Monday, September 23, 2024
Homeຂ່າວພາຍໃນVietJet ຫຼຸດຄ່າໂດຍສານລະດັບ Deluxe ເຖິງ 50% ສຳລັບຖ້ຽວບິນທົ່ວພາກພື້ນອາຊີ-ປາຊີຟິກ

VietJet ຫຼຸດຄ່າໂດຍສານລະດັບ Deluxe ເຖິງ 50% ສຳລັບຖ້ຽວບິນທົ່ວພາກພື້ນອາຊີ-ປາຊີຟິກ


(ນະຄອນຫຼວງວຽງຈັນ, ວັນທີ 23 ກັນຍາ 2024) – ໃນຊ່ວງນີ້ນັກທ່ອງທ່ຽວສາມາດວາງແຜນການເດີນທາງທີ່ໜ້າຕື່ນເຕັ້ນໄດ້ແລ້ວ ເນື່ອງຈາກ VietJet ໄດ້ອອກໂປຣໂມຊັນປີ້ຍົນລະດັບ Deluxe ໂດຍມອບສ່ວນຫຼຸດສູງສຸດເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກເຄືອຂ່າຍຖ້ຽວບິນທັງໝົດຂອງ VietJet ທົ່ວປະເທດຫວຽດນາມ ແລະ ພາກພື້ນອາຊີປາຊີຟິກ ໄລຍະເວລາທີ່ຈອງ ແລະ ມື້ເດີນທາງແມ່ນເລີ່ມຕັ້ງແຕ່ມື້ນີ້ຈົນຮອດ ວັນທີ 20 ພະຈິກ 2024.
ໂປຣໂມຊັນລາຄາປີ້ຍົນລະດັບ deluxe ລາຄາເລີ່ມຕົ້ນພຽງແຕ່ 275,000 ກີບ (USD12) (ບໍ່ລວມພາສີ ແລະ ຄ່າທຳນຽມ) ແຖມແພັກເກດ 3-in-1 ລວມທັງໂຫຼດກະເປົາເຊັກອິນສູງສຸດ 40 ກິໂລ ການເລືອກບ່ອນນັ່ງຟຣີ ແລະ ການປ່ຽນແປງຕາຕະລາງການເດີນທາງຟຣີອີກດ້ວຍ (ເປັນໄປຕາມເງື່ອນໄຂ ແລະ ຂໍ້ກຳນົດ ຂຶ້ນກັບແຕ່ລະເສັ້ນທາງ). ສາມາດຈອງປີ້ໄດ້ທີ່ www.vietjetair.com, ແອັບ VietJet Air ຫຼື ຢູ່ຫ້ອງການຈອງປີ້ຍົນ ແລະ ຕົວແທນຢ່າງເປັນທາງການທົ່ວໂລກ.
ຜູ້ໂດຍສານລະດັບ Deluxe ທີ່ເດີນທາງຖ້ຽວບິນເຊື່ອມຕໍ່ຫວຽດນາມໄປ ເມືອງ Melbourne, Sydney ແລະ Brisbane ໃນປະເທດອົດສະຕາລີ ສາມາດເພີດເພີນກັບໂຫຼດກະເປົາເຊັກອິນໄດ້ເຖິງ 40kg, ກະເປົາຂຶ້ນເຄື່ອງ 10kg ແລະ ຮັບປະທານອາຫານພ້ອມເຄື່ອງດື່ມ (ເປັນໄປຕາມເງື່ອນໄຂ ແລະ ຂໍ້ກຳນົດ, ຂຶ້ນກັບແຕ່ລະເສັ້ນທາງ). ສຳລັບເສັ້ນທາງອື່ນໃນທຸກທົ່ວເຄືອຂ່າຍຖ້ຽວບິນຂອງ VietJet ຂອງປີ້ລະດັບ Deluxe ແມ່ນມາພ້ອມກັບໂຫຼດກະເປົາເຊັກອິນ 20 ກິໂລ, ກະເປົາຂຶ້ນເຄື່ອງ 7 ກິໂລ, ພ້ອມກັບສິດທິປະໂຫຍດເພີ່ມເຕີມຫຼາກຫຼາຍ (ເປັນໄປຕາມເງື່ອນໄຂ ແລະ ຂໍ້ກຳນົດ, ຂຶ້ນກັບແຕ່ລະເສັ້ນທາງ). ນອກຈາກນັ້ນ, ສະມາຊິກ VietJet Sky Joy ໄດ້ຮັບສູງເຖິງ 1,000 Sky Points ສໍາລັບທຸລະກໍາທີ່ມີມູນຄ່າຫຼາຍກວ່າ LAK950,000 (USD41) ແລະສາມາດແລກເອົາຂອງຂວັນຈາກ VietJet ຫຼາຍກວ່າ 250 ແບຣນຊັ້ນນໍາ.
ໃນຂະນະທີ່ການຂະຫຍາຍຕາໜ່າງການບິນຢ່າງວ່ອງໄວ, ເມື່ອບໍ່ດົນມານີ້ VietJet ໄດ້ເປີດການຂາຍປີ້ຍົນໂດຍສານທີ່ເດີນທາງຈາກ ດານັງ – ອາເມຕາບັດ, ເຊິ່ງຈະເລີ່ມຕົ້ນໃນເດືອນໜ້າ. ສາຍການບິນຍັງໄດ້ເພີ່ມຄວາມຖີ່ຂອງການບິນໄປເມືອງທີ່ສຳຄັນຂອງອາຊີຕາເວັນອອກສຽງເໜືອເຊັ່ນ: Busan, Nagoya, Hong Kong, Taipei, Taichung ແລະ Kaohsiung ເພື່ອຕອບສະໜອງຄວາມຕ້ອງການໃນການເດີນທາງໄລຍະເທດສະການປີໃໝ່.
VietJet ໃຫ້ບໍລິການຫຼາຍກວ່າ 149 ເສັ້ນທາງໃນທົ່ວປະເທດຫວຽດນາມ ແລະ ຕ່າງປະເທດ, ໃນນັ້ນມີ 38 ເສັ້ນທາງພາຍໃນ ແລະ ຕ່າງປະເທດ 111 ເສັ້ນທາງ, ລວມທັງປະເທດລາວດ້ວຍເສັ້ນທີ່ເຊື່ອມຕໍ່ຈາກນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ ໂດຍມີ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ເຊິ່ງໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ນອກຈາກນັ້ນ, VietJet ຍັງໄດ້ໃຫ້ນັກທ່ອງທ່ຽວຊາວລາວໄດ້ໄປສຳຫຼວດເມືອງໃຫຍ່ທີ່ສຸດຂອງຫວຽດນາມ ລວມເຖິງບັນດາຈຸດໝາຍປາຍທາງອື່ນໆໃນພາກພື້ນອາຊີ – ປາຊີຟິກ ໂດຍຜ່ານຈຸດເຊື່ອມຕໍ່ທີ່ກວ້າງຂວາງຂອງສາຍການບິນ VietJet ໄດ້ອີກດ້ວຍ.
VietJet ຍິນດີຕ້ອນຮັບຜູ້ໂດຍສານຕະຫຼອດເວລາ ແລະ ຍັງໃຫ້ຄວາມສຸກກັບການເດີນທາງໃນເຮືອບິນທີ່ທັນສະໄໝພ້ອມດ້ວຍລູກເຮືອທີ່ມີຄວາມເປັນມືອາຊີບ ແລະ ການບໍລິການດ້ວຍໃຈ. ຜູ້ໂດຍສານຍັງສາມາດຮັບປະທານອາຫານຮ້ອນໆແຊບໆ ແລະ ມ່ວນຊື່ນກັບກິດຈະກຳຕ່າງໆເທິງເຮືອໃນໂອກາດທີ່ພິເສດ.
ອີກທັງຍັງສາມາດເຊື່ອມຕໍ່ກັບບັນດາຈຸດໝາຍປາຍທາງອື່ນໆໃນທົ່ວໂລກໄດ້ຢ່າງສະດວກສະບາຍໂດຍຜ່ານເຄືອຂ່າຍການບິນທີ່ກວ້າງຂວາງຂອງ VietJet.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments