Monday, September 23, 2024
Homeຂ່າວການເມືອງກອງປະຊຸມປະເມີນຜົນການປະຕິບັດກົດໝາຍ ສອງສະບັບ

ກອງປະຊຸມປະເມີນຜົນການປະຕິບັດກົດໝາຍ ສອງສະບັບ

——————-

ກອງປະຊຸມຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍປ້າຍ ຈັດຂຶ້ນໃນວັນທີ 20 ກັນຍາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໂດຍການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ບັນດາທ່ານຜູ້ຕາງໜ້າຈາກກຳມາທິການຂອງ ສພຊ ແລະ ພະນັກງານ-ລັດຖະກອນຈາກພາກສ່ວນທີ່ກ່ຽວຂ້ອງ.

ກົດໝາຍວ່າດ້ວຍການສຶກສາສະບັບປັດຈຸບັນ ປະກາດໃຊ້ ແລະ ຈັດຕັ້ງປະຕິບັດເປັນໄລຍະເວລາ 9 ປີກວ່າ, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ກະຊວງສຶກສາທິການ ແລະ ກິລາ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ໃຫ້ທຸກພາກສ່ວນຂອງສັງຄົມ, ຜູ້ບໍລິຫານການສຶກສາ, ຄູ ແລະ ພະນັກງານບໍລິຫານຂອງຖານການສຶກສາທັງພາກລັດ ແລະ ເອກະຊົນ ເອົາໃຈໃສ່ຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ ພ້ອມທັງໄດ້ອອກນິຕິກຳໃຕ້ກົດໝາຍຈຳນວນໜຶ່ງເພື່ອເຮັດໃຫ້ການຄຸ້ມຄອງວຽກງານການສຶກສາມີປະສິດທິພາບ, ປະສິດທິຜົນ. ເຖິງຢ່າງໃດກໍຕາມ, ການຈັດ ຕັ້ງປະຕິບັດກົດໝາຍດັ່ງກ່າວ ຍັງມີຄວາມຫຍຸ້ງຍາກ ແລະ ພົບກັບຫຼາຍບັນຫາ ເປັນຕົ້ນ: ການຈັດຕັ້ງປະຕິບັດນະໂຍ ບາຍຖືເອົາການສຶກສາພາກບັງຄັບ ເປັນການສຶກສາບໍ່ໄດ້ເສຍຄ່າໃນສະຖານການສຶກສາຂອງລັດ, ການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ມີໂຮງຮຽນຈໍານວນໜຶ່ງໄດ້ເກັບເງິນນໍານັກຮຽນເພື່ອຮັບໃຊ້ວຽກງານບໍລິຫານໂຮງຮຽນ ແລະ ນໍາໃຊ້ເຂົ້າໃນການຮຽນ-ການສອນ; ສິດໄດ້ຮັບການສົ່ງເສີມສຸຂະພາບ ແລະ ການປິ່ນປົວຂັ້ນພື້ນຖານໂດຍບໍ່ເສຍຄ່າສໍາລັບການສຶກສາພາກບັງຄັບ, ພາກປະບັດຕົວຈິງ ຍັງປະຕິບັດບໍ່ໄດ້ຢ່າງທົ່ວເຖິງ; ອັດຕາການປະລະຂອງຄູ ແລະ ນັກຮຽນ ຂອງການສຶກສາພາກບັງຄັບ ເຫັນວ່າເພີ່ມຂຶ້ນທຸກໆປີເມື່ອສົມທຽບໃສ່ໄລຍະປີ 2017 ຊຶ່ງສາເຫດມາຈາກສະພາບເສດຖະກິດ, ຄວາມຮັບຜິດຊອບຂອງຄອບຄົວ ແລະ ສັງຄົມ; ການລົງໂຄສະນາເຜີຍແຜ່ກົດໝາຍຍັງມີຂີດຈໍາກັດ; ງົບປະມານແຫ່ງລັດທີ່ກໍານົດໃຫ້ຂະແໜງສຶກສາທິການ ແລະ ກິລາ ບັນລຸ 18% ຂຶ້ນໄປ, ເຫັນວ່າການຈັດຕັ້ງປະຕິບັດຕົວຈິງ ຍັງບໍ່ທັນບັນລຸຕາມຄາດໝາຍທີ່ວາງໄວ້; ອາຄານໂຮງຮຽນ ແລະ ຫໍພັກຂອງສະຖານການສຶກສາຈໍານວນໜຶ່ງ ຍັງບໍ່ພຽງພໍ ແລະ ຫໍພັກບາງໂຮງຮຽນແມ່ນສ້າງຂຶ້ນຊໍາຊາ ບໍ່ຮັບປະກັນຄວາມປອດໄພໃຫ້ແກ່ນັກຮຽນ.

ກົດໝາຍວ່າດ້ວຍປ້າຍ ປະກາດໃຊ້ ແລະ ຈັດຕັ້ງປະຕິບັດເປັນໄລຍະເວລາ 6 ປີກວ່າ, ຜ່ານການຈັດຕັ້ງປະຕິບັດເຫັນວ່າ ກະຊວງ ຖວທ ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ຜັນຂະຫຍາຍອອກເປັນນິຕິກຳໃຕ້ກົດໝາຍຈຳນວນໜຶ່ງ ເພື່ອເຮັດໃຫ້ການຄຸ້ມຄອງວຽກງານປ້າຍ ມີປະສິດທິພາບ, ປະສິດທິຜົນ; ເຖິງແນວໃດກໍຕາມ, ຜ່ານການຈັດຕັ້ງປະຕິບັດຕົວຈິງກໍຍັງເຫັນວ່າມີຄວາມຫຍຸ້ງຍາກ ແລະ ພົບກັບຫຼາຍບັນຫາ ເປັນຕົ້ນ: ຜູ້ປະກອບການຈຳນວນໜຶ່ງ ຍັງບໍ່ຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນກົດໝາຍ ໂດຍສະເພາະແມ່ນການດຳເນີນທຸລະກິດກ່ຽວກັບປ້າຍ, ການເກັບຄ່າທຳນຽມ ແລະ ຄ່າບໍລິການປ້າຍ ຍັງບໍ່ທັນໄດ້ກຳນົດຈະແຈ້ງ ແລະ ເປັນເອກະພາບກັນ, ງົບປະມານ ແລະ ອຸປະກອນຮັບໃຊ້ໃນການປະຕິບັດໜ້າທີ່ວຽກງານໃນການລົງໂຄສະນາເຜີຍແຜ່ກົດໝາຍ ຍັງມີຈໍາກັດ ແລະ ບັນຫາອື່ນໆ.

ທ່ານ ຄໍາໃບ ດໍາລັດ ກ່າວວ່າ: ຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ຄະນະຮັບຜິດຊອບປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຈັດກອງປະຊຸມຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອຮັບຟັງການລາຍງານຜົນການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສຶກສາ ແລະ ກົດໝາຍວ່າດ້ວຍປ້າຍ ໃນໄລຍະຜ່ານມາ ເພື່ອເປັນການສະຫຼຸບ, ຖອດຖອນບົດຮຽນໃຫ້ແກ່ການຈັດ ຕັ້ງປະຕິບັດສອງກົດໝາຍດັ່ງກ່າວ ໂດຍຍົກໃຫ້ເຫັນດ້ານຕັ້ງໜ້າ, ດ້ານຄົງຄ້າງ, ສາເຫດທີ່ພາໃຫ້ມີຜົນກະທົບຕໍ່ການຈັດ ຕັ້ງປະຕິບັດ ເພື່ອຍົກສູງຄຸນນະພາບຂອງການຈັດຕັ້ງປະຕິບັດກົດໝາຍ, ເຮັດໃຫ້ສະຕິເຄົາລົບກົດໝາຍທົ່ວສັງຄົມສູງຂຶ້ນເທື່ອລະກ້າວ; ພ້ອມນີ້ ກໍໃຫ້ເຫັນໄດ້ບັນຫາທີ່ພາໃຫ້ມີດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ສາເຫດທີ່ພາໃຫ້ມີດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສະເໜີທິດທາງປັບປຸງແກ້ໄຂກົດໝາຍ 2 ສະບັບນີ້ໃນຕໍ່ໜ້າ ຊຶ່ງທັງໝົດນີ້ ຄະນະຮັບຜິດຊອບຈະໄດ້ນໍາໄປຄົ້ນຄວ້າ, ວິເຄາະ, ວິໄຈ ແລະ ສະຫຼຸບລາຍງານຜົນຂອງການຕິດຕາມກວດກາການປະເມີນການຈັດຕັ້ງປະຕິບັດກົດໝາຍໃນຄັ້ງນີ້ ເພື່ອນຳເອົາໄປລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ.

ໃນກອງປະຊຸມ, ທ່ານ ພຸດ ສິມມາລາວົງ ໄດ້ລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການສຶກສາ, ທ່ານ ວັນສີ ກົວມົວ ໄດ້ລາຍງານການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍປ້າຍ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ມີລັກສະນະສ້າງສັນ ເພື່ອຊອກໃຫ້ເຫັນໄດ້ດ້ານດີ, ຜົນງານ, ຂໍ້ຄົງຄ້າງ, ສາເຫດ ແລະ ວິທີແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ກະຊວງທີ່ກ່ຽວຂ້ອງ ນຳໄປຄົ້ນຄວ້າພິຈາລະນາປັບປຸງ ເພື່ອກະກຽມລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ທີ່ຈະເປີດຂຶ້ນໃນທ້າຍປີນີ້.

(ຂ່າວ: ສອນສັກ ວັນວິໄຊ ສພຊ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments