Friday, September 27, 2024
Homeຂ່າວໜ້າໜຶ່ງລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32

ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງ ເອົາຫລາຍບັນຫາສຳຄັນ ຂອງອາຊຽນ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ບັນດາລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ, ຫົວໜ້າຄະນະຜູ້ແທນອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍເເລັດສະເຕ ແລະ ບັນດາລັດຖະມົນຕີ, ຮອງລັດຖະມົນຕີຂະແໜງການປະຊາຄົມ ວັດທະນະທຳ-ສັງຄົມ ອາຊຽນ, ພ້ອມດ້ວຍເອກະອັກຄະລັດຖະທູດອາຊຽນ ແລະ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ ເຂົ້າຮ່ວມ.

ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນ ຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບກັນໃນການຮັບຮອງເອົາບັນດາເອກະສານສໍາຄັນຂອງອາຊຽນ ຈຳນວນ 29 ສະບັບ ລວມທັງບົດລາຍງານກອງປະຊຸມລັດຖະ ມົນຕີປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ເພື່ອສະເໜີຕໍ່ຜູ້ນຳອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນຕົ້ນເດືອນ ຕຸລາ 2024 ທີ່ຈະມາເຖິງນີ້, ບັນດາເອກະສານສຳຄັນດັ່ງກ່າວ, ຈະກາຍເປັນນິຕິກຳທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນບ່ອນອີງທີ່ໜັກເເໜ້ນ ໃຫ້ແກ່ທຸກພາກສ່ວນກ່ຽວຂ້ອງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂະແໜງການ ພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໃຫ້ປາກົດຜົນເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນປະໂຫຍດລວມຂອງປະຊາຊົນພວກເຮົາໃນອະນາຄົດ ກໍຄື ການສ້າງປະຊາຄົມອາຊຽນ ໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມປອງດອງ, ປະຊາຊົນມີວິຖີຊີວິດທີ່ດີ, ມີການພັດທະນາແບບຍືນຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ດ້ວຍການໂຄສະນາສົ່ງເສີມວັດ ທະນະທໍາທີ່ຫລາກຫລາຍ ແລະ ເປັນເອກະລັກຂອງອາຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າທຽມກັນ, ສ້າງຄວາມປອດໄພທາງດ້ານສຸຂະພາບ, ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ທັງຮັບປະກັນແຮງງານເຄື່ອນຍ້າຍທີ່ຖືກຕ້ອງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອ ກາດໃນການປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ.

ພ້ອມນີ້, ໃນກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ໃຫ້ຄໍາເຫັນຊີ້ແນະ ຕໍ່ກັບວາລະລວມທີ່ສໍາຄັນຕ່າງໆ ຂອງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຫລັງປີ 2025 ເຊິ່ງໄດ້ສໍາເລັດລຸລ່ວງໄປດ້ວຍດີ ໃນເດືອນສິງຫາ ຜ່ານມາ ຢູ່ນະຄອນຫລວງວຽງຈັນ.

ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຫ້າວຫັນ ແລະ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຂອງທຸກພາກສ່ວນທີ່ກ່ຽວຂ້ອງໃນການກະກຽມປະເມີນທ້າຍສະໄໝ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດ ຕາມ ຄາດໝາຍທີ່ວາງໄວ້ ກໍຄື ໜ່ວຍງານພັດທະນາແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ແລະ ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໃນການພັດທະນາຮ່າງແຜນຍຸດທະສາດດັ່ງກ່າວ, ເຫັນວ່າມີຄວາມຄືບໜ້າໄປຕາມແຜນທີ່ກໍານົດໄວ້ຢ່າງໜ້າເພິ່ງພໍໃຈ ເຊິ່ງປະກອບສ່ວນສໍາຄັນຕໍ່ການສ້າງວິໄສທັດຂອງປະຊາຄົມອາຊຽນ 2045 ແລະ ເອກະສານສຳຄັນກ່ຽວ ຂ້ອງ ທີ່ຈະຮັບຮອງເອົາໃນປີ 2025 ໃຫ້ສໍາເລັດຢ່າງເປັນຮູບປະທໍາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments