Monday, September 23, 2024
Homeຂ່າວໜ້າໜຶ່ງທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍອະນາຄົດ

ທ່ານ ສະເຫຼີມໄຊ ກົມມະສິດ ເຂົ້າຮ່ວມ ກອງປະຊຸມສຸດຍອດວ່າດ້ວຍອະນາຄົດ

ໃນວັນທີ 22 ກັນຍາ ນີ້ ທີ່ ສໍານັກງານໃຫຍ່ ອົງການ ສະຫະປະຊາດ ທີ່ ນິວຢອກ ສ ອາເມຣິກາ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດວ່າດ້ວຍອະນາຄົດ ພາຍໃຕ້ຫົວຂໍ້: ວິທີທາງແກ້ໄຂບັນຫາເເບບຫຼາຍຝ່າຍ ເພື່ອອະນາຄົດທີ່ດີກວ່າເກົ່າ (Multilateral Solutions for a better tomorrow). ໃນພາກພິທີເປີດ, ກອງປະຊຸມ ໄດ້ຮັບຮອງເອົາຂໍ້ຕົກລົງວ່າດ້ວຍອະນາຄົດ ທີ່ສຸມໃສ່ 5 ບັນຫາສໍາຄັນຂອງໂລກ ຄື: 1) ການເລັ່ງລັດການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ໂດຍການພັດທະນາລະບົບການເງິນ, 2) ຮັກສາສັນຕິພາບ ເເລະ ຄວາມໝັ້ນຄົງສາກົນ, 3) ຊຸກຍູ້ການພັດທະນາໃນຂະເເໜງການ ວິທະຍາສາດ, ເຕັກໂນໂລຊີ ເເລະ ເເລະ ນະວັດຕະກໍາ ໄປຄຽງຄູ່ກັບການຮ່ວມມືທາງດ້ານດີຈີຕອນ, 4) ປົກປັກຮັກສາຜົນປະໂຫຍດຂອງຄົນຮຸ່ນໃໝ່ ເເລະ 5) ດໍາເນີນການປະຕິຮູບລະບົບການປົກຄອງສາກົນທີ່ມີຄວາມຈໍາເປັນ.

ໃນໂອກາດດັ່ງກ່າວ, ທ່ານ ຟິເລມອນ ຢາງ ປະທານສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 79 ໄດ້ກ່າວເປີດກອງປະຊຸມ ຊຶ່ງໃນນັ້ນ ທ່ານ ໄດ້ໃຫ້ຄວາມສໍາຄັນຕໍ່ສະພາບການຂອງໂລກທີ່ກໍາລັງປະເຊີນໜ້າກັບສິ່ງທ້າທາຍນາໆປະການ ລວມທັງບັນຫາຂໍ້ຂັດແຍ່ງຕ່າງໆ, ການປ່ຽນແປງດິນຟ້າອາກາດ, ຄວາມແຕກໂຕນດ້ານດີຈີຕອນ, ຄວາມບໍ່ສະເໝີພາບ, ໄພຂົ່ມຂູ່ຕໍ່ສິດທິມະນຸດ ແລະ ບັນຫາອື່ນໆ ທີ່ຮຽກຮ້ອງໃຫ້ມີການປະຕິບັດງານຮ່ວມກັນຢ່າງຮີບດ່ວນ. ພ້ອມກັນນັ້ນ, ທ່ານ ກໍໄດ້ເນັ້ນໜັກເຖິງຄວາມຫວັງ ແລະ ກາລະໂອກາດໃນການຟື້ນຟູການຮ່ວມມືສາກົນ ພາຍໃຕ້ຂໍ້ຕົກລົງວ່າດ້ວຍອະນາຄົດ ແລະ ສອງເອກະສານຊ້ອນທ້າຍ ຊຶ່ງໄດ້ກຳນົດຄຳໝາຍໝັ້ນສັນຍາທີ່ຈະແກ້ໄຂວິກິດການຕ່າງໆ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ສ້າງສັງຄົມທີ່ຍຸຕິທຳ ແລະ ກວມລວມ ແລະ ຮັບປະກັນວ່າ ເຕັກໂນໂລຊີ ຮັບໃຊ້ຜົນປະໂຫຍດຮ່ວມກັນຂອງມວນມະນຸດ. ນອກນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຈົ່ງຊ່ວຍກັນຍົກສູງ ບົດບາດຂອງ ແມ່ຍິງ ແລະ ຊາວໜຸ່ມ ໃນຂະບວນການຕັດສິນໃຈຕໍ່ກັບບັນຫາຕ່າງໆ ກໍຄືການຈັດຕັ້ງປະຕິບັດ ປພຍ, ຍົກສູງສັນຕິພາບ ແລະ ການຮ່ວມມືແບບຫຼາຍຝ່າຍ ເພື່ອຮັບປະກັນຄວາມຍຸຕິທໍາ, ກວມລວມ ແລະ ສະເໝີພາບ ໂດຍຢຶດໝັ້ນຕາມຫຼັກການທີ່ລະບຸໄວ້ໃນ ກົດບັດ ສປຊ.

ໃນໂອກາດດຽວກັນນີ້, ທ່ານ ອັນໂຕນີໂອ ກູເຕເຣັສ ເລຂາທິການໃຫຍ່ ອົງການ ສປຊ ກໍໄດ້ມີຄໍາເຫັນໂດຍໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ພ້ອມກັນຍົກລະດັບການຮ່ວມມື ເພື່ອແກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ກໍາລັງສົ່ງຜົນກະທົບຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງສາກົນ ແລະ ໄດ້ຕີລາຄາສູງຕໍ່ 3 ເອກະສານສໍາຄັນຂອງກອງປະຊຸມສຸດຍອດຄັ້ງນີ້ ຄື: ຂໍ້ຕົກລົງວ່າດ້ວຍອະນາຄົດ (Pact for the Future), ຂໍ້ຕົກລົງດ້ານດີຈີຕອນຂອງສາກົນ (Global Digital Compact) ແລະ ຖະແຫຼງການເພື່ອຄົນຮຸ່ນໃໝ່ໃນອະນາຄົດ (Declaration on the Future Generations), ຊຶ່ງເອກະສານດັ່ງກ່າວ ຈະເປັນບ່ອນອີງອັນສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາຄວາມໝັ້ນຄົງ, ການປະຕິຮູບລະບົບການເງິນສາກົນ, ການນໍາໃຊ້ປັນຍາປະດິດໃນທາງທີ່ຖືກຕ້ອງ ແລະ ອື່ນໆ. ນອກຈາກນັ້ນ, ທ່ານ ເລຂາທິການໃຫຍ່ ໄດ້ຮຽກຮ້ອງຈັດຕັ້ງປະຕິບັດຕາມຜົນກອງປະຊຸມດັ່ງກ່າວ ເພື່ອຮັບປະກັນການປ່ຽນເເປງອັນມີຄວາມໝາຍສຳຄັນ ແລະ ສາມາດບັນລຸໄດ້ຕາມຄວາມຄາດຫວັງຂອງປະຊາຊົນທົ່ວໂລກ.

ໃນພາກກອງປະຊຸມຄົບຄະນະ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຂຶ້ນກ່າວປາໄສ ໂດຍທ່ານໄດ້ຕີລາຄາສູງຕໍ່ກັບກອງປະຊຸມສຸດຍອດຄັ້ງນີ້ ຊຶ່ງເປັນເວທີອັນສໍາຄັນໜຶ່ງ ເພື່ອສະແດງຄວາມໝາຍໝັ້ນ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ ແນໃສ່ການເເກ້ໄຂບັນດາສິ່ງທ້າທາຍຕ່າງໆທີ່ໂລກຂອງພວກເຮົາກໍາລັງປະເຊີນຢູ່. ພ້ອມນັ້ນ, ທ່ານ ກໍໄດ້ສະເເດງຄວາມເຫັນດີຕໍ່ການຮັບຮອງຂໍ້ຕົກລົງວ່າດ້ວຍອະນາຄົດ ແລະ ເອກະສານຊ້ອນທ້າຍທັງສອງສະບັບ ແລະ ໄດ້ຮຽກຮ້ອງໃຫ້ຂອບການຊ່ວຍເຫຼືອທາງດ້ານທຶນຮອນຕ່າງໆ ສາມາດຈັດຕັ້ງປະຕິບັດໄດ້ຈິງ ເພື່ອຮັບປະກັນວ່າປະເທດກໍາລັງພັດທະນາຈະໄດ້ຮັບການຊ່ວຍເຫຼືອທີ່ພຽງພໍ, ຫຼຸດຜ່ອນຄວາມແຕກໂຕນດ້ານດີຈີຕອນ ແລະ ຄວາມສ່ຽງຕ່າງໆຈາກການນໍາໃຊ້ເຕັກໂນໂລຊີດີຈີຕອນ, ສົ່ງເສີມບົດບາດຂອງ ຊາວໜຸ່ມ ແລະ ຄົນຮຸ່ນໃໝ່ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຂົາເຈົ້າ ໃນການປັບໂຕ ແລະ ກຽມຄວາມພ້ອມເພື່ອອະນາຄົດ. ນອກຈາກນັ້ນ, ທ່ານ ຮອງນາຍົກ ລັດຖະມົນຕີ ໄດ້ກ່າວສະໜັບສະໜູນການປະຕິຮູບອົງການ ສປຊ ລວມທັງສະພາຄວາມໝັ້ນຄົງ, ສະມັດຊາໃຫຍ່ ແລະ ສະພາເສດຖະກິດ-ສັງຄົມ ອົງການ ສປຊ ກໍຄືການປະຕິຮູບສະຖາບັນການເງິນສາກົນຢ່າງຮີບດ່ວນ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງໃນປັດຈຸບັນ.

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ ພົບປະສອງຝ່າຍ ກັບ ທ່ານ ກົງສະຕັງຕີໂນສ ກົມໂບສ (Dr. Constantinos Kombos), ລັດຖະມົນຕີກະຊວງການຕ່າງປະເທດ ໄຊປຣັດ ເເລະ ທ່ານ ວານດຣາກ ລຸດວິງ ແຈນຊະເກ ວິເທເກີ (Valdrack Ludwing Jaentschke Whitaker), ລັດຖະມົນຕີກະຊວງການຕ່າງປະເທດ ນິກາຣາກົວ, ເພື່ອເເລກປ່ຽນທັດສະນະ ເເລະ ປຶກສາຫາລືກ່ຽວກັບສະພາບການຮ່ວມມື, ບາງບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ ລວມທັງທິດທາງການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍໃນຕໍ່ໜ້າ.

ທ່ານ ຮອງນາຍົກລັດຖະມົນຕີ ສືບຕໍ່ນຳພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃນວັນທີ 23 ກັນຍານີ້ ແລະ ຈະປະກອບຄຳເຫັນໃນຫົວຂໍ້ສະເພາະທີ 3 ຄື: ເພື່ອກ້າວໄປສູ່ ອະນາຄົດດ້ານດີຈີຕອນ ຮ່ວມກັນ: ແນໃສ່ເສີມຂະຫຍາຍການຮ່ວມມື ແລະ ນະວັດຕະກຳ ທີ່ກວມລວມ ເພື່ອຮັດແຄບຊ່ອງວ່າງທາງດ້ານດີຈີຕອນ.

(ຂ່າວ: ຕປທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments