Monday, September 23, 2024
Homeຂ່າວໜ້າໜຶ່ງເລຂາທິການໃຫຍ່ ຕ້ອນຮັບ ຄະນະປະສານອະດີດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ເລຂາທິການໃຫຍ່ ຕ້ອນຮັບ ຄະນະປະສານອະດີດ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

ໃນວັນທີ 23 ກັນຍາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານການສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ຊ່ວຍເຫລືອການປະຕິ ວັດລາວ ນຳໂດຍ ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ປະທານຄະນະດັ່ງກ່າວ ໃນໂອກາດເດີນທາງມາຢ້ຽມຍາມ ແລະ ເຮັດວຽກ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ທີ່ໄດ້ນຳພາ ຄະນະເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມທັງ ຕີລາຄາສູງຕໍ່ການເສຍສະຫລະ ຂອງບັນດາທະຫານ, ອະດີດທະຫານ ແລະ ຊ່ຽວຊານ ທີ່ໄດ້ສະຫລະເລືອດເນື້ອ, ຄວາມ ສຸກສ່ວນຕົວ, ຄຽງບ່າຄຽງໄຫລ່, ຮ່ວມຂຸມຄອງດຽວກັນກັບນັກຮົບ ແລະ ປະຊາຊົນລາວ ຕໍ່ສູ້ກູ້ຊາດ ຕ້ານສັດຕູຜູ້ຮຸກຮານ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ, ສາມາດຍາດເອົາເອກະລາດມາສູ່ປະຊາຊົນຂອງ ສອງປະເທດ. ພ້ອມນີ້, ສະຫາຍ ຍັງໄດ້ ສະແດງຄວາມ ຊົມເຊີຍ ຕໍ່ຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນຕາມພາລະບົດບາດຂອງຕົນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ທີ່ປະທານໂຮ່ຈີ່ມິນ ຜູ້ຍິ່ງໃຫຍ່, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ຜູ້ນຳທີ່ເຄົາລົບຮັກ ເປັນຜູ້ກໍ່ຕັ້ງນັ້ນ ໃຫ້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ ແຈ້ງໃຫ້ບັນດາສະຫາຍຊາບວ່າ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຍັງມີຄວາມໜັກແໜ້ນໃນທຸກຂົງເຂດວຽກງານ, ການນຳຂັ້ນສູງຂອງພັກ, ລັດ, ໃນທຸກຂະແໜງການແຕ່ສູນກາງຮອດທ້ອງຖິ່ນຂອງ ສອງປະເທດ ລາວ-ຫວຽດນາມ ໄດ້ມີການແລກປ່ຽນການຢ້ຽມຢາມໄປມາຫາສູ່ກັນຢ່າງເປັນປົກກະຕິ, ສະແດງໃຫ້ເຫັນເຖິງຄວາມມີຊີ ວິດຊີວາ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ.

ສະຫາຍ ພົນຈັດຕະວາ ຮວິ່ງ ດັກ ເຮືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງແຈ້ງແຜນການເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ຮັບຊາບ.

ຂ່າວ: ທະນູທອງ

ພາບ: ຊຳນານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments