Monday, September 23, 2024
Homeຂ່າວພາຍໃນເຈົົ້າແຂວງຈຳປາສັກ ລົງຊີ້ນຳການກຽມພ້ອມຮັບມືກັບໄພນໍ້າຖ້ວມ ຢູ່ນະຄອນປາກເຊ

ເຈົົ້າແຂວງຈຳປາສັກ ລົງຊີ້ນຳການກຽມພ້ອມຮັບມືກັບໄພນໍ້າຖ້ວມ ຢູ່ນະຄອນປາກເຊ

ຂປລ. ແຫລ່ງຂ່າວຈສກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ວັນທີ 22 ກັນຍາ 2024, ທ່ານ ອາລຸນໄຊ ສຸນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍການນໍາແຂວງ,​ ການນໍາພະແນກການອ້ອມຂ້າງ, ກໍາລັງ​ ປກສ​-ປກຊ ຕະຫລອດຮອດພໍ່ແມ່ ປະຊາຊົນ ໄດ້ຮ່ວມແຮງຮ່ວມໃຈກັນ ສ້າງຄັນຄູກັນນໍ້າ ເນື່ອງຈາກລະດັບນໍ້າຂອງ ແລະ ລະດັບນໍ້າເຊໂດນໄດ້ເພີ່ມຂຶ້ນສູງ, ພ້ອມທັງເອົາຈັກສູບນໍ້າເຄື່ອນທີ່​ ມາຕິດຕັ້ງຕື່ມ ຢູ່ເຂດຫ້ວຍບ້ານແກ ເພື່ອສູບລະບາຍນໍ້າທີ່ຖ້ວມຂັງຢູ່ໃນບໍລິເວນດັ່ງກ່າວ ໃຫ້ອອກໄດ້ໄວຂຶ້ນ​ຕື່ມ.

ພ້ອມນີ້, ເຈົ້າແຂວງຈໍາປາສັກ ພ້ອມຄະນະ​ ກໍໄດ້ຕິດຕາມພື້ນທີ່ອື່ນໆ​ ທີ່ມີຄວາມສ່ຽງ​ ເປັນຕົ້ນແມ່ນ ເຂດບ້ານຫ້ວຍປູນ, ບ້ານທ່າຫີນເໜືອ ເພື່ອວາງແຜນແກ້ໄຂ ຮັບມືກັບໄພນໍ້່ຖ້ວມໃຫ້ທັນການ.

ຂໍ້ມູນ-ພາບ: ໜັງສືພິມຈຳປາໃໝ່

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments