພອນອັນປະເສີດ, ຄໍາຊົມເຊີຍ ແລະ ຄໍາເວົ້າອັນຈົບງາມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ແລະ ຄະນະຈາກກະຊວງການຕ່າງປະເທດລາວ ທີ່ມາອວຍພອນໃນຄັ້ງນີ້, ພ້ອມທັງສະແດງຄວາມຢືນຢັນວ່າ ສະຖານທູດ ກໍຄື ກະຊວງການຕ່າງປະ ເທດ ສປ ຈີນ ຈະສືບຕໍ່ຮັກສາມູນເຊື້ອການພົວພັນອັນສະໜິດແໜ້ນ ກັບກະຊວງການຕ່າງປະເທດລາວ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍບັນດາວຽກງານທີ່ຂັ້ນເທິງໄດ້ຕົກລົງຮ່ວມກັນແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ, ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ລາວ-ຈີນ, ຈີນ-ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments