Wednesday, September 25, 2024
Homeຂ່າວໜ້າໜຶ່ງກະຊວງສຶກສາທິການ ແລະ ກິລາ - ອົງການຢູນິເຊັບ ປະຈໍາ ສປປ ລາວ ຢ້ຽມຢາມໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນ້ຳທາ

ກະຊວງສຶກສາທິການ ແລະ ກິລາ – ອົງການຢູນິເຊັບ ປະຈໍາ ສປປ ລາວ ຢ້ຽມຢາມໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນ້ຳທາ

ກະຊວງສຶກສາທິການ ແລະ ກິລາ – ອົງການຢູນິເຊັບ ປະຈໍາ ສປປ ລາວ ໄດ້ມອບອຸປະກອນຊ່ວຍເຫຼືອ ໃຫ້ກັບໂຮງຮຽນ ເເລະ ນັກຮຽນຈຳນວນ 5,500 ຄົນ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອຮັບປະກັນ ການສືບຕໍ່ການຮຽນພາຍຫຼັງເຫດການສຸກເສີນ.

ທີ່ແຂວງຫຼວງນ້ຳທາ, ວັນທີ 23 ກັນຍາ 2024 – ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍ ອົງການຢູນິເຊັບ ປະຈຳ ສປປ ລາວ ໄດ້ຮ່ວມກັນລົງຢ້ຽມຢາມບັນດາໂຮງຮຽນ ໃນເມຶອງຫຼວງນ້ຳທາ, ເເຂວງຫຼວງນ້ຳທາ, ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເພື່ອປະເມີນຄວາມເສຍຫາຍ, ຄວາມຕ້ອງການ ແລະ ສ້າງເງື່ອນໄຂຮັບປະກັນວ່ານັກຮຽນທີ່ໄດ້ຮັບຜົນກະທົບ 5,000 ຄົນ ຈະສາມາດສືບຕໍ່ການຮຽນຂອງພວກເຂົາໄດ້.

ໃນການຢ້ຽມຢາມຄັ້ງນິ້, ຄະນະຜູ້ແທນນໍາພາໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍ ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າອົງການຢູນິເຊັບ ປະຈຳ ສປປ ລາວ, ໄດ້ພົບປະກັບບັນດານັກຮຽນ, ຄູ ເເລະ ຜູ້ບໍລະຫານໃນເເຂວງ. ໃນລະຫວ່າງການຢ້ຽມຢາມ, ຄະນະຜູ້ແທນດັ່ງກ່າວຍັງໄດ້ມອບອຸ​ປະ​ກອນ​ດ້ານການ​ສຶກ​ສາ ​ແລະ ອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ໃຫ້ເເກ່ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບ ເຊີ່ງ ອົງການຢູນິເຊັບ ປະຈຳ ສປປ ລາວ ກໍຍັງໄດ້ໃຫ້ຄຳໝັ້ນສັນຍາໃນການສືບຕໍ່ສະໜອງການສະໜັບສະໜູນໃຫ້ຜູ້ທີ່ໄດ້ຮັບຜົນກະທົບຕື່ມອີກ.

ທ່ານ ຮສ. ປອ. ພຸດ ສິມມາລາວົງ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ຂອງ ລັດຖະບານ ເເຫ່ງ ສປປ ລາວ, ກໍຄື ກະຊວງສຶກສາທິການ ເເລະ ກິລາ, ໃນການຮັບປະກັນການຮຽນຢ່າງຕໍ່ເນື່ອງໃນເວລາເກີດເຫດສຸກເສີນ. ທ່ານລັດຖະມົນຕີກະຊວງສຶກສາທິການ ກ່າວວ່າ: “ການສຶກສາແມ່ນມີຄວາມສຳຄັນຫຼາຍ ໃນການປົດລັອກທ່າແຮງຂອງເດັກນ້ອຍລາວຂອງພວກເຮົາ. ດັ່ງນັ້ນ ພວກເຮົາບໍ່ອາດສາມາດປ່ອຍໃຫ້ເຫດການສຸກເສີນໃດໆເຮັດໃຫ້ການສຶກສາຂອງພວກເຂົາຢຸດຊະງັກໄດ້”.

“ກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ທຸກຄວາມພະຍາຍາມ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ຕໍ່ກັບໂຮງຮຽນ ຢູ່ແຂວງຫຼວງນ້ຳທາ ແລະ ບັນດາເມືອງ ເເລະ ແຂວງອື່ນໆ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ. ພວກເຮົາ ພວມເຮັດວຽກຢ່າງໃກ້ຊິດກັບຄູ່ຮ່ວມພັດທະນາຂອງພວກເຮົາເຊັ່ນ ອົງການຢູນິເຊັບ ເພື່ອສະໜອງອຸປະກອນທີ່ຈໍາເປັນ, ລວມທັງອຸປະກອນການຮຽນ-ການສອນ ແລະ ການຊ່ວຍເຫຼືອທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ນັກຮຽນ ແລະ ຄູອາຈານສາມາດເອົາຊະນະເຫດການອັນທ້າທາຍນີ້.”

ອົງການຢູນິເຊັບ ແມ່ນໜຶ່ງໃນບັນດາອົງການທຳອິດທີ່ໄດ້ສະໜອງການຊ່ວຍເຫຼືອຕໍ່ກັບເຫດການໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ໃນ ສປປ ລາວ ໃນເດືອນນີ້. ກ່ອນໜ້ານີ້ ອົງການຢູນິເຊັບ ກໍຍັງໄດ້ມອບ ອຸ​ປະ​ກອນ​ດ້ານ​ນໍ້າ, ສຸຂາພິບານ ແລະ ສຸຂະອານາໄມ ເພື່ອເປັນການຊ່ວຍເຫຼືອບັນເທົາທຸກໃນຂັ້ນເບື້ອງຕົນ ໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບ, ເປັນຕົ້ນແມ່ນ: ຢາເມັດຄະລໍລີນສຳລັບຂ້າເຊື້ອໃນນ້ຳດື່ມ, ສະບູ່, ຄຸ ແລະ ໂອຕັກນໍ້າ, ຜ້າອະນາໄມຜູ້ຍິງ ແລະ ອື່ນໆ.

ທ່ານ ບິລາລ ດູຣານິ, ຜູ້ຕາງໜ້າຈາກ ອົງການຢູນິເຊັບ ປະຈຳ ສປປ ລາວ, ກໍໄດ້ກ່າວຢ້ຳຄືນຄຳໝັ້ນສັນຍາຂອງ ອົງການຢູນິເຊັບ ທີ່ຈະໃຫ້ການຊ່ວຍເຫຼືອເເກ່ຊຸມຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ. ທ່ານ ໄດ້ກ່າວວ່າ: “ອົງການຢູນິເຊັບ ພ້ອມທີ່ຈະໃຫ້ການສະໜັບສະໜູນເເກ່ ກະຊວງສຶກສາທິການ ແລະ ກິລາ ເພື່ອຟື້ນຟູການສຶກສາຂອງເດັກນ້ອຍທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ແລະ ເພື່ອຊ່ວຍໃຫ້ຊຸມຊົນທີ່ຖືກຜົນກະທົບ
ຈາກໄພນ້ຳຖ້ວມໃຫ້ຟື້ນຕົວຄືນຢ່າງໄວ.”

“ອົງການພວກເຮົາເຊື່ອວ່າ ການສຶກສາເປັນຄືເຊືອກຊູຊີບສໍາລັບເດັກນ້ອຍໃນຊ່ວງເວລາສຸກເສີນ, ແລະ ພວກເຮົາຢືນຢັນທີ່ຈະສືບຕໍ່ເຮັດວຽກເພື່ອຮັບປະກັນວ່າໂຮງຮຽນ, ຄູອາຈານ ແລະ ເດັກນ້ອຍນັກຮຽນທຸກຄົນຈະສາມາດເຂົ້າເຖິງອຸປະກອນທີ່ຈໍາເປັນ ເພື່ອສືບຕໍ່ກິດຈະກໍາການຮຽນ-ການສອນ.”

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments