Monday, September 23, 2024
Homeຂ່າວຕ່າງປະເທດປະຊາຊົນມາເລເຊຍ ຫລາຍກວ່າ 8.000ຄົນ ຕ້ອງກາຍເປັນຜູ້ພັດຖິ່ນຖານຍ້ອນນ້ຳຖ້ວມກະທັນຫັນ

ປະຊາຊົນມາເລເຊຍ ຫລາຍກວ່າ 8.000ຄົນ ຕ້ອງກາຍເປັນຜູ້ພັດຖິ່ນຖານຍ້ອນນ້ຳຖ້ວມກະທັນຫັນ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ໃນອາທິດ ຜ່ານມາ ເກີດເຫດ ນ້ຳຖ້ວມ ກະທັນຫັນ ເນື່ອງຈາກ ຝົນຕົກ ຢ່າງໜັກ ຕໍ່ເນື່ອງ ຫລາຍພື້ນທີ່ ຂອງປະເທດເຊັ່ນ: ລັດສະລັງງໍ, ລັດເປຣັກ, ລັດເຄດາ ແລະ ລັດຊາຣາວັກ ທາງພາກເໜືອ ຂອງເກາະ ບໍນຽວ ສົ່ງຜົນໃຫ້ ປະຊາຊົນ ຫລາຍກວ່າ 8.000ຄົນ ຕ້ອງກາຍເປັນ ຜູ້ພັດຖິ່ນ ແລະ ຍົກຍ້າຍ ໄປຍັງ ສູນພັກຊົ່ວ ຈຳນວນ 41 ແຫ່ງ.ຈາກນັ້ນ ທ່ານ ອັນວາ ອິບຣາຮິມ ຂອງມາເລເຊຍ ປະກາດ ມອບເງິນ ຊ່ວຍເຫລືອ ມູນຄ່າ 13 ລ້ານຣິງກິດ ໃຫ້ແກ່ ປະຊາຊົນ ທີ່ຜະເຊີນກັບ ໄພນ້ຳຖ້ວມ ຄັ້ງນີ້.ນອກ​ນີ້, ກົມ​ອຸຕຸນິຍົມ​ ວິທະຍາ ມາເລເຊຍ ​ກ່າວ​ເຕືອນ​ວ່າ: ລະດູ​ມໍ​ລະ​ສຸມ ​ຕາ​ເວັນ​ຕົກ​ ສຽງ​ໃຕ້​ເຮັດ​ໃຫ້ເກີດ ​ຝົນຕົກ​ໜັກ​ຢ່າງ ​ຕໍ່​ເນື່ອງ ​ຢູ່​ຫລາຍ​ພື້ນທີ່ ​ຂອງ​ປະ​ເທດພ້ອມທີ່ ຄາດຄະເນວ່າມາ​ເລ​ເຊຍ​ ອາດ​ຜະ​ເຊີນ​ກັບ ​ສະ​ພາບ ​ອາ​ກາດ ​ທີ່​ຮ້າຍ​ແຮງ ​ຕໍ່​ເນື່ອງ​ ໃນ​ຕະຫລອດ ​ເດືອນ​ກັນ​ຍານີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments