Monday, September 23, 2024
Homeຂ່າວພາຍໃນ7 ບ້ານຂອງເມືອງຊໍາເໜືອ ໄດ້ຮັບຜົນກະທົນໜັກຈາກໄພນໍ້າຖ້ວມ

7 ບ້ານຂອງເມືອງຊໍາເໜືອ ໄດ້ຮັບຜົນກະທົນໜັກຈາກໄພນໍ້າຖ້ວມ

ອີງຕາມການລາຍງານຂອງສື່ທ້ອງຖິ່ນແຂວງຫົວພັນ ໃຫ້ຮູ້ວ່າ: ລະຫວ່າງວັນທີ່ 21-22 ກັນຍາ 2024 ນີ້, ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງ, ເຮັດໃຫ້ນໍ້າຫຼາຍສາຍນອງຂື້ນຢ່າງກະທັນຫັນ, ເຮັດໃຫ້ຖ້ວມເຮືອນຊານ, ຖະໜົນ ຫົນທາງ, ໄຮ່ນາ ແລະ ຮົ້ວສວນຂອງປະຊາຊົນໃນຂອບເຂດເທດສະບານເມືອງຊໍາເໜືອ.

ບ້ານທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ປະກອບມີ: ບ້ານນາລີວ, ບ້ານນາສະກາງ, ບ້ານມີສຸກ, ບ້ານນາທົ່ງຈອງ, ບ້ານຊໍາ ເໜືອ, ບ້ານນາໜອງບົດ ແລະ ບ້ານປຸ່ງ. ສໍາລັບຜົນເສຍຫາຍຄະນະຮັບຜິດຊອບກໍາລັງເກັບກໍາຂໍ້ມູນຢູ່.

ເມືອງຊໍາເໜືອ ໄດ້ຮັບຜົນກະທົນຈາກໄພນໍ້າຖ້ວມ

ລະຫວ່າງວັນທີ່ 21-22 ກັນຍາ 2024 ນີ້, ສະພາບຝົນຕົກໜັກຕິດຕໍ່ກັນຫູາຍຊົ່ວໂມງ, ເຮັດໃຫ້ນໍ້າຫຼາຍສາຍນອງຂື້ນຢ່າງກະທັນຫັນ, ເຮັດໃຫ້ຖ້ວມເຮືອນຊານ, ຖະໜົນຫົນທາງ, ໄຮ່ນາ, ຮົ້ວສວນ, ຂອງປະຊາຊົນໃນຂອບເຂດເທດສະບານເມືອງຊໍາເໜືອ ແຂວງຫົວພັນ, ບ້ານທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ປະກອບມີ: ບ້ານນາລີວ, ບ້ານນາສະກາງ, ບ້ານມີສຸກ, ບ້ານນາທົ່ງຈອງ, ບ້ານຊໍາ ເໜືອ, ບ້ານນາໜອງບົດ ແລະ ບ້ານປຸ່ງ, ສໍາລັບຜົນເສຍຫາຍຄະນະຮັບຜິດຊອບກໍາລັງເກັບກໍາ.

ຕໍ່ກັບສະພາບການດັ່ງກ່າວຂໍໃຫ້ທຸກຄົນຈົ່ງມີສະຕິລະມັດລະວັງ, ໂດຍສະເພາະຜູ້ທີ່ຢູ່ເຂດຕໍ່າ, ໃກ້ກັບແມ່ນໍ້າ, ຫ່ອມພູ, ຫ່ອມຜາ, ຈົ່ງກຽມພ້ອມຮັບມືກັບສະພາບການດັ່ງກ່າວໃຫ້ທັນກັບສະພາບ ການ. ຖ້າຫາກປະຊາຊົນມີຄວາມຕ້ອງການຄວາມຊ່ວຍເຫຼືອສາ ມາດຕິດຫາຄະນະຮັບຜິດຊອບຕ້ານໄພພິບັດຂັ້ນເມືອງ, ຂັ້ນແຂວງ ເພື່ອນໍາກໍາລັງມາຊ່ວຍໄດ້ຕະຫຼອດເວລາ ໂທ: 020 55524887, 020 55765892

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments